ລາວຕຣຽມຮັບກອງປະຊຸມ ອາຊຽນ
2016.08.26
ໂຮງຮຽນຂອງຣັດ ແລະ ເອກກະຊົນ ຮວມທັງ ສະຖາບັນ ການສືກສາ ຕ່າງໆເຊັ່ນ ມະຫາວິທຍາລັຍ ແຫ່ງຊາດ ຈະຖືກປິດ ຊົ່ວຄາວ ໃນລະຍະ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງປະຊຸມ ອື່ນໆ ຣະຫວ່າງ ວັນທີ 6 ຫາ 8 ກັນຍາ 2016.
ກະຊວງສຶກສາທິການ ແລະການກິລາ ປະກາດວ່າ ໂຮງຮຽນຕ່າງໆ ເລີ້ມແຕ່ ຊັ້ນ ອະນຸບານ ເຖິງຂັ້ນ ມະຫາວິທຍາລັຍ ໃນເຂດສີ່ເມືອງ ເປັນຕົ້ນ ເມືອງ ຈັນທະບູຣີ, ສີໂຄດຕະບອງ ໄຊເສດຖາ ແລະ ສີສັດຕະນາກ ນະຄອນຫຼວງ ວຽງຈັນ ຈະຖືກປິດ ຊົ່ວຄາວ ໃນລະຍະ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງປະຊຸມ ອື່ນໆ ໃນວັນທີ 6 ຫາ 8 ກັນຍາ ຈົນຮອດ ວັນທີ 10 ກັນຍາ.
ກະຊວງສືກສາທິການ ຖແລງວ່າ ການປິດໂຮງຮຽນ ກໍເພື່ອຫລຸດຜ່ອນ ບັນຫາ ຈາຣະຈອນ ຕິດຂັດ ໃນທ້ອງຖນົນ ສາຍສຳຄັນ ໃນເຂດ ນະຄອນຫຼວງ ເພື່ອອຳນວຍ ຄວາມສະດວກ ໃນການເດີນທາງ ຂອງແຂກ ທີ່ເຂົ້າຮ່ວມ ປະຊຸມ.
ຫ້ອງການຜແນກ ບໍຣິຫານຈັດການ ນະຄອນຫຼວງ ໄດ້ເລັ່ງລັດ ທຳຄວາມສະອາດ ຕາມເສັ້ນທາງ ສາຍຫລັກ ມີການ ປະດັບປະດາ ດ້ວຍ ຕົ້ນໄມ້ ແລະ ປັກທຸງຊາດ ຂອງ ບັນດາ ປະເທດ ອາຊຽນ ແລະຈໍາພວກ ຣົດ ບັນທຸກ ຂນາດໃຫຍ່ ທຸກຊນິດ ຖືກສັ່ງຫ້າມ ເຂົ້າມາໃນ ເຂດນະຄອນຫຼວງ ໃນວັນ ດັ່ງກ່າວ.