ຊາວຄຣິສຈຽນ 7 ຄົນ ຝ່າຝືນກົດ
2014.10.01
ເຈົ້າໜ້າທີ່ ບ້ານ ບົວຄໍາ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ການຈັບຂັງ ຊາວ ຄຣິສຈຽນ 7 ຄົນ ເມື່ອ ວັນທີ 28 ກັນຍາ 2014 ນັ້ນ ແມ່ນ ເປັນຍ້ອນ ພວກ ເຂົາເຈົ້າ ຝ່າຝືນ ກົດຣະບຽບ ໃນການຈັດ ພິທີ ທາງ ສາສນາ ຊຶ່ງ ເຈົ້າໜ້າທີ່ ໄດ້ຕັກເຕືອນ ຫລາຍຄັ້ງ ມາແລ້ວ:
"ບ້ານບົວຄໍາ ເອງນີ້ໜາ ສົມມຸດວ່າ ບ້ານບົວຄໍາ ມັນ ມີ 5 ຫລັງຄາ ເຮືອນ ພວກເຮົາ ກໍຍົກເວັ້ນ ໃຫ້ເນາະ ໃຫ້ຮວມ ຢູ່ບ່ອນໜຶ່ງ ກະໄດ້ ແຕ່ວ່າບໍ່ ໝາຍ ຄວາມວ່າ ໄປໂບດ ດອກ ໄປໂບດ ບໍ່ມີເງິນ ມີຄຳ ອິງໃສ່ ການເຊື່ອຖື ນີ້ແຫລະ ຂອງ ອ້າຍນ້ອງ ຫ້າມຄົນ ບ້ານອື່ນ ນະມາ ມາຮ່ວມນຳ ແຕ່ ພວກເຂົາດື້ ເອົາເມືອງອື່ນ ມາຕລອດ ບໍ່ໃຫ້ເອົາມາ ແຮ່ງ ເອົາມາ".
ທ່ານກ່າວ ອີກວ່າ ປົກກະຕິ ຕາມກົດໝາຍ ຂອງລາວ ການທໍາ ພິທີ ທາງ ສາສນາ ຄຣິສຈຽນ ຕ້ອງເຮັດ ຢູ່ໃນໂບດ ເທົ່ານັ້ນ ແລະ ຕ້ອງຂໍ ອະນຸຍາດ ຈາກທາງ ອໍານາດ ການປົກຄອງ ເມືອງກ່ອນ ຈຶ່ງເຮັດໄດ້. ແຕ່ ຊາວຄຣິສຈຽນ ບ້ານບົວຄໍາ ທາງອໍານາດ ການປົກຄອງ ບ້ານ ໄດ້ຍົກເວັ້ນ ໃຫ້ ສາມາດ ທໍາພິທີ ທາງ ສາສນາ ຢູ່ເຮືອນ ແທນ ໂບດໄດ້ ເພື່ອ ປະຢັດເງິນ ເດີນ ທາງ. ແຕ່ມີຂໍ້ ຫ້າມວ່າ ເຮັດໄດ້ແຕ່ ສະເພາະ ຜູ້ທີ່ຢູ່ ໃນບ້ານ ບົວຄໍາ ເທົ່ານັ້ນ ຫ້າມຄົນ ນອກ ເຂົ້າມາ. ແຕ່ ໃນຫລາຍປີ ມານີ້ ຊາວ ຄຣິສຈຽນ ບ້ານບົວຄໍາ ມັກຈະເຊີນ ຊາວ ຄຣິສຈຽນ ມາຈາກ ບ້ານອື່ນ ເມືອງອື່ນ ເຂົ້າຮ່ວມນໍາ.
ດັ່ງນັ້ນ ເຈົ້າໜ້າທີ່ ຈຶ່ງຈັບ ຊາວ ຄຣິສຈຽນ ບ້ານ ບົວຄໍາ ຕື່ມອີກ ຊຶ່ງ ທີ່ຜ່ານມາ ກໍເຄີຍໄດ້ ຈັບມາແລ້ວ ຫລາຍຄັ້ງ. ແຕ່ລະຄັ້ງ ຖືກກັກຕົວ ໃນ ຣະຍະ ຕ່າງກັນ ແຕ່ 1 ວັນເຖິງ 1 ອາທິດ ຂຶ້ນຢູ່ກັບ ການຍອມ ຮັບວ່າ ຈະບໍ່ຝ່າຝືນ ກົດໝາຍ. ຖ້າຍອມຮັບ ແລ້ວ ກໍ ປ່ອຍໄປ.
ໃນບ້ານ ບົວຄໍາ ນີ້ ມີຊາວ ຄຣິສຈຽນ ຢູ່ ປະມານ 5 ຄອບຄົວ 10 ກວ່າຄົນ ໂດຍມີ ທ່ານ ສົມພົງ ເປັນຫົວໜ້າ ທາງ ສາສນາ ປະຈໍາ ບ້ານ. ເຈົ້າໜ້າທີ່ ທ່ານດຽວ ກັນ ກ່າວຕື່ມ ອີກວ່າ ນອກຈາກ ບັນຫາ ທາງສາສນາ ແລ້ວ ຊາວຄຣິສຈຽນ ໃນບ້ານນີ້ ບໍ່ເຄີຍມີ ບັນຫາ ຫຍັງກັບ ອໍານາດການ ປົກຄອງ ບ້ານ ແລະ ກັບພື່ອນ ບ້ານອື່ນໆ. ກ່ຽວກັບ ເຣື່ອງ ດັ່ງກ່າວ RFA ພຍາຍາມ ຊອກຮູ້ນໍ າຊາວ ຄຣິສຈຽນ ທີ່ຖືກປ່ອຍ ຕົວ ແຕ່ຍັງບໍ່ ສາມາດ ຕິດຕໍ່ໄດ້.