ການທຸຈຣິດຢູ່ລາວຕ້ອງ ແກ້ໄຂ

ມະນີຈັນ
2017.04.19
F-Phankham ທ່ານ ພັນຄໍາ ວິພາວັນ ກັມການກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ, ແລະທັງເປັນ ຮອງປະທານປະເທສ ສປປລາວ
Screen captured LNTV video

ການທຸຈຣິດ ຢູ່ລາວ ເປັນບັນຫາທີ່ຈະຕ້ອງ ໄດ້ຮັບການແກ້ໄຂ ໃຫ້ໄດ້ຢ່າງຮີບດ່ວນ, ຫົວໜ້າໜ່ວຍງານຂອງພັກແລະຣັຖ ທຸກຂັ້ນຈະຕ້ອງ ຮັບຜິດຊອບ ແກ້ໄຂໃນໜ່ວຍງານ ຂອງຕົນ, ຫາກແກ້ບໍ່ໄດ້ ກໍຈະຖືກພິຈາຣະນາ ປົດອອກຈາກຕໍາແໜ່ງ. ຕາມຄໍາເວົ້າຂອງ ທ່ານ ພັນຄໍາ ວິພາວັນ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ແລະທັງເປັນ ຮອງປະທານ ປະເທສ ສປປລາວ.

ການທຸຈຣິດທີ່ເກີດຂຶ້ນຢ່າງກວ້າງຂວາງ ໃນທຸກຂັ້ນ ແລະທຸກວົງການ ທົ່ວສັງຄົມຢູ່ ສປປລາວ ໂດຍສະເພະ ແມ່ນການທຸຈຣິດ ໃນວົງການ ພັກແລະຣັຖ ໃນປັດຈຸບັນ ເປັນບັນຫາ ທີ່ສົ່ງຜົລກະທົບ ຕໍ່ສະເຖັຽຣະພາບ ທາງການເມືຶອງ ແລະຄວາມໝັ້ນຄົງ ຂອງປະເທສ. ດັ່ງນັ້ນຈຶ່ງ ເຫັນວ່າ ສປປລາວ ໄດ້ເພີ້ມມາຕການເຂັ້ມງວດ ໃນການສະກັດກັ້ນ ແລະ ປາບປາມການທຸຈຣິດ ດ້ວຍການກໍານົດໃຫ້ ຜູ້ທີ່ເປັນຫົວໜ້າ ໜ່ວຍງານ ຕ້ອງຮັບຜິດຊອບ ຕໍ່ການທຸຈຣິດ ທີ່ເກີດຂຶ້ນ ໃນໜ່ວຍງານຂອງຕົນ ດັ່ງທີ່ທ່ານ ພັນຄໍາ ເວົ້າວ່າ:

“ຖ້າບໍ່ແກ້ອັນນີ້ ແມ່່ນກະທົບເຖິງບົດບາດ ການນໍາພາຂອງພັກ ກະທົບເຖິງຄວາມໝັ້ນຄົງ ຂອງລະບອບໃໝ່, ຂັ້ນສູນກາງເວົ້າກັນຫລາຍ ເວົ້າເຖິງຂັ້ນວ່າ ຖ້າວ່າການ ສໍ້ຣາສ ບັງຫລວງ ພຍາດອາຍາສິດ ເກີດຂຶ້ນຢູ່ບ່ອນໃດ ຫົວໜ້າບ່ອນນັ້ນຕ້ອງ ນໍາພາແກ້ໄຂ ໃຫ້ມັນໄດ້ ແກ້ບໍ່ໄດ້ ສິໄດ້ພິຈາຣະນາ ຫັ້ນຜູ້ເປັນຫົວໜ້າ ວ່າກັນແນວນັ້ນເດ້".

ທ່ານເວົ້າວ່າ ເຈົ້າຢູ່ຫັ້ນ ເຈົ້ານໍາພາ ເປັນຫຍັງບໍ່ແກ້ ຄັນວ່າເກີດເຮັດໂຄງການຜີຂຶ້ນມາ ເຮັດຢູ່ບ່ອນໃດ ກະແມ່ນເອົາຫົວໜ້າ ຫັ້ນຊະກ່ອນ ສິວ່າແນວນັ້ນເດ້ ນັບແຕ່ນີ້ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.