ລາວຖືກກົດດັນໃຫ້ສືບຫາ ທ.ສົມບັດ
ກຸ່ມ ສິດທິ ມະນຸສ ປະຊາຄົມ ສາກົນ ແລະ ອົງການ ຕ່າງຊາດ ກົດດັນ ຣັຖບານ ລາວ ໃຫ້ ຈິງໃຈ ຊອກຫາ ທ່ານ ສົມບັດ ສົມພອນ.
-
ສິດນີ
2014-12-16 -
-
-
Your browser doesn’t support HTML5 audio
ໃນ ມື້ວານ ນີ້ ປະຊາຄົມ ສາກົນ ແລະ ກຸ່ມ ປົກປ້ອງ ສິດທິ ມະນຸດ ໄດ້ກົດດັນ ໃຫ້ ຣັຖບານລາວ ໃຊ້ຄວາມ ພຍາຍາມ ເພີ້ມຕື່ມ ໃນການ ຊອກຫາ ທ່ານ ສົມບັດ ສົມພອນ ທີ່ ຫາຍສາບສູນ ໄປໄດ້ 2 ປີ ແລ້ວ.
ທ່ານ JOHN BAIRD ຣັຖມົນຕຣີ ກະຊວງ ຕ່າງ ປະເທດ ການາດາ ກ່າວວ່າ ປະເທດ ການາດາ ຍັງມີ ຄວາມເປັນຫ່ວງ ໃນການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃນຣະຍະ 2 ປີ ທີ່ຜ່ານມາ ຊື່ງ ຣັຖບານ ລາວ ຍັງບໍ່ ສາມາດ ໃຫ້ຂໍ້ມູນ ການ ຫາຍສາບສູນ ຂອງ ທ່ານໄດ້. ທາງການ ການາດາ ຂໍຮຽກຮ້ອງ ໃຫ້ ຣັຖບານ ລາວ ເຄົາຣົບ ນັບຖື ສົນທິ ສັນຍາ ກ່ຽວກັບ ສິດທິມະນຸດ ທີ່ ຕົນໄດ້ ລົງນາມ ຮ່ວມກັບ ນາໆຊາດ ແລະ ໃຫ້ຂໍ້ມູນ ຢ່າງ ແຈ່ມແຈ້ງ ກ່ຽວກັບ ການສືບສວນ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຕໍ່ຊາວ ໂລກ.
ໃນຂນະ ດຽວກັນ ກຸ່ມ ຕົວແທນ ຈາກ 82 ອົງກອນ ດ້ານ ສິດທິມະນຸດ ກໍ່ໄດ້ຮ່ວມກັນ ອອກ ຖແລງການ ປະນາມ ຣັຖບານ ລາວ ປະຕິເສດ ທີ່ຈະໃຫ້ ຂໍ້ມູນກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ອົງການ ດັ່ງກ່າວ ຍັງໄດ້ ຮຽກຮ້ອງ ສະມາຄົມ ອາຊຽນໃຫ້ ໃຊ້ ມາຕການ ທີ່ ສຳຄັນ ແລະ ຈຳເປັນ ໃນ ການກົດດັນ ຣັຖບານ ລາວ ໃນການສືບຫາ ທ່ານ ສົມບັດ ສົມພອນ.
ສຳລັບ ອົງການ ສີ້ງຊອມດ້ານ ສິດທິມະນຸດ ສາກົນ ກໍເວົ້າວ່າ ການສືບສວນ ຊອກຫາ ທ່ານ ສົມບັດ ສົມພອນ ຂອງ ທາງການ ລາວ ເປັນການ ອັບອາຍ ຂາຍຫນ້າ ຫລາຍກວ່າ ເພາະຂາດ ຂໍ້ມູນ ແລະ ຄວາມຈິງ ກໍຍັງມີ ການປີດບັງ ໄວ້ຢູ່.
ກຸ່ມ ດັ່ງກ່າວ ເວົ້າວ່າ ຕັ້ງແຕ່ ເລີ້ມຕົ້ນ ຊາວໂລກ ກໍ ຮູ້ແລ້ວວ່າ ເປັນການ ບີບບັງຄັບ ໃຫ້ ຫາຍສາບສູນ ເພາະ ສີ່ງທີ່ ເກີດຂຶ້ນ ນັ້ນ ແມ່ນຢູ່ ປ້ອມຍາມ ຂອງ ເຈົ້າຫນ້າທີ່ ຕຳຣວດ ແຕ່ ທາງການ ລາວ ກໍຍັງ ປະຕິເສດ ຕໍ່ຄວາມ ຮັບຜິດຊອບ ຂອງຕົນ ຢູ່.