ສະຖານທູດສະຫະຣັຖຈະສອນ ພາສາອັງກລິສຟຣີ


2013.08.23
ທ່ານ Paul Mayer, Deputy Chief of Mission, ປະຈໍາ ສະຖານທູຕ ສະຫະຣັດ ທີ່ ນະຄອນຫລວງ ວຽງຈັນ ກໍາລັງສອນ ພາສາອັງກລິສ ໃຫ້ນັກສຶກສາລາວ
US Embassy

 

ເພຶ່ອຕອບສນອງ ຕຣຽມພ້ອມ ໃນການທີ່ ສປປລາວ ຈະເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ທາງການ ສະຫະຣັຖ ຖືວ່າ ພາສາອັງກລິສ ເປັນສີ່ງສຳຄັນ ໃນການ ພັທນາ ຊັພຍາກອນ ມະນຸດໃນລາວ. ດັ່ງນັ້ນທາງສະຖານທູດສະຫະຣັຖ ທີ່ນະຄອນຫຼວງ ວຽງຈັນ ຈຶ່ງຈັດໃຫ້ມີການສອນພາສາອັງກລິສໃຫ້ນັກຮຽນ ນັກສຶກສາ ຂ້າຣາຊການ ແລະ ປະຊາຊົນລາວ ທົ່ວໄປ ໂດຍບໍ່ມີຄ່າຈ້າງໃດໆ.

ລາຍການ ສອນພາສາ ອັງກລິສ ຂອງ ສະຖານທູດ ຈະມີຂື້ນ ທຸກ ອາທິດ ໃນມື້ ວັນອັງຄານ ວັນພະຫັດ ແລະວັນສຸກ ຄືດັ່ງນີ້: ໃນວັນ ອັງຄານ ທາງ ສະຖານທູດ ຈະເປີດສອນ ພາສາອັງກລິສ ຂັ້ນຕົ້ນ ເວລາ 10 ໂມງ ຫາ 11 ໂມງເຊົ້າ, ມື້ວັນພະຫັດ ພາສາອັງກລິສ ຂັ້ນຕົ້ນ ຈະສອນໃນເວລາ 9 ໂມງຫາ 10 ໂມງ ແລະ 10 ໂມງຫາ 11 ໂມງ ແມ່ນຂັ້ນກາງ ສຳລັບ ວັນສຸກນັ້ນ ຂັ້ນກາງ ຈະເປີດສອນ ໃນເວລາ 9ໂມງຫາ 10 ໂມງ ແລະ ຂັ້ນຕົ້ນ ຈະສອນ ໃນເວລາ 10 ໂມງ ຫາ 11 ໂມງ ກົງກັນຂ້າມ ກັບ ວັນພະຫັດ.

ສະຖານທີ່ສອນ ຈະຈັດຂຶ້ນທີ່ ສູນການຂ່າວ ຜແນກ ນະໂຍບາຍ ຊ່ອຍຊຸມຊົນ ທີ່ຕຶກ ສະຖານທູດ ສະຫະຣັຖ ຢູ່ ນະຄອນຫລວງ ວຽງຈັນ. ຜູ້ສົນໃຈ ໃຫ້ຕິດຕໍ່ ລົງທະບຽນ ກັບ ສະຖານທູດ. ໃນຣະຍະ ຫລັງໆມານີ້ ສະຖານທູດ ສະຫະຣັຖ ໄດ້ຈັດກິຈກັມ ຊ່ອຍປະຊາຊົນ ແລະ ນັກຮຽນ ນັກສຶກສາ ໃນລາວ ໃນຫລາຍໂຄງການ ເພື່ອທຳການ ຄຸ້ນເຄີຍ ແລະ ສ້າງຄວາມລື້ງແກ່ນ ກັບຄົນລາວ ແລະ ນັກສຶກສາ ປັນຍາຊົນ ລາວ ໃຫ້ຫລາຍຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.