ທາງການຣະດົມພົລເມືອງ ເຝົ້າຍາມ
2016.01.17
ໃນລະຍະ ກອງປະຊຸມ ໃຫຍ່ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕິວັດລາວ ທີ່ ຈະຈັດຂື້ນ ຣະຫວ່າງ ວັນທີ 18 ຫາ 21 ມົກກະຣາ ປີນີ້ ທາງການ ໄດ້ວາງ ມາຕການ ຮັກສາ ຄວາມສງົບ ຢ່າງ ເຄັ່ງຄັດ ປະຊາຊົນ ໃນເຂດ ນະຄອນຫຼວງ ວຽງຈັນ ຕ້ອງ ຜັດປ່ຽນ ການເວນຍາມ ຕາມຄຸ້ມຕ່າງໆ ແຕ່ການເອ້ ແລະ ປະດັບປະດາ ຕາມ ສະຖານທີ່ ຕ່າງໆນັ້ນ ບໍ່ຄືກັບ ຄັ້ງ ທີ່ຜ່ານມາ ບໍ່ມີການ ປຸກຣະດົມ ກັນຫຼາຍ. ດັ່ງ ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 17 ມົກກະຣາ ນີ້ວ່າ:
"ຊ່ວງນີ້ ມີກອງປະຊຸມ ມາເວົ້າ ນຳພື້ນນຳຖານ ນີ້ແລ້ວວ່າ ໃຫ້ມີການ ກຳຈັດ ພວກທີ່ວ່າ ບໍ່ດີຫັ້ນແຫຼະ ພວກກໍ່ ອາຊຍາກັມ ຕ່າງໆ ໃຫ້ປາບເໝິດເດ້ ລົງຫາບ້ານ ແຫຼະ ເວນຍາມ ໃຫ້ໄປ ສູ່ເຮືອນ ຕົກເຮືອນໃດ ໃຫ້ໄປເຮືອນ ຫັ້ນ ເຮືອນໃດ ບໍ່ໄປ ກະໄດ້ເສັຽ ກະ 5 ພັນ".
ທ່ານວ່າ ສຳຫຼັບ ການເວນຍາມ ຄວາມສງົບ ຢູ່ ຄຸ້ມບ້ານນັ້ນ ທາງການ ກໍໄດ້ຣະດົມ ປະຊາຊົນ ຊາຍຫນຸ່ມ ຍິງສາວ ພາຍໃນບ້ານ ໄປເວນຍາມ ມີທັງ ທະຫານ ແລະ ຕຳຣວດ ມາປ້ອງກັນ ຈົນແຈ້ງ ທ່ານກ່າວ ຕື່ມວ່າ:
"ຊອດແຈ້ງ ພຸ້ນແຫຼະ ເຂົາເຈົ້າຍາມ ມື້ໃດກະດາຍ ພວກແມ່ຍິງ ພວກຊາຍຫນຸ່ມ ຫມູ່ບ້ານ ຫັ້ນແຫຼະ ແລະ ກະເຖົ້າແກ່ ອີ່ຫຍັງຕ່າງໆ ພວກ ມີເງີນມີຄຳ ຫັ້ນ ກະໄປຊຸກຍູ້ ເຮັດ ເຂົ້າປຽກ ເຈົ້າຫນ້າທີ່ ລົງມາເດ້ ມີ ພວກທະຫານ ພວກຕຳຣວດ ບໍ່ໃຫ້ມີ ເຫດຮ້າຍ ເກີດຂຶ້ນ".
ເຖິງຢ່າງໃດ ກໍຕາມ ທ່ານ ສັງເກດ ເຫັນວ່າ ການເວນຍາມ ຮັກສາ ຄວາມສງົບ ແລະ ຄວາມເປັນຣະບຽບ ຮຽບຮ້ອຍ ກ່ອນ ກອງ ປະຊຸມໃຫຽ່ ເທື່ອນີ້ ບໍ່ ເຂັ້ມງວດ ຄືກັບຄັ້ງ ທີ່ ຜ່ານມາ. ບັນດາ ທະຫານ ຕຳຣວດ ແລະ ປະຊາຊົນ ກໍບໍ່ ກະຕືລືລົ້ນ ຄືແຕ່ກ່ອນ.