ໄທ ຕໍ່ເວລາ ພິສູດສັນຊາຕ ຄົນງານຕ່າງດ້າວ

ສິດນີ
2018.01.23
F-WORKERS ຄົນງານລາວ ໃນໄທ ທີ່ໄປຂຶ້ນທະບຽນ ໃນຄັ້ງທີ່ຜ່ານມາ
RFA/PN

ຣັຖບານໄທ ໄດ້ລົງມະຕິ ຕໍ່ເວລາ ໄປອີກ 6 ເດືອນ ເພື່ອ ໃຫ້ຄົນງານຕ່າງດ້າວ ພິສູດສັນຊາຕ. ວ່າງປີທີ່ຜ່ານມາ ທາງການໄທ ໄດ້ອະນຸຍາດ ໃຫ້ຄົນງານຕ່າງດ້າວ ພິສູດສັນຊາຕ ຈາກເດືອນກໍຣະກະດາ ໄປຮອດ ເດືອນທັນວາ; ແຕ່ປາກົດວ່າ ຄົນງານ ພະມ້າ, ກັມພູຊາ ແລະ ລາວ 8 ແສນປາຍຄົນ, ໃນນັ້ນ ມີຄົນງານລາວ 1 ແສນ 3 ໝື່ນຄົນ ຍັງບໍ່ໄດ້ ເຂົ້າມາພິສູດສັນຊາຕເທື່ອ, ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ໄທ ກ່າວໃນຕອນນຶ່ງ ວ່າ:

"ເຫດຜົລ ທີ່ຂຍາຍເວລາ ພິສູດສັນຊາດ ເພາະວ່າຕອນນີ້ ຂະບວນການມັນຍັງພິສູດບໍ່ທັນ ຍັງເຫລືອຄົນ ຈໍານວນນຶ່ງ ທີ່ຍັງພິສູດບໍ່ເສັດ ກໍເລີຍ ຕ້ອງຂຍາຍເວລາ ໃຫ້ກ່ອນ ເພາະວ່າ ຖ້າບໍ່ຂຍາຍເວລາ ການທີ່ຢູ່ໃນປະເທດໄທ ຕອນນີ້ ກໍຖືວ່າ ຢູ່ແບບ ບໍ່ຖືກກົດໝາຍ."

ຫຼັງຈາກ ພິສູດສັນຊາຕແລ້ວ ຄົນງານຕ່າງດ້າວ ຈະໄດ້ຮັບ ເອກສານ ຈາກປະເທດຂອງຕົນ ຫຼັງຈາກນັ້ນ ຈະໄດ້ຮັບວີຊາ ແລະ ໃບອະນຸຍາດ ເຮັດວຽກໄດ້ ອີກ 2 ປີ ຈົນເຖິງວັນທີ 31 ມີນາ 2020, ດັ່ງຄົນງານລາວ ໃນໄທ ທ່ານນຶ່ງເວົ້າວ່າ:

"ຄິດວ່າ ຢາກໃຫ້ຕໍ່ແພສພັອດ ຢູ່ປະເທດໄທ ຫັ້ນນະ ມັນຄື ພະມ້າ ເຂົາຍັງຕໍ່ໄດ້ ບໍ່ໄດ້ໄປຮອດ ບ້ານເຂົາ ແຕ່ບ້ານເຮົານີ່ ຕ້ອງກັບບ້ານ ໄປຖາມ ຢູ່ ສະຖານທູດ ເຂົາກະບອກ ໃຫ້ກັບບ້ານຢ່າງດຽວ ຄັນບໍ່ກັບ ກໍຖືກຈັບ ເຂົາວ່າ ບາດນີ້ ເມື່ອຂ້າມບ້ານເຮົານີ່ 500 ອີກໃດ໊ ບັດເຫລືອງນີ່ 5 ພັນ ຈັ່ງສິຮອດບ້ານເລີຍ ຊອຍປະຊາຊົນເຮົາ ຫັ້ນໂອ໊ຍ ຍືດອາຍຸ ໄປອີກ ບໍ່ໄດ້ໄປຕໍ່ ຢູ່ບ້ານມັນເສັຽເວລາ ໄປກັບເປັນ 2 ມື້ 3 ມື້."

ກ່ຽວກັບບັນຫາດັ່ງກ່າວ ວ່າງທ້າຍປີຜ່ານມາ ທ່ານ ແສງ ສຸຂະທິວົງ, ເອກອັຄຣາຊທູດລາວ ປະຈໍາປະເທດໄທ, ກໍໄດ້ຫາຣື ກັບ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງໄທ ເພື່ອໃຫ້ຄວາມສະດວກ ແກ່ຄົນງານລາວ ໃນການພິສູດສັນຊາຕ ແລະ ລົງທະບຽນ ຂໍໃບອະນຸຍາດ ເຮັດວຽກ ໃນໄທຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.