ສະຫະຣັຖ ຈະຊ່ອຍເຫຼືອລາວ ຝຶກສອນ ຄຣູພາສາອັງກິດ

ສະຖານທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ຈະນໍາເອົາຄຣູສອນ ພາສາອັງກິດ ມາຊ່ອຍຝຶກອົບຮົມ ພາສາອັງກິດ ໃຫ້ຄຣູໃນປະເທດລາວ, ຂະນະທີ່ ນັກສຶກສາຈຳນວນນຶ່ງ ເຫັນວ່າ ພາສາອັງກິດ ຍັງມີຄວາມສຳຄັນຫຼາຍກວ່າ ພາສາອື່ນ ໃນປັດຈຸບັນ.

ທ່ານ ປີເຕີ້ຣ໌ ເຮມ໋ອນດ໌, ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ຮ່ວມລົງນາມ ເຊັນສັນຍາ ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອນຳເອົາ ຜູ້ຊ່ຽວຊານ ດ້ານພາສາອັງກິດ ຈຳນວນ 3 ທ່ານ ແລະ ຜູ້ຊ່ວຍ ຄຣູສອນພາສາອັງກິດ ຈຳນວນ 11 ທ່ານ ເພື່ອສິດສອນ ໃນ ສປປ ລາວ. ນະຄອນຫຼວງວຽງຈັນ ວັນທີ 28 ທັນວາ 2022. ຮູບພາບ: U.S. Embassy in Vientiane

ສະ​ຖານ​ທູຕ​ ສະ​ຫະ​ຣັຖອາ​ເມ​ຣິ​ກາ​ ປະ​ຈຳ​ລາວ ຈະ​ນໍ​າ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ພາ​ສາ​ອັງ​ກິດ ໃຫ້ຄ​ຣູ ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ ປີ 2022-2023. ໃນ​ຂະ​ນະ​ທີ່ ນັກ​ສຶກ​ສາ​ບາງ​ຄົນ​ກໍ​ເຫັນ​ວ່າ ພາ​ສາ​ອັງ​ກິດ ​ຍັງ​ມີ​ຄວາມ​ສຳ​ຄັນ​ຫຼາຍ ກວ່າ​ພາ​ສາ​ອື່ນ ໃນ​ປັດ​ຈຸ​ບັນ.

ນັກ​ສຶກ​ສາ ພາກ​ວິ​ຊາພາ​ສາ​ອັງ​ກິດ ຄະ​ນະ​ອັກ​ສອນ​ສາ​ຕ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາຕ​ລາວ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ເສ​ຣີ ໃນ​ວັນ​ທີ 30 ທັນ​ວາ 2022 ວ່າ: 

ຖ້າຫາກວ່າ ຮຽນພາສາຈີນ ກໍຈະໃຊ້ພາສາຈີນຢ່າງດຽວ ໄປປະເທດອື່ນບໍ່ໄດ້ ແລ້ວເວົ້າພາສາອັງກິດບໍ່ໄດ້ ກໍເຮັດຫຍັງບໍ່ໄດ້ ແຕ່ວ່າ ເວົ້າພາສາອັງກິດໄດ້ແລ້ວ ກໍຄື ໄປປະເທດໃດ ກໍສາມາດໃຊ້ພາສາອັງກິດ ສື່ສານກັບຄົນຕ່າງຊາຕ ໄດ້ແບບນີ້.”

​ໃນ​ຂະ​ນະ​ທີ່ ປັດ​ຈຸ​ບັນ ມີ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ ຢູ່​ປະ​ເທດ​ລາວ ຫຼາຍ​ຂຶ້ນ ນັບ​ແຕ່ ຈີນ​ເຂົ້າ​ມາ​ມີ​ອິດ​ທິ​ພົນ​ຢູ່​ປະ​ເທດ​ລາວ ໂດຍ​ສະ​ເພາະ ໄດ້ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ແລະ ໂຄງ​ການ​ຕ່າງໆ ທີ່​ຈີນ​ເຂົ້າ​ມາ​ລົງ​ທຶນ ຈົນ​ຄ​ຣູ ​ຢູ່​ບາງ​ໂຮງ​ຮຽນ​ເຂົ້າ​ໃຈ​ວ່າ ພາ​ສາ​ຈີນ ສຳ​ຄັນ​ຄື​ກັນ​ພາ​ສາ​ອັງ​ກິດ.

ຄ​ຣູ ​ຂອງໂຮງ​ຮຽນ​ປະ​ຖົມ​ສຶກ​ສາ ​ແຫ່ງ​ນຶ່ງ ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ກ່າວ​ວ່າ:

ສະເພາະພາສາຈີນນີ້ເນາະ ພວກຢູ່ເຂດນອກຈະຍັງບໍ່ທັນໄດ້ ແຕ່ຢູ່ໃນເມືອງນີ້ ຂະເຈົ້າຈະໄດ້ໃຊ້ຫຼາຍຢູ່ເນາະ ແຕ່ກໍຄືວ່າ ມັນກໍມີບົດບາດເທົ່າໆ ກັນ ກໍຄືວ່າ ການຮຽນດຽວນີ້ ຫັ້ນເນາະ ຂແນງການໃດ ເຂົາກໍຕ້ອງການວ່າ ຜູ້ທີ່ມີຄວາມຮູ້ ຄວາມສາມາດຫຼາຍຢ່າງຫັ້ນນ່າເນາະ ເພາະວ່າ ຄັນເຮົາຮູ້ພາສາອັງກິດແຕ່ ບໍ່ຮູ້ພາສາຈີນ ຄັນເຮັດວຽກມັນກໍຍາກຄືກັນດຽວນີ້ຫັ້ນ. ບາງໂຮງຮຽນຂະເຈົ້າກໍວ່າ ເອີ ເຈົ້າຕ້ອງຮູ້ພາສາຈີນດ້ວຍເດີ ແນວນັ້ນ ແນວນີ້ ຫັ້ນນ່າ ເພາະວ່າ ເຮົາໄປມັກງານຫັ້ນ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ​​ໃນ​ໂຮງ​ຮຽນ​ສາ​ມັນ​ທົ່ວ​ໄປ ຢູ່​ປະ​ເທດ​ລາວ ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ.

ຄ​ຣູ​ໂຮງ​ຮຽນ​ປະ​ຖົມ ຄົນ​ດຽວ​ກັນ​ນີ້ ກ່າວ​ຕື່ມ​ວ່າ:

ຂະເຈົ້າຈະເຣີ່ມຮຽນຕັ້ງແຕ່ປະຖົມປີທີ 3 ເນາະ ຢູ່ລາວ ສາເຫດມັນກໍຄືວ່າ ໂດຍສະເພາະອ້າຍກໍຍັງບໍ່ໄດ້ພາສາອັງກິດເທື່ອ ຂນາດເປັນຣູສອນ ກໍຢ່າງທີ່ວ່າຫັ້ນແຫຼະ ມັນບໍ່ໄດ້ມີໂອກາດຮຽນ ໂດຍເພາະຄົນທີ່ຢູ່ເຂດນອກ ຫັ້ນນ່າເນາະ ການໃຊ້ພາສາອັງກິດ ມັນກໍຄືວ່າ ມັນບໍ່ໄດ້ໃຊ້ຫັ້ນນ່າ ຂະເຈົ້າກໍບໍ່ທັນລົງເລິກເຣື່ອງນີ້ເທື່ອ.”

ຢູ່​ປະ​ເທດ​ລາວ​ສ່ວນ​ຫຼາຍ ຍັງ​ຂາດຄ​ຣູ​ທີ່​ຈົບ​ມາ​ສະ​ເພາະດ້ານ​ພາ​ສາ​ອັງ​ກິດ ສະ​ນັ້ນ ຄ​ຣູ​ຄົນ​ນຶ່ງ ຕ້ອງ​ສອນ​ຄວບ​ຫຼາຍ​ວິ​ຊາ​ໄປ​ພ້ອມ​ກັນ ແລະ ທັງ​ມີ​ການ​ຄວບ​ຫ້ອງ​ຮຽນ​ໄປ​ນຳ​ອີກ. ຜູ້​ປົກ​ຄອງ​ນັກ​ຮຽນ​ມັ​ທ​ຍົມ​ສຶກ​ສາ ​ປີ​ທີ 2 ທ່ານ​ນຶ່ງ ໄດ້​ກ່າວ ວ່າ: 

ໂອ້ອັນນີ້ ມັນຂຶ້ນກັບທ້ອງຖິ່ນເນາະ ມັນຂຶ້ນຢູ່ກັບບ່ອນທີ່ຂະເຈົ້າສອນຫັ້ນ ເວົ້າເຣື່ອງນາຍຣູສອນຫັ້ນແຫຼະ ຄຣູສອນຫັ້ນ ມັນບໍ່ໄດ້ນຶ່ງມາ ນາຍຣູເຮົາ ມັນກະບໍ່ແມ່ນ ນາຍຣູພາສາອັງກິດແທ້ ໄປສອນເນາະ ແມ່ນນາຍຣູຜູ້ດຽວສອນ 4-5 ວິຊາ ລວມທັງພາສາອັງກິດແດ່ ຄັນເຮົາອີງໃສ່ເອົານາຍຣູພາສາອັງກິດ ແທ້ມາສອນແທ້ ມັນກໍໄດ້ຫັ້ນນ່າ.”

ສຳ​ລັບ​ໂຄງ​ການ ​ທີ່​ທາງ​ສະ​ຖານ​ທູຕ ສ​ະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະນຳ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ໃຫ້​ຄ​ຣູ​ລາວ​ນັ້ນ ຈະ​ເລີ່​ມ​ຕົ້ນ ຈາກ​ນະ​ຄນ​ຫລວງວຽງ​ຈັນ ແລ້ວ ຫຼັງ​ຈາກ​ນັ້ນ ກໍ​ຈະ​ຂ​ຍາຍ​ໄປ​ແຂວງ​ອື່ນໆ.

ສ່ວນ​ວ່າ ນັກ​ນ​ຮຽນ​ທີ່​ມີ​ໂອ​ກາດ ​ຮຽນ​ຮຽນ​ພາ​ສາ​ອັງ​ກິດ ແລະ ພາ​ສາ​ອື່ນໆ ສ່ວນ​ຫຼາຍ​ມາ​ຈາກ​ຄອບ​ຄົວ​ທີ່ມີ​ຄວາມ​ເປັນ​ຢູ່​ທີ່​ດີ. ເຈົ້າ​ໜ້າ​ທີ່ ​ເຮັດ​ວຽກ​ດ້ານ​ການ​ສຶກ​ສາ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:  

ຢູ່ໂຮງຮຽນມັນເປັນແຜນການ ຂອງກະຊວສຶກສາທິການ ພວກເຮົາກໍຝຶກອົບຮົມຣູສອນພາສາອັງກິດປະຖົມ ມັຍົມ .ປາຍ ແຕ່ມັນກໍເວົ້າເຣື່ອງແບບ ຄັນຖ້າໃນເມືອງ ຖ້າຖານະທາງບ້ານ ທາງຄອບຄົວດີ ເພິ່ນກໍສົ່ງເສີມໃຫ້ຮຽນ.”

ໃນ​ວັນ​ທີ 28 ທັນ​ວາ ທີ່​ຜ່ານ​ມາ ທ່ານ ປີ​ເຕີຣ໌ ເຮ​ມ໋ອນດ໌ (Peter M. Haymond) ເອກ​ອັກ​ຄະ​ຣັ​ຖ​ທູຕ ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ປະ​ຈຳ​ ສປປ ລາວ ໄດ້​ຮ​ວ່ມ​ລົງ​ນາມ ເຊັນ​ສັນ​ຍາ ຮ່ວມ​ມືກັບ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພື່ອ​ນຳ​ເອົາ​ຜູ້​ຊ່ຽວ​ຊານ ທາງ​ດ້ານ​ພາ​ສາ​ອັງ​ກິດ ຈຳ​ນວນ 3 ທ່ານ ແລະ ຜູ້​ຊ່ວຍ​ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ຈຳ​ນວນ 11 ທ່ານ ເພື່ອ​ມາ​ສອນ​ພາ​ສາ​ອັງ​ກິດ​ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລວມ​ເຖິງ​ພາກ​ເໜືອ ແລະ ພາ​ກ​ໃຕ້ ພາຍ​ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ 2022-2023.

ກ່ອນ​ໜ້ານີ້ ເວ​ບ​ໄຊ້ຕ໌ ທີ່​ຊື່​ວ່າ EF English Proficiency Index ໄດ້​ຈັດ​ອັນ​ດັບ ​ທັກ​ສະ​ພາ​ສາ​ອັງ​ກິດຂອງ​ຄົນ​ລາວ ຢູ່​ໃນ​ອັນ​ດັບ​ທີຕ່ຳ​ທີ່​ສຸດ ໃນ​ບັນ​ຫາ​ດາ ​ປະ​ເທດ​ອາ​ຊ້ຽນ 10 ປະ​ເທດ ແລະ ເປັນ​ອັນ​ດັບທີ 111 ຂອງ​ໂລກ ເຊິ່ງ​ເປັນ​ອັນ​ດັບ​ທີ່​ຕ່ຳ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org