ບໍຣິສັດ ປຕທ (ລາວ) ປະກາດ ປະສົບກັບບັນຫາ ນໍ້າມັນເຊື້ອເພີງ ບໍ່ພຽງພໍ

ບໍຣິສັດ ປຕທ (ລາວ) ປະກາດ ປະສົບກັບບັນຫາຂາດແຄນນໍ້າມັນເຊື້ອເພີງໃນເບື້ອງຕົ້ນ ຍ້ອນບັນຫາແລກປ່ຽນເງິນຕຣາ ຕ່າງປະເທດ ສໍາລັບຊື້ນໍ້າມັນເຊື້ອເພີງ ແຕ່ພາຍຫຼັງໄດ້ມີການແຈ້ງການແກ້ໄຂສະບັບເດີມ ໂດຍມີເນື້ອໃນໃຈຄວາມ ທາງບໍຣິສັດ ໄດ້ຮັບການສນັບສນູນ ນ້ຳມັນເພື່ອຈຳໜ່າຍຢ່າງພຽງພໍແລ້ວ.

ປ້ຳນ້ຳມັນ ປຕທ ສາຂານຶ່ງ ໃນນະຄອນຫຼວງພຣະບາງ. ເດືອນສິງຫາ ປີ 2023. ນັກຂ່າວ ພົລເມືອງ

ບໍຣິສັດ ປຕທ (ລາວ) ຈໍາກັດ ໄດ້ອອກແຈ້ງການ ວັນທີ 21 ກັນຍານີ້ວ່າ ທາງບໍຣິສັດໄດ້ປະສົບບັນຫາ ກ່ຽວກັບ ການແລກປ່ຽນເງິນຕຣາ ຕ່າງປະເທດ ສໍາລັບ ຊື້ນໍ້າມັນເຊື້ອເພີງ ຊຶ່ງອາຈສົ່ງຜົລກະທົບ ເຮັດໃຫ້ເກີດການຂາດແຄນ ນໍ້າມັນໄດ້. ສະນັ້ນ ນັບຕັ້ງແຕ່ມື້ວັນທີ 18 ​ກັນຍາ 2023 ເປັນຕົ້ນໄປ ທາງບໍຣິສັດ ຈຶ່ງຈໍາເປັນຕ້ອງໄດ້ຈໍາກັດ ການສັ່ງຊື້ນໍ້າມັນກາຊວນ, ນໍ້າມັນແອັດຊັງ ທັມມະດາ ແລະແອັດຊັງພິເສດ. ໃນຕອນແລງຂອງມື້ດຽວກັນ ຄືວັນທີ 21 ກັນຍາ ທາງບໍຣິສັດນີ້ ກໍໄດ້ອອກແຈ້ງການຕື່ມອີກ ສະບັບນນຶ່ງ ໂດຍເນັ້ນຢໍ້າວ່າ ທາງໜ່ວຍງານ ໄດ້ຄົ້ນຄວ້າ, ປະສານງານ ແລະໄດ້ຮັບການສນັບສນູນ ນໍ້າມັນ ຈາກບໍຣິສັດນໍາເຂົ້າ ແລະສົ່ງອອກ ນໍ້າມັນເຊື້ອເພີງ ໃນປະຣິມານທີ່ພຽງພໍ ສໍາລັບສນອງໃຫ້ປໍ້ານໍ້າ ມັນລູກຄ້າ ທີ່ເປັນໂຕແທນຈໍາໜ່າຍ ໃນທົ່ວປະເທດ ໄດ້ເປັນປົກກະຕິ ເຊັ່ນດຽວກັນກັບບໍຣິສັດອື່ນໆ ທີ່ນໍານໍ້າມັນເຊື້ອເພີງເຂົ້າມາລາວ.

ເຈົ້າໜ້າທີ່ ຜູ້ທີ່ຮູ້ເຣື່ອງນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໂດຍຂໍສງວນຊື່ ແລະສຽງ ໃນມື້ວັນທີ 22 ກັນຍານີ້ວ່າ:

“ນໍ້າມັນເຊື້ອເພີງຂາດແຄນ ຫລືບໍ່ ມັນກໍບໍ່ໄດ້ຂາດ ແຄນ ກໍຍັງໃຊ້ງານໄດ້ປົກກະຕິ ກໍຍັງມີຫລາຍໆປໍ້າ ທີ່ຍັງເປີດໃຫ້ບໍຣິການຢູ່. ສ່ວນສາເຫດ ຍ້ອນເງິນຕຣາຕ່າງປະເທດບໍ່ ກໍຍັງພໍແລກໄດ້ຢູ່. ທ່ານຢໍ້າວ່າ ບໍ່ໄດ້ຂາດແຂນ ຍັງແລກປ່ຽນໄດ້ ແຕ່ອາດບໍ່ທັນໄດ້ສະດວກພໍເທົ່າໃດ. ສ່ວນເຣື່ອງທີ່ວ່າ ຈະຄືກັບປີ 2022 ຫລືບໍ່ ກໍບໍ່ຂີ້ຮ້າຍປານນັ້ນ ຍ້ອນວ່າ ປັດຈຸບັນ ສາມາດເຂົ້າ-ອອກສະດວກ”

ທ່ານກ່າວຕື່ມວ່າ ເມື່ອແຈ້ງການນັ້ນ ຖືກເຜີຍແພ່ອອກໄປ ຕາມສື່ສັງຄົມອອນລາຍນ໌ ຈຶ່ງເຮັດໃຫ້ປະຊາຊົນ ຢູ່ຫລາຍເມືອງ ຫລາຍແຂວງ ບໍ່ສະບາຍໃຈ ເພາະຢ້ານວ່າ ຈະຂາດເຂີນນໍ້າມັນ ຄືທີ່ເຄີຍເກີດຂຶ້ນ ເມື່ອກາງປີກາຍ, ແຕ່ຄວາມເປັນຈິງ ແມ່ນເປັນໄປໄດ້ຍາກ ຍ້ອນການແພ່ຣະບາດ ຂອງໂຄວິດ-19 ຫລຸດຜ່ອນລົງ ການນໍານໍ້າມັນຈາກໄທຍ ສະດວກຫລາຍຂຶ້ນ.

ຊາວນນະຄອນຫຼວງວຽງຈັນ ແຕກຕື່ນ ພາກັນຟ້າວໄປຕໍ່ແຖວ ເພື່ອຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ພາຍຫຼັງຮູ້ຂ່າວວ່າ ນ້ຳມັນເຊື້ອເພີງ ອາຈບໍ່ພຽງພໍໃນບາງປ້ຳ (TS), ວັນທີ 21 ກັນຍາ ປີ 2023. ຮູບພາບໂດຍ: RFA

ໃນຕອນເຊົ້າ ຂອງວັນທີ 22 ກັນຍານີ້, ປໍ້ານໍ້າມັນໂຕແທນ ຂອງບໍຮິສັດ ປຕທ (ລາວ) ຈໍາກັດ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ປິດບໍຣິການ ເປັນການຊົ່ວຄາວ ຍ້ອນບໍ່ມີນໍ້າມັນ ແລະໃນຕອນສວຍຂອງມື້ດຽວກັນນີ້ ທາງບໍຣິສັດ ສົ່ງນໍ້າມັນໃຫ້ ຈຶ່ງເປີດການບໍຣິການ ເປັນປົກກະຕິແລ້ວ.

ດັ່ງເຈົ້າຂອງປໍ້ານໍ້າມັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອໍ່! ມັນເຣີ່ມມີປົກກະຕິແລ້ວ ມັນຂາດແຄນມື້ວານນີ້ ທີ່ຂະເຈົ້າສນອງນໍ້າມັນ ໃຫ້ທາງປໍ້າບໍ່ທັນ ບໍ່ພໍຊື່ໆ ແຕ່ວ່າຊ່ວງນີ້ກໍຈະເຣີ່ມປົກກະຕິແລ້ວ ເພາະວ່າມີແຄ່ມື້ວານເທົ່ານັ້ນ ທີ່ວ່າມີແຄ່ບາງປໍ້າ ທີ່ວ່ານໍ້າມັນຂາດໝົດກ່ອນນໍ. ເນື່ອງຈາກວ່າ ມັນມາບໍ່ພໍປະມານນີ້ນໍ ແຕ່ວ່າປັດຈຸບັນນີ້ ເພິ່ນກໍຈະນໍາເຂົ້າໄດ້ປົກກະຕິແລ້ວ ປໍ້າໃດກໍໄດ້. ປຕທ ກໍເຣີ່ມປົກກະຕິແລ້ວ ເພາະວ່າເພີ່ນກໍໄດ້ສນອງນໍ້າມັນ ໃຫ້ກັບທາງປໍ້າແລ້ວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ຢູ່ແຂວງພາກກາງ ຂອງລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ ໃນໄລຍະສອງມື້ມານີ້ ປໍ້ານໍ້າມັນ ຢູ່ຫລາຍເມືອງ ຫລາຍແຂວງ ທົ່ວປະເທດລາວ ທີ່ເປັນໂຕແທນ ຂອງບໍຣິສັດ ປຕທ (ລາວ) ຈໍາກັດ ຊຶ່ງເປັນບໍຣິສັດສາຂາ ຂອງບໍຣິສັດ ປຕທ ຢູ່ໄທຍ ບໍ່ມີນໍ້າມັນພຽງພໍ ທີ່ຈະສນອງຄວາມຕ້ອງການ ຂອງປະຊາຊົນ ຢູ່ຫລາຍເຂດແທ້ ຍ້ອນບັນຫາພາຍໃນຂອງເພີ່ນເອງ.

“ມັນໆກໍມີບາງເຂດ ມັນກໍຍັງຂາດຢູ່ ເຂດໂຕເມືອງເລີຍ ກໍາລັງ ກໍາລັງຂາດປະມານ 1-2 ມື້ມານີ້ ໂຕນີ້ເຮົາເວົ້າສະເພາະ ປຕທ ແມ່ນໆ ກໍພໍໄດ້ຢູ່. ຢູ່ເມືອງລາວບໍ່ ມັນຖືກຢູ່ ກາຊວນກໍຖືກຢູ່ປະມານ 20-22 ພັນກວ່າ ແມ່ນຄັນວ່າເປັນແອັດຊັງ, ມັນກໍ 24 ພັນກວ່າ ແມ່ນຄັນວ່າເປັນແອັດຊັງ. ແອັດຊັງພິເສດມັນຊິແພງກວ່າ.

ເຖິງແມ່ນວ່າ ລາຄານໍ້າມັນທຸກປະເພດ ຢູ່ລາວ ແພງຂື້ນນໍາເລື້ອຍໆ ແຕ່ຄວາມຕ້ອງການຂອງປະຊາຊົນ ກໍຍັງສູງຄືເກົ່າ ຍ້ອນມັນຈໍາເປັນ ເປັນຕົ້ນໃນເຂດໂຕເມືອງ ແລະນໍ້າມັນ ມັກຖືກຈໍາໜ່າຍໝົດ ໄວກວ່າຢູ່ເຂດອື່ນ.

ດັ່ງຄົນຂັບຣົຖສົ່ງອາຫານ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ:

ນໍ້າມັນຫວະ ມັນກໍຍັງມີຢູ່ ກໍຍັງບໍ່ຂາດຫລາຍ ແຕ່ວ່າມັນກໍມີຄົນໃຊ້ຫລາຍ ແລ້ວມັນກໍປິດໄວຫັ້ນນະ. ເອີ ກໍປະມານນັ້ນ ມັນກໍຍັງມີທຸກປໍ້າຢູ່ ຂະເຈົ້າກໍຍັງເອົາມາທັນຢູ່ 24 ພັນຫັ້ນນະ ແມ່ນໆ ແອັດຊັງ ກໍຂື້ນເທື່ອລະໜ້ອຍ ກໍບາງ ເທື່ອກໍລົງ ບາງເທື່ອກໍຂຶ້ນ.

ຊາວນນະຄອນຫຼວງວຽງຈັນ ແຕກຕື່ນ ພາກັນຟ້າວໄປຕໍ່ແຖວ ເພື່ອຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ພາຍຫຼັງຮູ້ຂ່າວວ່າ ນ້ຳມັນເຊື້ອເພີງ ອາຈບໍ່ພຽງພໍໃນບາງປ້ຳ (TS), ວັນທີ 21 ກັນຍາ ປີ 2023. ຮູບພາບໂດຍ: RFA

ໃນຂະນະດຽວກັນ ປໍ້ານໍ້າມັນຫລາຍແຫ່ງ ທີ່ເປັນໂຕແທນ ຂອງບໍຣິສັດອື່ນ ກໍຍັງມີນໍ້າມັນພຽງພໍ ຈໍາໜ່າຍຢູ່ ດັ່ງເຈົ້າຂອງປໍ້ານໍ້າມັນ ໂຕແທບບໍຣິສັດອື່ນ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ:

“ໂອ! ບໍ່ໆ ບໍ່ໄດ້ຂາດ ແມ່ນແຫລະ ຍັງມີປົກກະຕິ. ຂຶ້ນໜ້ອຍນຶ່ງ, ດຽວນີ້ຫັ້ນນະ (ແອັດຊັງທັມມະດາ) 24 ພັນ ແມ່ນແຫລະຢູ່ນະຄອນຫລວງ ຍັງມີຢູ່ໆ.

ອີງຕາມແຈ້ງການ ຂອງສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກັສລາວ ວັນທີ 21 ກັນຍາ 2023, ໄດ້ປະສານງານ ໄປຍັງທຸກບໍຣິສັດ ຊຶ່ງຮູ້ວ່າມີ 14 ບໍຣິສັດທີ່ນໍານໍ້າມັນເຂົ້າມາ ແມ່ນຍັງນໍາເຂົ້າມາເປັນປົກກະຕິ ແລະທາງພາກຣັຖ ສນອງເງິນຕຣາ ຕ່າງປະເທດໃຫ້ຢູ່.

ເມື່ອກ່ອນໜ້ານີ້ ຄືໃນໄລຍະກາງປີ 2022 ຢູ່ຫລາຍແຂວງ ໃນທົ່ວປະເທດ ປະສົບກັບບັນຫາ ຂາດເຂີນນໍ້າມັນເຊື້ອເພີງ ຍ້ອນບໍຣິສັດທີ່ນໍາເຂົ້າ ຫລາຍແຫ່ງ ບໍ່ມີເງິນຕຣາຕ່າງປະເທດ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ສໄມທີ່ທ່ານເປັນຮອງນາຍົກຣັຖມົນຕຣີ ວ່າ ປະເທດ ລາວເປັນປະເທດ ນໍານໍ້າມັນເຊື້ອເພີງ ຈາກຕ່າງປະເທດເຂົ້າມາ 100% ແລະມີ ການໃຊ້ນໍ້າມັນ ສເລັ່ຍ 100-120 ລ້ານລິດຕໍ່ເດືອນ ຫລືປະມານ 1,200 ລ້ານລິດຕໍ່ປີ. ແຕ່ການຄຸ້ມຄອງ ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ຍັງມີບັນຫາ ຈຶ່ງສົ່ງຜົລກະທົບ ຕໍ່ການນໍານໍ້າມັນເຊື້ອເພີງ ຈາກຕ່າງປະເທດ ເຂົ້າມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org