ພັລຍາຂອງທ່ານສົມບັດແລກປ່ຽນ ປະສົພການ ທີ່ທຸກໃຈ

ມະນີຈັນ
2014.07.23
f-Shui Meng Ng ດຣ.Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຽ ວັນພຸດວັນທີ 26 ກຸມພາ 2014
RFA/PX

 

ຜູ້ເປັນແມ່ ມີຊື່ວ່າ Edita Burgos ເປັນຊາວ ຟີລລິປປິນ ທີ່ມີ ລູກຊາຍ ເປັນ ນັກພັທນາ ຕົວຕັ້ງ ຕົວຕີ ຊື່ Jonas Burgos ຊຶ່ງ ຫາຍສາບສູນ ແລະ ມາດາມ Ng Shui Meng ຊາວ ສິງກະໂປ ພັລຍາ ຂອງ ນັກພັທນາ ຊຸມຊົນລາວ ນັກ ເສຖສາດ ທີ່ໄດ້ຮັບ ຣາງວັນ ກຽຕຕິຄຸນ ແຫ່ງ ເອເຊັຽ Magsaysay ສົມບັດ ສົມພອນ ທີ່ ຫາຍສາບສູນ ໃນ ນະຄອນຫລວງ ວຽງຈັນ ນັ້ນ ໄດ້ມາ ພົບພໍ້ກັນ ເປັນເທື່ອ ທໍາອິດ ໃນວັນພະຫັດ ຜ່ານມານີ້ ຢູ່ ກຸງ ມານີລາ ປະເທດ ຟີລລິປປິນ.

ທັງ 2 ຄົນ ໄດ້ນອນ ຫ້ອງດຽວກັນ ໂດຍບັງເອີນ ຂະນະທີ່ ມາຮ່ວມ ກອງປະຊຸມ ນາໆຊາດ 4 ວັນ ຊຶ່ງ ມີເປົ້າໝາຍ ເພື່ອ ສນັບສນູນ ຄອບຄົວ ທີ່ມີຜູ້ ຫາຍສາບສູນ. ຕາມຣາຍງານ ຂ່າວ Philippines Daily Inquirer ໃນວັນທີ 20 ກໍຣະກະດາ 2014.

ມາດາມ Burgos ກ່າວທົບທວນ ເຖິງຕອນ ທີ່ພົບກັບ ມາດາມ ຊຸຍມິງ ເມື່ອ ວັນພະຫັດ ທີ່ ໂຮງແຮມ Bayview Park ວ່າ ມາດາມ ໄດ້ຍິນ ກ່ຽວກັບ ກໍຣະນີ ຂອງທ່ານ ສົມບັດ ແລະ ມາດາມ ກໍໄດ້ ສວດມົນ ໃຫວ້ວອນ ຊ່ອຍ ມາດາມ ຊຸຍມິງ ຢູ່ຕລອດ. ມາດາມວ່າ ມາດາມ ຊຸຍມິງ ເປັນຄົນມີ ມາຣະຍາດ ສຸພາບ ຮຽບຮ້ອຍ ຫລາຍ. ແລະ ເມື່ອໄດ້ຟັງ ຄໍາເວົ້າ ຂອງ ມາດາມ ຊຸຍມິງ ກ່າວຕໍ່ ທີ່ປະຊຸມ ກ່ຽວກັບ ເຣື່ອງຣາວ ທີ່ເກີດຂຶ້ນ ກັບສາມີ ຂອງມາດາມ ນັ້ນ ມາດາມ Burgos ວ່າຍາກທີ່ຈະ ໄດ້ຍິນ ຊຶ່ງ ກໍປາກົດວ່າ ຫົວໃຈ ຂອງ ມາດາມ ແຕກສລາຍ ມື້ລະເລັກ ມື້ລະນ້ອຍ.

ມາດາມ ຊຸຍມິງ ນັ້ນ ໄດ້ກ່າວຕໍ່ Inquirer ຕອນນຶ່ງວ່າ ມັນເປັນເຣື້ອງ ໂສກເສົ້າ ທີ່ສຸດ ທຸກຄົນ ໃນຄອບຄົວ ໄດ້ຮັບ ຄວາມບອບຊໍ້າ ຄວາມ ບໍ່ແນ່ນອນ ທີ່ວ່າອີ່ຫຍັງ ກໍ່ອາຈ ເກີດຂຶ້ນໄດ້ ກັບ ທ່ານ ສົມບັດ ນັ້ນ ເປັນຄວາມ ເຈັບປວດ ທີ່ສຸດ ທີ່ຄົນ ຜຸ້ນຶ່ງ ຈະທົນໄດ້. ເປັນຄວາມ ທໍຣະມານ ທີ່ບໍ່ຮູ້ຈັກ ຈົບສິ້ນ ຊ່ວງທີ່ໜັກ ໄປກວ່ານັ້ນ ສໍາລັບ ຄອບຄົວ ຄືເມື່ອນຶ່ງ ເດືອນ ກ່ອນ ຕອນທີ່ ແມ່ຈອມ ແມ່ຂອງ ທ່ານ ສົມບັດ ສົມພອນ ໄດ້ຈາກໄປ ໂດຍບໍ່ໄດ້ ເຫັນໜ້າ ລູກຊາຍ ທີ່ຫາຍສາບສູນ ໄປ ນັ້ນເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.