ການຈໍາຄຸກລາວ-ຄຣິສຕຽນ ຖືກ ວິຈານ
ການ ຕັດສິນ ລົງໂທດ ຈໍາຄຸກ ລາວ-ຄຣິສຕຽນ 5 ຄົນ ຖືກ ອົງການ ປົກປ້ອງ ສິດທິ ມະນຸດ ວິຈານ ຕິຕຽນ ທາງການ ລາວ ຢ່າງ ໜັກ.
-
ຈໍາປາທອງ
2015-02-20 -
-
-
Your browser doesn’t support HTML5 audio
ລາວ-ຄຣິສຕຽນ 5 ຄົນ ທີ່ ຖືກ ທາງການ ລາວ ຕັດສິນ ໃຫ້ ຈໍາຄຸກ ເປັນ ເວລາ 9 ເດືອນ ໃນ ຂໍ້ຫາ “ການເປັນ ທ່ານໝໍ ຜິດ ກົດໝາຍ” ພາຍຫລັງ ທີ່ ພວກ ເຂົາເຈົ້າ ໄດ້ ໄຫວ້ວອນ ອະທິຖານ ໃຫ້ ແມ່ຍິງ ທີ່ ໃກ້ ຈະເສັຽ ຊີວິດ ນັ້ນ ຫາຍ ຈາກການ ເຈັບປ່ວຍ.
ການຕັດສິນ ຂອງ ສານອາຍາ ແຂວງ ສວັນນະເຂດ ທີ່ ໄດ້ລົງໂທດ ຈໍາຄຸກ ລາວ-ຄຣິສຕຽນ 5 ຄົນ ໃນຖານ ຣະເມີດ ກົດໝາຍ ທີ່ ເວົ້າເຖິງ ການ ປະຕິບັດ ທາງການ ແພດ ຂອງລາວ ໂດຍການ ອະທິຖານ ໃຫ້ ແມ່ ຍິງ ທີ່ ໃກ້ຈະເສັຽ ຊີວິດ ໃຫ້ຫາຍ ນັ້ນ ຖືກ ອົງການ ປົກປ້ອງ ສິດທິ ມະນຸດ ວິພາກ ວິຈານ ຫລາຍ ທີ່ສຸດ.
ສານ ຂອງ ທາງການ ລາວ ໄດ້ມີ ຄໍາຕັດສິນ ເມື່ອ ວັນທີ 12 ກຸມພາ 2015 ໃນຄະດີ ທີ່ ຢ້ອນຫລັງ ເມື່ອ ເດືອນ ມິຖຸນາ ຂອງ ປີກາຍ ທີ່ ໄດ້ ຕັດສິນ ລົງໂທດ ຈໍາຄຸກ ຈໍາເລີຍ 5 ຄົນ ເປັນເວລາ 9 ເດືອນ ໃນ ຂໍ້ຫາ “ການ ເປັນ ທ່ານໝໍ ຜິດ ກົດໝາຍ”.
ທ່ານ ສີກຸນ ປຣະເສີດສີ ຜູ້ ອໍານວຍ ການ ອົງການ ຕິດຕາມ ການ ປະຕິບັດ ສິດທິ ມະນຸດ ເພື່ອ ເສຣີພາບ ທາງ ສາສນາ ຢູ່ລາວ ຊຶ່ງ ຕັ້ງຢູ່ ສະຫະຣັຖ ອະເມຣິກາ ກ່າວຕໍ່ ucanews.com ຜ່ານທາງ email ວ່າ:
“ຂໍ້ຄວາມ ກ່ຽວກັບ ການ ພິຈາຣະນາ ຄະດີ ຂອງສານ ນີ້ ຈະຖືກ ສົ່ງໄປເຖິງ ຊາວ ຄຣິສຕຽນ ຢູ່ ປະເທສ ລາວ ວ່າ ແຕ່ນີ້ ເປັນຕົ້ນໄປ ເຈົ້າໜ້າທີ່ ຣັຖບາລ ສາມາດ ຈັບ ແລະ ຖື ຊາວ ຄຣິສຕຽນ ທີ່ ເຕົ້າໂຮມ ກັນ ອະຖິຖານ ໃຫ້ ຜູ້ປ່ວຍ ແລະ ທໍຣະມານ ນັ້ນ ເປັນ ອາສຍາກັມ”.
ທ່ານ Phil Robertson ຮອງ ຜູ້ ອໍານວຍການ ອົງການ ຕິດຕາມ ການ ປະຕິບັດ ສິດທິ ມະນຸດ Human Rights Watch ປະຈໍາ ເຂດ ເອເຊັຽ ກ່າວຕໍ່ uca- news.com ວ່າ ການ ຕັດສິນ ຂອງ ສານນັ້ນ ເປັນ ຕົວຢ່າງ ທີ່ ຊີ້ບອກ ຢ່າງ ແຈ່ມແຈ້ງ ວ່າ ຣັຖບາລ ລາວ ຂາດ ຄວາມມຸ້ງ ໝັ້ນ ທີ່ ຈະ ປົກປ້ອງ ສິດທິ ໃນການ ເຊື່ອຖື ສາສນາ ຂອງ ຊົນເຜົ່າ ສ່ວນໜ້ອຍ ຕ່າງໆ ຂອງ ລາວ. ທ່ານເວົ້າວ່າ:
“ຫາກກຸ່ມ 5 ຄົນ ທີ່ວ່ານັ້ນ ຖືກ ກ່າວຫາ ແລະ ຖືກ ຕັດສິນ ລົງໂທດ ໂດຍ ທີ່ບໍ່ໄດ້ ເຮັດຫຍັງ ຫລາຍ ໄປກວ່າ ການ ໄຫວ້ວອນ ອະທິຖານ ໃຫ້ ແມ່ຍິງ ທີ່ໃກ້ ຈະ ເສັຽຊີວິດ ນັ້ນ ຫາຍດີ ຈາກ ການ ເຈັບປ່ວຍ ນັ້ນ, ກໍຖືວ່າ ມັນເປັນ ເຄື່ອງ ໝາຍ ຈຸດໃໝ່ ທີ່ ຕໍ່າສຸດ ສໍາລັບ ເສຣີພາບ ທາງ ສາສນາ ຢູ່ລາວ. ສະນັ້ນ ຈຶ່ງ ຫວັງ ພຽງ ແຕ່ວ່າ ສາມັນ ສໍານຶກ ຈະຢູ່ ເໜືອ ກວ່າ ແລະ ທາງການ ລາວ ຈະ ລົດລະ ກໍຣະນີ ນີ້ ລົງ ທັນທີ”.