ທາງການລາວບໍ່ຈິງຈັງ ເຣື້ອງ ທ.ສົມບັດ
2013.06.25

ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຫລື NGO ໄທ ທ່ານນຶ່ງ ກ່າວ ໃນວັນທີ 25 ມີຖຸນາ 2013 ວ່າ ຣັຖບານ ລາວ ສືບສວນ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ແບບ ບໍ່ຈິງຈັງ ເທົ່າທີ່ຄວນ ຫລັງຈາກ ທີ່ຕົນໄດ້ ຕິດຕາມ ບົດຣາຍງານ ການສອບສວນ ຊອກຫາ ທ່ານ ສົມບັດ ສົມພອນ ມາເປັນຄັ້ງ ທີ 3 ແລ້ວ ແຕ່ກໍຍັງ ເປັນຂໍ້ມູລ ເກົ່າຢູ່:
"ທ່ານ ກ່າວວ່າ ນີ້ບໍ່ແມ່ນ ສິ່ງ ທີ່ຈະເອີ້ນວ່າ ການສອບສວນ ຢ່າງຈິງຈັງໄດ້ ເພາະມັນ ບໍ່ໄດ້ຕອບ ຄໍາຖາມ ອີ່ຫຍັງເລີຍ ທີ່ ຣັຖບານລາວ ອ້າງວ່າ ໄດ້ທໍາການ ສອບສວນ ຢ່າງຈິງຈັງ ໄປແລ້ວ ພວກເຮົາ ເຫັນວ່າ ຣັຖບານ ລາວ ຍັງບໍ່ໄດ້ ດໍາເນີນ ການ ແນວໃດ ທີ່ ເປັນແກ່ນສານ ເທື່ອ".
ທ່ານກ່າວ ຕໍ່ໄປວ່າ ເປັນເວລາ 6 ເດືອນ ແລ້ວ ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາ ຕົວໄປ ຊຶ່ງ ຣັຖບານ ລາວ ກໍຮູ້ວ່າ ນີ້ເປັນ ກໍຣະນີ ທີ່ໃຫຍ່ ຣະດັບ ປະເທດ ແລະ ຣະດັບ ພາກພື້ນ ໄປແລ້ວ ແຕ່ກໍບໍ່ມີ ທ່າທີ ວ່າຈະເພີ່ມ ການສືບສວນ ເພື່ອ ໃຫ້ ມີຜົລ ຄືບໜ້າ ມີຂໍ້ມູລ ທີ່ ໜັກແໜ້ນຂຶ້ນ ແຕ່ຢ່າງໃດ ເລີຍ. ພ້ອມດຽວກັນ ທ່ານກໍວ່າ ຫາກບໍ່ມີ ຫລາຍ ອົງການ ທົ່ວໂລກ ຄອຍກົດດັນ ຣັຖບານ ລາວ ຄືດັ່ງ ທຸກມື້ນີ້ ຣັຖບານລາວ ກໍ ຄົງຈະປ່ອຍ ໃຫ້ ທຸກຢ່າງ ງຽບຫາຍ ໄປເລີຍ.
ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເຮັດໃຫ້ ຊາວລາວ ສ່ວນໃຫຍ່ ແຮງ ບໍ່ກ້າເວົ້າ ເຣື່ອງ ການເມືອງ ອີກ ເພາະຢ້ານ ບໍ່ປອດພັຍ ຊຶ່ງ ເຈົ້າໜ້າທີ່ ໄທ ກໍເຊື່ອວ່າ ຫາກ ຣັຖບານລາວ ສາມາດ ແກ້ໄຂ ກໍຣະນີ ດັ່ງກ່າວ ໄດ້ ກໍອາຈເຮັດ ໃຫ້ ປະຊາຊົນ ເຊົາຢ້ານກົວ ແລະ ໃຊ້ຊີວິດ ຕາມ ປົກກະຕິ.