ອາຊຽນຍັງບໍ່ພ້ອມພຽງກັນ ເຣື້ອງ ທະເລຈີນໃຕ້

ສິດນີ
2016.07.25
F-China-D ຄນະຜູ້ຕາງໜ້າ ຈາກ ສປຈີນ ທີ່ເຂົ້າຮ່ວມ ກອງປະຊຸມອາຊຽນ
RFA

ໃນ ກອງປະຊຸມ ຂອງ ວັນອາທິດ ທີ່ ນະຄອນຫຼວງ ວຽງຈັນ ບັນດາ ສະມາຊິກ ອາຊຽນ ທີ່ ເຂົ້າຮ່ວມ ກອງປະຊຸມ ຍັງບໍ່ເຫັນ ພ້ອມພຽງ ກັນ ໃນບັນຫາ ຂໍ້ຂັດແຍ່ງ ຢູ່ ທະເລຈີນໃຕ້ ກ່ຽວກັບ ການອ້າງ ອະທິປະຕັຍ ຂອງຈີນ. ຄວາມກົດດັນ ຈາກ ຈີນ ທີ່ມີຕໍ່ ບາງ ປະເທດ ມີ ສ່ວນກ່ຽວຂ້ອງ ໃນບັນຫາ ດັ່ງກ່າວ.

ກອງປະຊຸມ ທີ່ ສປປລາວ ເປັນເຈົ້າພາບ ເປັນ ກອງປະຊຸມ ເທື່ອທຳອິດ ທີ່ ມີການໂອ້ລົມກັນ ກ່ຽວກັບ ບັນຫາ ທະເລຈີນໃຕ້ ຫລັງຈາກ ທີ່ ສານນາໆຊາດ ທີ່ ກຸງເຮັກ ປະເທດ ເນເທີແລນ ອອກຄຳ ພິພາກສາ ກ່ຽວກັບ ທະເລຈີນໃຕ້ ທີ່ ມີປະເທດ ມະຫາ ອຳນາດ ຫຼາຍປະເທດ ໃນຂົງເຂດ ເຂົ້າຮ່ວມ ເປັນຕົ້ນ ຈີນ ແລະ ສະຫະຣັດ.

ບັນດາ ສະມາຊິກ ປະເທດອາຊຽນ ມີຄວາມ ແຕກແຍກກັນ ໃນບັນຫາ ທະເລຈີນໃຕ້ ໂດຍສະເພາະ ຈາກສີ່ປະເທດ ທີ່ອ້າງ ອະທິປະຕັຍ ກັບຈີນ ໃນບັນຫາ ດັ່ງກ່າວ ກຸ່ມດັ່ງກ່າວ ໄດ້ ປະນາມຈີນ ວ່າ ໃຊ້ ຄວາມສຳພັນ ໃນການ ເກັ້ຽກ່ອມ ແລະ ກົດດັນ ປະເທດນ້ອຍໆ ດັ່ງ ສປປລາວ ແລະ ໃຫ້ການ ຊ່ອຍເຫລືອ ປະເພດ ເງິນກູ້ ແລະ ເງິນໃຫ້ລ້າ ແກ່ ກຳພູຊາ ເພື່ອສ້າງ ຄວາມແຕກແຍກ ຕ້ານການ ອອກສຽງ ໃຫ້ເປັນ ເອກກະສັນ ໃນເຣື້ອງນີ້.

ນັກການທູດ ທ່ານນຶ່ງ ຜູ້ທີ່ມີ ສ່ວນຮ່ວມ ໃນການ ໂອ້ລົມກັນ ກ່າວ ຕໍ່ນັກຂ່າວ AFP ວ່າ ສະມາຊິກ ວົງໃນ ປະນາມ ກຳພູຊາ ໃນການ ຕ້ານ ການອອກສຽງ ຄັດຄ້ານ ຖແລງການ ຮ່ວມອາຊຽນ ກ່ຽວກັບ ຄຳພິພາກສາ ຂອງ ສານນາໆຊາດ ທີ່ ປະນາມຈີນ ໃນບັນຫາ ທະເລ ຈີນໃຕ້ ທີ່ເຮັດໃຫ້ຜົລ ຂອງ ກອງປະຊຸມ ໃນ ມື້ທຳອິດ ບໍ່ມີ ຄວາມຄືບຫນ້າ ໃນບັນຫາ ດັ່ງກ່າວ.

ເຫດການ ແບບນີ້ ເຄີຍເກີດຂຶ້ນ ມາຄັ້ງນຶ່ງແລ້ວ ໃນກອງປະຊຸມ ທີ່ ຈີນ ວ່າງເດືອນກ່ອນ ທີ່ ກຳພຸຊາ ແລະ ລາວ ຄັດຄ້ານ ການອອກ ຖແລງການຮ່ວມ ກ່ຽວກັບ ບັນຫາ ທະເລຈີນໃຕ້ ແລະ ເທື່ອນີ້ ໃນລາວ ກໍອາດເປັນ ແບບດຽວກັນ. ນັກການທູດ ອີກ ທ່ານນຶ່ງ ຖແລງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.