ອັງກິດທວງຄວາມເປັນທັມໃຫ້ ທ.ສົມບັດ
ອັງກິດ ທັກທວງ ຮຽກຮ້ອງ ໃຫ້ຜູ້ ກໍາອໍານາດ ຢູ່ລາວ ໃຫ້ຄວາມ ເປັນທັມ ແກ່ ທ່ານ ສົມບັດ ສົມພອນ.
-
2013-12-17 -
-
-
Your browser doesn’t support HTML5 audio
ທ່ານ Hugo Swire ຣັຖມົນຕຣີຫ້ອງການຕ່າງປະເທດອັງກິດໄດ້ສະແດງຄວາມເປັນຫວ່ງໃນວັນຄອບຮອບນຶ່ງປີ ໃນການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ທີ່ນະຄອນຫລວງວຽງຈັນ. ທ່ານກ່າວວ່າ ທ່ານມີຄວາມກັງວົນ ຢ່າງຫນັກກ່ຽວກັບການລັກພາຕົວຂອງທ່ານ ສົມບັດ ສົມພອນ ໃນວັນທີ 15 ທັນວາ 2012. ເປັນເວລາວນຶ່ງປີແລ້ວ ຫລັງຈາກທີ່ທ່ານສົມບັດ ຖືກລັກພາຕົວ ຈົນເທົ່າເຖິງທຸກມື້ນີ້ຄອບຄົວຂອງຜູ້ ກ່ຽວກໍຍັງບໍ່ຮູ້ຮ່ອງຮອຍວ່າ ມີຫຍັງເກີດຂື້ນກັບລາວ.
ທ່ານວ່າສີ່ງດັ່ງກ່າວເປັນທີ່ຍອມຮັບບໍ່ໄດ້ ແລະຢາກຮຽກຮ້ອງໃຫ້ທາງການເຈົ້າຫນ້າທີ່ລາວເລັ່ງລັດ ໃນການສືບສວນກ່ຽວກັບການຫາຍສາບສູນ ຢ່າງຈິງຈັງເພື່ອນຳເອົາຜູ້ທໍາຜິດມາລົງໂທດຕາມກົດຫມາຍບ້ານເມືອງ. ຄວາມໂປ່ງໄສ ແລະຄວາມຄືບຫນ້າໃນການສືບສວນ ຈະສົ່ງພາບພົດ ທາງບວກໃຫ້ແກ່ປະຊາຄົມສາກົນທີ່ວ່າລາວຍັງຍຶດຫມັ້ນໃນການ ເປັນປະເທດທີ່ນັບຖືຣະບົບກົດຫມາຍຢູ່. ມັນມີຄວາມສໍາຄັນຢ່າງຍິ່ງທີ່ປະຊາ ຊົນລາວແລະປະຊາຄົມໂລກ ຈະສາມາດໄດ້ຮັບຄວາມໂປ່ງໄສ ຄວາມຍຸຕິທັມ ແລະການປົກຄອງແບບຣະບົບກົດຫມາຍ ຢ່າງແທ້ຈິງໃນລາວ.
ໃນຂນະດຽວກັນ ສະຫະພາບຢູໂຣບ ກໍອອກຖແລງການໃຫ້ລາວອ້າງອີິງຫລັກຖານ ໃນການສືບສວນຫາທ່ານ ສົມບັດ ສົມພອນ ໃນຣະຍະທີ່ ຜ່ານມາ.