ທູຕສະຫະຣັຖ ຄົນໃໝ່ປະຈໍາລາວ
2013.07.24

ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ຄົນໃໝ່ ທີ່ ຖືກແຕ່ງຕັ້ງ ໃຫ້ ປະຈໍາ ສປປລາວ ຈະເພີ້ມ ການຮ່ວມມື ກັບ ທາງການລາວ ໃຫ້ ຫລາຍຂຶ້ນ.
ທ່ານ Dan Clune ເອກອັຄຣາຊທູຕ ຄົນໃໝ່ ທີ່ ຣັຖບານ ຂອງ ປະທານາທິບໍດີ Obama ໄດ້ສະເໜີ ແຕ່ງຕັ້ງໃຫ້ ໄປປະຈໍາການ ຢູ່ ສປປລາວ ໄດ້ກ່າວຕໍ່ ກັມມະການ ສັມພັນ ຕ່າງປະເທດ ສະພາສູງ ສະຫະຣັຖ ວ່າຖ້າຫາກ ທາງສະພາ ເຫັນດີເຫັນຊອບ ນໍາການ ແຕ່ງຕັ້ງ ທ່ານ ແລ້ວ ທ່ານຈະເຮັດວຽກ ຮ່ວມກັບ ກັມມະການ ແລະ ສະມາຊິກ ສະພາ ທີ່ກ່ຽວຂ້ອງ ຄົນອື່ນໆ ເພື່ອ ຜົນປະໂຫຍດ ຂອງ ສະຫະຣັຖ ຢູ່ລາວ, ຕາມຖ້ອຍ ຖະແຫລງ ຂອງທ່ານ ໃນວັນທີ 23 ກໍຣະກະດາ ທີ່ສລຸບ ເປັນຫົວຂໍ້ ສໍາຄັນ ດັ່ງນີ້:
1.ທ່ານວ່າ ທ່ານມີພັນທະ ທີ່ ຈະຕ້ອງນໍາເອົາ ຊາກ ກະດູກ ຂອງທະຫານ ແລະ ພົລເຮືອນ ສະຫະຣັຖ ທີ່ຍັງ ຫາຍສາບສູນ ຢູ່ໃນລາວ ຈາກ ສະໄໝ ສົງຄາມ ວຽດນາມ ກັບຄືນມາ ໃຫ້ຄອບຄົວ ຂອງ ເຂົາເຈົ້າ. ເພາະ ທ່ານ ຖືວ່າເປັນ ພາຣະ ໜ້າທີ່ ຂອງ ມະນຸສທັມ ແລະ ທ່ານຍິນດີ ນໍາການ ຮ່ວມມື ຂອງ ຣັຖບານ ລາວ.
2.ສືບຕໍ່ ການຮ່ວມມື ຣະຫ່ວາງ ລາວ ກັບ ສະຫະຣັຖ ບໍ່ພຽງແຕ່ ເກັບ ກູ້ລະເບີດ ທີ່ບໍ່ທັນແຕກ ເທົ່ານັ້ນ ແຕ່ຈະໃຫ້ ການສຶກສາ ອົບຮົມ ຊຸມຊົນ ທີ່ໄດ້ຮັບ ຜົນກະທົບ ຈາກລະເບີດ ທີ່ ບໍ່ທັນແຕກ ແລະ ຊ່ວຍເຫລືອ ຜູ້ປະສົບ ເຄາະຮ້າຍ.
3.ສືບຕໍ່ ໂຄງການ ປະຕິຮູບ ໂຄງຮ່າງດ້ານ ນິຕິກັມ ແລະ ຣະບຽບ ກົດໝາຍ ທີ່ ສະຫະຣັຖ ໄດ້ຊ່ວຍເຫລືອ ລາວ ໃນການເຂົ້າເປັນ ສະມາຊິກ ການຄ້າໂລກ ເພື່ອຊ່ວຍລາວ ຈັດຕັ້ງ ປະຕິບັດ ການ ປະຕິຮູບ ດັ່ງກ່າວ ໃນການເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ AEC.
4.ສືບຕໍ່ ເຮັດວຽກ ຮ່ວມກັບ ຝ່າຍລາວ ກ່ຽວກັບ ການຫລຸດຜ່ອນ ການປູກຝິ່ນ ຕໍ່ຕ້ານການ ຄ້າຂາຍ ແລະ ການຕິດຢາ ຢາເສບຕີດ.
5.ຈະເຮັດວຽກ ຮ່ວມກັບລາວ ແລະ ກັບປະເທດ ອື່ນໆ ເພື່ອປັບປຸງ ຂັ້ນຕອນ ການຕັດສີນໃຈ ໃນການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ເພື່ອຫລຸດຜ່ອນ ຜົນກະທົບ ທາງລົບ ຕໍ່ ພົລເມືອງ ໃນທ້ອງຖິ່ນ ຕໍ່ບ້ານເຮືອນ ແລະ ສັດສາວາສິ່ງ. ນອກນັ້ນ ກໍມີການ ຮ່ວມມື ດ້ານ ສາທາຣະນະສຸຂ, ສິດທິມະນຸດ, ແລະ ຄວາມໂປ່ງສັຍ ໃນການເຮັດ ທຸຣະກິດ ໃນລາວ.