ເບື້ອງຫຼັງການໃສ່ໂທດ ຕໍາຣວດ ນອກວິນັຍ

ອຸ່ນແກ້ວ ສຸກສະຫວັນ
2021.05.12
ເບື້ອງຫຼັງການໃສ່ໂທດ ຕໍາຣວດ ນອກວິນັຍ ປກສ ແຂວງສວັນນະເຂດ ປະຕິບັດວິໄນ ນາຍຕໍາຣວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສວັນນະເຂດ ເປັນປະທານໂດຍ ທ່ານ ພອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ປກສ ແຂວງສວັນນະເຂດ
ປກສ ແຂວງສວັນນະເຂດ

ການລະບາດຂອງໂຄວິດ-19 ຮອບທີສອງ ສາເຫດນຶ່ງ ຍ້ອນຄົນໄທຍ 2 ຄົນ ພາກັນລັກຂ້າມມາມາຫລິ້ນປີໃໝ່ ໃນໄລຍະປີໃໝ່ລາວ. ແຕ່ວ່າ ປະຊາຊົນ ຜູ້ທີ່ຕິດຕາມເລື່ອງນີ້ ໃຫ້ເຫດຜົນວ່າ ອີກສາເຫດນຶ່ງ ເປັນຍ້ອນວ່າ ເຈົ້າໜ້າທີ່ຜູ້ມີຮັບຜິດຊອບ ການປ້ອງກັນການ ແຜ່ລະບາດ ຂອງໂຄວິດ-19 ເຄັ່ງຄັດບໍ່ສເມີຕົ້ນສເມີປາຍ ເຊັ່ນວ່າ: ໃນໄລຍະປີໃໝ່ ກໍມີເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ເຄີຍສເນີ ໃຫ້ຣັຖບານ ລ໊ອກດາວ ໃນໄລຍະໄປໃໝ່ລາວ, ແຕ່ສຸດທ້າຍ ກໍບໍ່ມີການລ໊ອກດາວ. ໃນໄລຍະປີໃໝ່ ມີການຈັດຄອນເສີດ ຢູ່ນະຄອນ ຫຼວງວຽງຈັນ ທີ່ມີຜູ້ເຂົ້າຊົມ 100 ຄົນ ໂດຍບໍ່ໄດ້ໃສ່ ຜ້າອັດດັງ-ອັດປາກ.

ນອກຈາກນີ້ ການຫລິ້ນປີໃໝ່ ຢູ່ ນະຄອນຫຼວງພຣະບາງ ກໍບໍ່ມີມາຕການປ້ອງກັນຢ່າງເຄັ່ງຄັດ, ຜູ້ຄົນກໍບໍ່ໄດ້ໃສ່ຜ້າອັດດັງ-ອັດປາກ ຕາມມາຕການປ້ອງກັນຂອງເຈົ້າໜ້າທີ່.

ຫລ້າສຸດ ໃນອາທິດທີ່ຜ່ານມາ ກໍມີເຈົ້າໜ້າທີ່ຕຳຣວດ ແຂວງສວັນນະເຂດ ທີ່ຢູ່ສູນກັກຕົວ ໄດ້ເອົາແບ້ ເຂົ້າໄປເຮັດກິນຢູ່ໃນສູນ ຈົນເກີດສຽງວິຈານຈາກສັງຄົມ ຢ່າງກວ້າງຂວາງ. ແລ້ວປະຊາຊົນຕັ້ງຄຳຖາມວ່າ ເຈົ້າໜ້າທີ່ຢູ່ສູນກັກຕົວ ອະນຸຍາດໃຫ້ເອົາແບ້ ເຂົ້າໄປເຮັດກິນໄດ້ແນວໃດ. ປະຊາຊົນທ່ານນຶ່ງໃຫ້ສໍພາດວ່າ:

"ທັສນະປະຊາຊົນ ຜູ້ຈ່າຍໃຫ້ເງິນເດືອນໃຫ້ພວກເຂົາ ກະໃຊ້ມາຕການຫັ້ນລະເນາະໄລ່ອອກລະກະ ດຳເນີນຄະດີພ້ອມຫັ້ນແຫຼະ ເພາະວ່າຂໍ້ຫາຝ່າຝືນ ກົດລະບຽບສາທາຣະນະສຸຂເດ້ ເພິ່ນບໍ່ໃຫ້ໃກ້ຊິດບຸກຄົນອື່ນ ແນວຕົວເອງ ມີເຊື້ອ ຍັງໄປເຮັດ."

ທ່ານ ກ່າວຕື່ມວ່າ:

"ຜູ້ໃດຢາກເອົາຫຍັງເຂົ້າໄປກິນ ກໍເອົາເຂົ້າໄດ້ ຖ້າວ່າໄດ້ຮັບອະນຸຍາດ ຈາກຜູ້ປະຈຳການໃນມື້ນັ້ນເນາະ. ກະໄດ້ ເລື່ອງເອົາເຂົ້ານີ້ ມັນເອົາເຂົ້າໄດ້ຢູ່ແລ້ວເນາະ ຜູ້ກ່ຽວກະຕ້ອງຮູ້ວ່າ ຕົວເອງກຳລັງກັກຂັງຢູ່."

ປະຊາຊົນຊາວແຂວງຈຳປາສັກ ອີກທ່ານນຶ່ງກ່າວວ່າ:

"ເຈົ້າໜ້າທີ່ຍາມສູນ ເປັນຜູ້ອຳນວຍຄວາມສະດວກ ໃຫ້ເອົາແບ້ເຂົ້າໄປກິນຢູ່ໃນນັ້ນ. ທຸກຄົນໄດ້ກິນນຳກັນ ຜູ້ນຶ່ງຍາມກະຜູ້ນຶ່ງເຮັດ ຄືມັນສຸກແລ້ວກະເອີ້ນກັນມາກິນ."

ປະຊາຊົນ ທ່ານນີ້ ກ່າວວ່າ:

"ເຈົ້າໜ້າທີ່ຄິດແຕ່ປໂຍດສ່ວນຕົວຂອງຕົວເອງ ໃນຂນະທີ່ລະບຽບມັນມີຢູ່."

ປະຊາຊົນຊາວ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:

"ບາງບ່ອນ ເຈົ້າໜ້າທີ່ກະເຄັ່ງຄັດ ແຕ່ອີກບາງບ່ອນ ເຈົ້າໜ້າທີ່ ກະບໍ່ເຄັ່ງຄັດ ມັນກະເວົ້າໄດ້ຢູ່ແຕ່ບໍ່ມີການກວດກາ."

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ຄັນວ່າ ມັນເຄັ່ງຕັດບໍ່ ກະບໍ່ເຄັ່ງຄັດ ມັນລະແບບ ມະລຸມມະລ້ວຍ ນີ້ນ່າ."

ໃນວັນທີ 7 ພຶສພາ ທີ່ຜ່ານມາ ກະຊວງປ້ອງກັນຄວາມສງົບ ໄດ້ອອກຂໍ້ຕົກ ສັ່ງປົດເຈົ້າໜ້າທີ່ຕຳຣວດ ຊື່ວ່າ ຮ້ອຍເອກ ພູໃສ ສີສະຫວັນ ອາຍຸ 34 ປີ ສັງກັດ ກອງບັນຊາການ ປກສ ແຂວງສວັນນະເຂດ ມີຄວາມຜິດໃນການເມີນເສີຍ ແລະ ປ່ອຍປະໃຫ້ ຄົນຕ່າງປະເທດ ລັກເຂົ້າມາໃນລາວ ແລະ ມີການພົວພັນກັບ ຄົນຕ່າງປະເທດ ແບບບໍ່ຖືກກົດໝາຍ ອັນເປັນເຫດໃຫ້ເກີດການ ລະບາດຂອງໂຄວິດ-19, ຄວາມຜິດໃນການພົວພັນ ຫລິ້ນການພະນັນເຖື່ອນ ແລະ ຄ້າຂາຍເຖື່ອນ. ແລະ ໃນອີກສິ່ງນຶ່ງ ກໍຄື ເຈົ້າໜ້າທີ່ຄົນດັ່ງກ່າວ ເອົາແບ້ໄປຄົວກິນ ຢູ່ໃນສູນກັກຕົວ.

ໃນຂນະດຽວກັນ ກົມໃຫຍ່ຕຳຣວດ ປສກ ກະຊວງປ້ອງກັນຄວາມສງົບ ໄດ້ປະຕິບັດວິໄນ ຮ້ອຍໂທ ສອນອາໄລ ໂພທິລາດ ອາຍຸ 33 ປີ ສັງກັດ ກອງບັນຊາການ ເມືອງສອງຄອນ ແຂວງສວັນນະເຂດ ມີຄວາມຜິດ ຍ້ອນສວຍໃຊ້ຕຳແໜ່ງ ສິດອຳນາດເຈົ້າໜ້າທີ່ ເພື່ອ ຫາຜົນປໂຍດສ່ວນຕົວ, ພົວພັນກັບກຸ່ມຄ້າຢາເສບຕິດ, ຫລິ້ນການພະນັນ, ຄ້າຂາຍເຖື່ອນ ແລະ ມີການພົວພັນກັບຄົນ ຕ່າງປະເທດ ຊຶ່ງເປັນເຫດເຮັດໃຫ້ເກີດ ການລະບາດຂອງໂຄວິດ-19.

ຫລ້າສຸດ ໃນວັນທີ 11 ພຶສພາ 2021, ເຈົ້າໜ້າທີ່ສະເພາະກິດ ຄວບຄຸມໂຄວິດ-19 ໄດ້ລາຍງານວ່າ ຢູ່ປະເທດລາວ ມີຜູ້ຕິດເຊື້ອ ສະສົມທັງໝົດ 1,362 ຄົນ ແລະ ຕົວເລກທີ່ຍັງຈະສູງ ຂຶ້ນກວ່ານີ້ອີກ ໃນມື້ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.