Shui Meng Ng ກ່າວຢູ່ນະຄອນ ຊິດນີ

ດຣ. Shui Meng Ng, ພັລຍາ ຂອງ ດຣ. ສົມບັດ ສົມພອນ ກ່າວຕໍ່ ສາທາຣະນະຊົນ ຢູ່ ນະຄອນ ຊິດນີ ປະເທດ ອອສເຕຣເລັຽ.

ດຣ.Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຽ ວັນພຸດວັນທີ 26 ກຸມພາ 2014 RFA/PX

 

ເປັນເທື່ອທຳອິດທີ່ ດຣ. Shui Meng Ng ພັລຍາຂອງ ດຣ.ສົມບັດສົມພອນ ໄດ້ເດີນທາງມາກ່າວຕໍ່ສາທາຣະນະຊົນຢູ່ມະຫາວິທະຍາໄລ ຊິດນີປະເທດອອສເຕຣເລັຽໃນຄືນວັນພຸດວັນທີ 26 ກຸມພາ 2014, ນັບຕັ້ງແຕ່ ດຣ.ສົມບັດໄດ້ຖືກຈັບ ແລະຫາຍໄປ ຕັ້ງແຕ່ຄືນວັນທີ 15 ທັນວາ 2012, ຊຶ່ງເປັນເວລາກວ່າ 1 ປີແລ້ວ.

ຈຸດປະສົງໃນການອອກມາກ່າວ ກໍເພື່ອເນັ້ນໃຫ້ຊາວໂລກຮູ້ກ່ຽວກັບວຽກງານຂອງ ດຣ.ສົມບັດຊຶ່ງບໍ່ເຄີຍລ່ວງລ້ຳເຂດອຳນາດຂອງທາງການ ລາວ ດຣ. Shui Meng Ng ເວົ້າກັບຜູ່ສື່ຂ່າວວິທຍຸເອເຊັຽເສຣີຢູ່ນະຄອນຊິດນີອອສເຕຣເລັຽວ່າ:

"ສິ່ງທີ່ເພິ່ນເຮັດໂຄງການໃດກໍຕາມກໍຕ້ອງໄດ້ຮັບອະນຸຍາດ ຈາກຣັຖບານກ່ອນທຳອິດແມ່ນຂັ້ນສູນກາງ,ຕໍ່ມາກໍຂັ້ນແຂວງ,ຂັ້ນເມືອງຂັ້ນ ບ້ານ.ອີກອັນໜຶ່ງສົມມຸດວ່າລົງໄປອົບຮົມ ຊາວນາຊາວສວນຢູ່ໃນບ້ານຫລືວ່າຊາວໜຸ່ມກໍມີບັນດາ ຣັຖບານໄປນຳເພິ່ນເນາະບໍ່ແມ່ນວ່າ ເຮັດບໍ່ໄດ້ຮັບອະນຸຍາດ. ອີກອັນໜຶ່ງ ໂຄງການໃດກໍມີການປຶກສາຫາລືກັນ ຈັ່ງຊັ້ນຈັ່ງວ່າຂ້າພະເຈົ້າບໍ່ເຂົ້າໃຈ".

ໃນເວລາດຽວກັນນັ້ນນາງ ກໍໄດ້ຮຽກຮ້ອງມາຍັງອົງການຣັຖບານ ແລະບໍ່ສັງກົດຣັຖບານທັງໃນອອສເຕຣເລັຽ ແລະທົ່ວໂລກໃຫ້ສືບຕໍ່ຕິດ ຕາມຂ່າວຄາວແລະສອບຖາມທາງການລາວໃຫ້ເຮັດທຸກສິ່ງທຸກຢ່າງໃນການສືບສວນຕິດຕາມຊອກຫາ ດຣ.ສົມບັດ,ນາງກ່າວວ່າ:

"ຂ້າພະເຈົ້າກະບໍ່ມີສິທບອກຣັຖບານວ່າເຮັດຫຍັງ ບໍ່ເຮັດຫຍັງ ມີແຕ່ວ່າເນາະ ສົມບັດແມ່ນຄົນລາວຜູ່ໜຶ່ງ ທີ່ວ່າໄດ້ເຮັດວຽກຫລາຍປີຢູ່ ໃນລາວແລ້ວບໍ່ມີຜົນງານໃຫຍ່ກໍມີຜົນງານນ້ອຍກະຂໍໃຫ້ຜູ້ທີ່ເວົ້ານຳຣັຖບານລາວ ຮ້ອງຂໍໃຫ້ຣັຖບານລາວ ເຮັດທຸກສິ່ງທຸກຢ່າງທີ່ເຮັດໄດ້ ໄປຊອກຫາ ສົມບັດ ໃຫ້ເພິ່ນກັບບ້ານ ດ້ວຍຄວາມປອດພັຍ ໃຫ້ເພິ່ນກັບມາຢູ່ ນຳຄອບຄົວ. ແມ່ເພິ່ນກະ 86 ປີແລ້ວ ໂຊແຮງ ທຸກມື້ ຮ້ອງໃຫ້ຖ້າລູກເພິ່ນກັບມາ. ຂໍໃຫ້ຣັຖານລາວ ແລະຜູ່ໃດກະຕາມອີ່ຕົນສົງສາ ຊອກເພິ່ນ ເມືອບ້ານ ດ້ວຍຄວາມປອດພັຍ ອັນນີ້ ແມ່ນເປັນຄວາມຫວັງຂອງຂ້າພະເຈົ້າ".

ການລັກພາໂຕແລະຫາຍໄປຂອງດຣ.ສົມບັດສົມພອນສ້າງຄວາມສົນໃຈໃຫ້ອົງການຣະດັບໂລກຫລາຍອົງການເຊັ່ນ:ອົງການນິຣະໂທດກັມ ສາກົນ,ຄນະກັມມາທິການສິທທິມະນຸສສະຫະປະຊາຊາດ,ອົງການປະຊາສັງຄົມແລະ ຜູ້ນຳຂອງຫລາຍໆປະເທດ ທົ່ວໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org