ສານໄທບໍ່ຮັບຟ້ອງ


2013.02.22
f-villager-xd ຊາວບ້ານ ໃນເຂດ ສ້າງເຂື່ອນ ໄຊຍະບູຣີ
International river

ປັດຈຸບັນ ສານ ປົກຄອງ ຂອງໄທ ໄດ້ແຈ້ງ ໃຫ້ເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ຮູ້ວ່າ ສານປົກຄອງ ບໍ່ຮັບຟ້ອງ ກໍຣະນີ ເຄືອຂ່າຍ ຟ້ອງຮ້ອງ ໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ໂຄງການ ເຂື່ອນ ໄຊຍະບູຣີ, ທີ່ໃຫ້ ເຫດຜົນວ່າ ເຂື່ອນ ໄຊຍະບູຣີ ຈະສ້າງ ຜົນກະທົບ ຢ່າງຫລວງຫລາຍ ຕໍ່ ປະຊາຊົນ ແຄມ ແມ່ນໍ້າຂອງ. ສານປົກຄອງ ກໍກັບໃຫ້ ເຫດຜົນວ່າ ຜູ້ທີ່ສົ່ງຟ້ອງ ຍັງບໍ່ໄດ້ ຮັບ ຜົນກະທົບ ຈາກ ໂຄງການ ເຂື່ອນນັ້ນ. ດັ່ງທ່ານ ອິດທິພົນ ຄໍາສຸກ ຕົວແທນ ເຄືອຂ່າຍ ປະຊາຊົນ ເວົ້າວ່າ:

"ທ່ານວ່າ ເຣື່ອງຄະດີ ຕອນນີ້ ເຮົາຍື່ນຟ້ອງ ສານປົກຄອງ ກໍຣະນີ ໃຫ້ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍົກເລີກ ສັນຍາຊື້ ຕອນນີ້ ເຂົາກໍແຈ້ງ ມາແລ້ວວ່າ ເຂົາບໍ່ຮັບ ຟ້ອງ ໂດຍໃຫ້ ເຫດຜົນວ່າ ຜູ້ຟ້ອງ ຍັງບໍ່ ທັນ ໄດ້ຮັບຄວາມ ເດືອດຮ້ອນ ຈາກໂຄງການ ນັ້ນ".

ເມື່ອວັນທີ 7 ສິງຫາ 2012 ຊາວໄທ ໃນນາມ ເຄືອຂ່າຍ ປະຊາຊົນ 8 ແຂວງ ທີ່ຢູ່ແຄມຝັ່ງ ແມ່ນໍ້າຂອງ ໄດ້ຮວມ ຣາຍຊື່ ເພື່ອຍື່ນຟ້ອງ ຕໍ່ ສານປົກຄອງ ໃຫ້ມີຄໍາສັ່ງ ໃຫ້ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍົກເລີກ ສັນຍາ ຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ໂດຍຫວັງ ໃຫ້ໂຄງການ ນັ້ນຍຸຕິລົງ. ສານປົກຄອງ ໃຊ້ເວລາ ກວດກາ ເອກກະສານ ຟ້ອງຮ້ອງເຖິງ 8 ເດືອນກວ່າ ແລະ ໃນທີ່ສຸດ ກໍບໍ່ຮັບ ຄໍາຟ້ອງ.

ຢ່າງໃດກໍຕາມ ທ່ານ ອິດທິພົນ ກໍວ່າ ເຖິງສານປົກຄອງ ຈະບໍ່ຮັບ ພິຈາຣະນາ ຄໍາຟ້ອງ ແຕ່ຊາວບ້ານ ກໍຍັງ ຢືນຢັນວ່າ ຈະເຄື່ອນໄຫວ ຢູ່ຕໍ່ໄປ ເພື່ອໃຫ້ການ ກໍ່ສ້າງເຂື່ອນ ໄຊຍະບູຣີ ນັ້ນເຊົາໄປ ໂດຍຈະມີ ທັງການ ຈັດກິຈກັມ ໃນວັນ ຕ້ານ ເຂື່ອນ ໂລກ ທີ 14 ມິນາ 2013 ທີ່ ເມືອງຊຽງຄານ ແຂວງເລີຍ ຂອງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.