ພັກປະຕິວັດລາວຈະປະຊຸມ ໃຫຽ່

ສົມເນ
2016.01.15
F-Choummaly ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປລາວ
Citizen Journalist

ຄນະຜູ້ແທນ ພັກ ປະຊາຊົນ ປະຕິວັດລາວ ຈາກ ແຂວງຕ່າງໆ ທົ່ວປະເທດ ຕຣຽມເຂົ້າຮ່ວມ ກອງປະຊຸມໃຫຽ່ ຄັ້ງທີ່ 10 ຂອງພັກ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນ ອາທິດ ໜ້ານີ້. ເຈົ້າຫນ້າທີ່ ຫ້ອງການ ຄນະຈັດຕັ້ງ ພັກ ແຂວງ ຫົວພັນ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 14 ມົກກະຣາ ນີ້ວ່າ ແຂວງ ຂອງເພິ່ນ ຈະມີຜູ້ແທນ ເຂົ້າຮ່ວມ ກອງປະຊຸມ 33 ຄົນ:

“ມີຢູ່ 33 ທ່ານ ທ່ານເປັນ ຜູ້ແທນ ສົມບູນ, ເພິ່ນກະກຽມ ເຣີ່ມຕົ້ນໄປ ມື້ອື່ນນີ້, 33 ຄົນ ຖືວ່າຫຼາຍ ກໍມີຜູ້ແທນ ຖືກເຊີນ 10 ສະຫາຍ”.

ຍານາງ ກ່າວວ່າ ເປັນຄວາມ ພາກພູມໃຈ ຂອງ ສະມາຊິກ ທັງ 33 ຄົນ ທີ່ໄດ້ເປັນ ຜູ້ຕາງໜ້າ ໄປຮ່ວມ ກອງປະຊຸມ ໃຫ່ຽ. ກອງປະຊຸມ ຄັ້ງທີ່ 10 ນີ້ ຈະຄັດເລືອກ ເອົາ ກັມມະການ ກົມການເມືອງ ສູນກາງພັກ ຊຸດໃຫມ່ ແລະ ເລືອກ ເລຂາທິການ ໃຫຽ່ ຄົນໃຫມ່, ຫຼັງຈາກ ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຕຳແໜ່ງ ມາແລ້ວ 2 ສະໄໝ.

ເອເຊັຽເສຣີ ໄດ້ຖາມ ປະຊາຊົນ ວ່າຄິດແນວໃດ ຕໍ່ ກອງປະຊຸມ ຄັ້ງນີ້, ສ່ວນຫຼາຍ ບອກວ່າ ບໍ່ສົນໃຈ ເພາະຂຶ້ນກັບ ຜູ້ໃຫຽ່ ຈະ ຄັດເລືອກ ກັນເອງ. ດັ່ງຊາວ ນະຄອນຫຼວງ ວຽງຈັນ ນາງນຶ່ງ ເວົ້າວ່າ:

“ໂອ ບໍ່ຮູ້ເດີ, ກໍບໍ່ຮູ້ ຄືກັນເດີ ແລ້ວແຕ່ຜູ້ໃຫຽ່ ຂະເຈົ້າເລືອກກັນ ຈັ່ກເພິ່ນ ຈະເລືອກໃຜ. ເຮົາເປັນ ປະຊາຊົນ ເຮົາບໍ່ຮູ້ຈັກ”.

ສື່ຂ່າວ ຂອງ ທາງການລາວ ຣາຍງານວ່າ ກອງປະຊຸມໃຫຽ່ ຂອງພັກ ປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນ ຣະຫວ່າງ ວັນທີ 18-21 ມົກກະຣາ ນີ້. ເຈົ້າໜ້າທີ່ ພັກ-ຣັຖ ໄດ້ ປະກອບສ່ວນ ຮັບຕ້ອນ ກອງປະຊຸມ ທັງການຈັດຕັ້ງ ກຳລັງ ປະຈຳການ ຣະວັງ ເຫດການ ທົ່ວຕົວເມືອງ, ອະນາມັຍ ແລະ ປັບປຸງ ເສັ້ນທາງ, ປະດັບທຸງ ແລະ ປ້າຍ ຄຳຂວັນຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.