ພັກການເມືອງດຽວເລືອກ ກັນເອງ

ສິດນີ
2016.03.21
F-Karim-Lahidji ຂະບວນການລາວ ເພື່ອ ສິດທິມະນຸດ
LMHR

ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ພ້ອມດ້ວຍ ເຄືອຂ່າຍ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ຮ່ວມກັນ ອອກຖແລງການ ໃນມື້ນີ້ວ່າ ການເລືອກຕັ້ງ ໃນລາວ ເປັນ ການເລືອກຕັ້ງ ທີ່ບໍ່ໄດ້ ມາຕຖານສາກົນ ແລະ ເພື່ອ ປົກປ້ອງ ອຳນາດ ການປົກຄອງ ຂອງ ພັກໂທນ ພັກດຽວ ໃນລາວ. ເປັນການເລືອກຕັ້ງ ທີ່ອັບອາຍ ຂາຍຫນ້າ ໃນສາຍຕາ ຂອງ ຊາວໂລກ.

ທ່ານ KARIM LAHIDJI ປະທານ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ກ່າວວ່າ ປະຊາຄົມ ສາກົນ ຄວນບອກ ຣັຖບານລາວ ຢ່າງ ແຂງຂັນ ແລະ ຈະແຈ້ງວ່າ ສາກົນຈະບໍ່ຍອມຮັບ ການເລືອກຕັ້ງ ທີ່ຫນ້າ ອັບອາຍ ໃນລາວ ອີກໃຫມ່ ທີ່ກີດກັ້ນ ປະຊາຊົນ ໃນການຄັດ ເລືອກ ຕົວແທນ ຢ່າງເສຣີ ຄືຫຼາຍ ປະເທດ ເຂົາເຮັດກັນ ປາສຈາກ ການເຂົ້າຫຍຸ້ງກ່ຽວ ຈາກ ພັກ-ຣັຖ.

ການເລືອກຕັ້ງ ໃນລາວ ເທື່ອນີ້ ກໍເປັນ ແບບດຽວກັບ ຫຼາຍຄັ້ງ ທີ່ຜ່ານມາ ເປັນ ການເລືອກຕັ້ງ ທີ່ບໍ່ໄດ້ ມາຕຖານ ສາກົນ ທີ່ມີການ ແຂ່ງຂັນ ກັນຢ່າງ ຍຸຕິທັມ, ເສຣີ ແລະ ການເຂົ້າຮ່ວມ ຈາກ ທຸກພາກສ່ວນ ໃນຂະບວນ ການເລືອກຕັ້ງ.

ທາງການລາວ ອະນຸຍາດ ໃຫ້ແຕ່ ຜູ້ສມັກ ຈາກພັກ ປະຊາຊົນ ປະຕິວັດລາວ ພັກດຽວ ເຂົ້າແຂ່ງຂັນ ການ ເລືອກຕັ້ງໄດ້ ຊື່ງ ເປັນການ ຝ່າຝຶນ ສົນທິສັນຍາ ນານາຊາດ ກ່ຽວກັບ ການເລືອກຕັ້ງ ແບບ ປະຊາທິປະຕັຍ ໃນໂລກ ທີ່ ປະຊາຊົນ ໄດ້ສະແດງ ອອກຢ່າງ ເສຣີ ໃນການ ຄັດເລືອກເອົາ ຕົວແທນ ຂອງຕົນ ເຂົ້າໄປໃນ ສະພາ ແຫ່ງຊາດ.

ການເລືອກຕັ້ງ ໃນລາວ ເປັນ ການເລືອກຕັ້ງ ທີ່ ສາກົນ ບໍ່ຍອມຮັບ ຊຶ່ງ ຖືກຄວບຄຸມ ທຸກຂັ້ນຕອນ ຢ່າງເຄັ່ງຄັດ ຈາກ ຄນະ ກັມມະການ ເລືອກຕັ້ງ ເລີ້ມຈາກ ຜູ້ສມັກ, ການຫາສຽງ ແລະ ການປ່ອນບັດ ເລືອກຕັ້ງ ຂອງ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.