ກອງປະຊຸມແກ້ໄຂ ເສຖກິດ, ສໍ້ຣາສບັງຫຼວງ

ສິດ​ນີ
2021.06.29
ກອງປະຊຸມແກ້ໄຂ ເສຖກິດ, ສໍ້ຣາສບັງຫຼວງ ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ທີ່ນະຄອນຫຼວງວຽງຈັນ
ວິກິພິເດັຽ

ພັັກແລະຣັຖບານລາວ ປະຊຸມວິສາມັນ ຄົບຄນະບໍຣິຫານງານ ສູນກາງພັກ ຊຸດທີ 11 ທີ່ສຳນັກງານ ສູນກາງພັກ ຣະຫວ່າງ ວັນທີ 21 ຫາ 25 ມິຖຸນາ ຜ່ານມາ ເພື່ອກຳນົດ ທິດທາງ ໃນການແກ້ໄຂ ບັນຫາ ລະດັບຊາດ 3 ບັນຫາ ທີ່ຖືວ່າ ສຳຄັນ ເປັນຕົ້ນ ບັນຫາ ເສຖກິດ-ການເງິນ, ບັນຫາ ສະກັດກັ້ນ ແລະ ແກ້ໄຂຢາເສບຕິດ ແລະ ການຫັນປ່ຽນ ແນວທາງປະຕິບັດ ນະໂຍບາຍ ແລະ ການລົງວິິນັຍ ຕໍ່ເຈົ້າໜ້າທີ່ ພັກ-ຣັດ ຫຼື ການສໍ້ຣາສບັງຫຼວງ.

ກ່ຽວກັບເຣື່ອງນີ້ ຊາວລາວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນານີ້ວ່າ ຍັງບໍ່ສາມາດເວົ້າໄດ້ ຢ່າງຈະແຈ້ງວ່າ ທາງການລາວ ຈະສາມາດແກ້ໄຂ ບັນຫາ 3 ຂໍ້ດັ່ງກ່າວນີ້ ໄດ້ຢ່າງມີ ປະສິດທິພາບ ແລະ ປະສິດທິຜົ​ລເນື່ອງຈາກ ຍັງບໍ່ມີເຫັນ ຂບວນການເຮັດວຽກ ຂອງເຈົ້າໜ້າທີ່ຣັດ ເປັນຮູບ​ປະທັມເທື່ອ.

“ແຕ່ວ່າ ຊິໄດ້ຊ່ຳໃດນັ້ນ ມັນຂຶ້ນກັບ ຂບວນການເຮັດ ໂຕຈິງເນາະ ຂອດຈັດຕັ້ງ ປະຕິບັດ ມັນຊິໄດ້ຊ່ຳໃດ ຜູ້ເຮັດນຳນີ້ ເຮັດໄດ້ຊ່ຳໃດ ລະດັບໃດ ມັນບໍ່ມີເງິນ ກະຄືເກົ່າ ຫັ້ນແລ້ວ.”

ຊາວລາວ ອີກທ່ານນຶ່ງ ຢູ່ນະຄອນຫຼວງພຣະບາງ ເວົ້າວ່າ ບັນຫາ ທັງ 3 ຂໍ້ ທີ່ກ່າວມານີ້ ຖືວ່າ ເປັນບັນຫາ ຫຍຸ້ງຍາກ ແລະ ທ້າທາຍຫຼາຍ ສຳລັບ ທາງການລາວ ຈະແກ້ໄຂ ໂດຍສະເພາະ ເຣື່ອງເສຖກິດ-ການເງິນ ພາຍໃນປະເທດ ເນື່ອງຈາກວ່າ ສພາບເສຖກິດ ໂດຍຮວມ ໃນປັດຈຸບັນ ຢູ່ ແຂວງຫຼວງພຣະບາງ ນັບແຕ່ ເກີດການຣະບາດ ຂອງໂຄວິດ-19 ຈົນຮອດ ປັດຈຸບັນ ຂ້ອນຂ້າງຝືດເຄືອງຫຼາຍ ຍາກທີ່ຈະ ຟື້ນໂຕຄືນໄດ້.

“ກໍຍັງມີຫຼາຍຂໍ້ ຫຍຸ້ງຍາກ ທີ່ທ້າທາຍ ຢູ່ເນາະຊ່ວງນີ້ ເນື່ອງຈາກວ່າ ມັນໃຊ້ເວລາ ມາຫຼາຍເດືອນແລ້ວ ນັບຕັ້ງແຕ່ ຊາວກະສິກອນ ຂຶ້ນໄປ ຖືວ່າ ເຮົາບໍ່ສາມາດ ສ້າງລາຍໄດ້ ດີຂຶ້ນເນາະ.”

ຜູ້ປະກອບການ ສົ່ງສິິນຄ້າ ທ່ານນຶ່ງ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວົ້າວ່າ ຖ້າຫາກ ສພາບການຣະບາດ ຂອງໂຄວິດ-19 ໃນລາວ ແລະ ໃນປະເທດເພື່ອນບ້ານ ຍັງບໍ່ສາມາດ ຄວບຄຸມໄດ້ ກໍເປັນ ການຍາກ ທີ່ເສຖກິດລາວ ຈະກັບມາຟື້ນໂຕຄືນໃໝ່ ໄດ້ຕາມປົກກະຕິ ເນື່ອງຈາກ ເສຖກິດລາວ ພົວພັນກັບ ປະເທດ ເພື່ອນບ້ານ.

“ຄືຮູ້ແຫລະ ສຖານນະ ການໂຄວິດ-19 ກະຍັງບໍ່ມີ ທ່າທີ ຈະຫຼຸດລົງນະ ຍັງງຽບໝົດ ທັງວຽດນາມ ທັງໄທຍ.”

ສ່ວນການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ ໃນລາວນັ້ນ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ: ການສກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນລາວ ຍັງຖືວ່າ ເປັນບັນຫາ ທີ່ຫຍຸ້ງຍາກ ແລະ ທ້າທາຍຫຼາຍຢູ່ ເນື່ອງຈາກວ່າ ບໍ່ມີງົບ​ປະມານ ໃນການລາດຕະເວນ ຊຶ່ງໃນໄລຍະ ຜ່ານມາ ເຈົ້າໜ້າທີ່ ກໍເອົາໃຈໃສ່ ຢ່າງເຄັ່ງຄັດ ແຕ່ກໍຍັງມີ ການຣະບາດ ໃນຫຼາຍພື້ນທີ່ຢູ່ ຫຼາຍທີ່ສຸດ ແມ່ນຢາບ້າ.

“ໂອ້ ຢູ່ພີ້ ແຮງຖືກໜັກ ໄປທາງໜ້າຢາບ້າ ທາງນີ້ ກະໄດ້ຕິດຕາມຢູ່ ຜ່ານມານີ້ ຂະເຈົ້າ ກະໄດ້ ເຮັດເຕັມທີ່ ຫັ້ນແຫລະ ວ່າຊັ້ນເທາະໄປ.”

ເຈົ້າໜ້າທີ່ ຈາກທະນາຄານ ພັທນາ ເອເຊັຽ ປະຈຳລາວ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າວ່າ: ທ່ານບໍ່ຂໍໃຫ້ ຣາຍລະອຽດ ກ່ຽວກັບ ການປາບປາມ ແລະ ແກ້ໄຂບັນຫາ ຢາເສບຕິດ ແລະ ບັນຫາ ການຫັນປ່ຽນ ແນວທາງ ປະຕິບັດ ນະໂຍບາຍ ຮ່ວມດ້ວຍ ການລົງວິນັຍ ເຈົ້າໜ້າທີ່ຣັດ ເນື່ອງຈາກວ່າ ເປັນເຣື່ອງພາຍໃນ ຂອງ ທາງການລາວ.

ສ່ວນບັນຫາ ເສຖກິດ-ການເງິນນັ້ນ, ທ່ານເຫັນວ່າ ຍັງຄາດຄະເນ ບໍ່ໄດ້ວ່າ ທາງການລາວ ຈະມີ ມາຕການແນວໃດ ເພື່ອໃຫ້ ເສຖກິດ ກັບມາຟຶ້ນໂຕໃໝ່ ໄດ້ໄວ ຫຼື ຊ້າ ກໍຂຶ້ນກັບ ຣັຖບານ ຈະສາມາດຄວບຄຸມ ໂຄວິດ-19 ໄດ້ດີພຽງໃດ ເພື່ອກັບມາ ເປີດປະເທດໃໝ່, ຊຶ່ງສະພາບເສຖກິດ ໃນລາວ ໃນປັດຈຸບັນຖືວ່າ ມີການຝືດເຄືອງ ຂ້ອນຂ້າງໜັກ ເນື່ອງຈາກ ຂາດການເກັບລາຍຮັບ, ການສົ່ງອອກ ແລະ ການບໍຣິການ ການທ່່ອງທ່ຽວ ຍັງຕິດລົບຢູ່ ດັ່ງທ່ານເວົ້າວ່າ:

“ເພາະວ່າ ການເປີດປະເທດ ເພື່ອພັກດັນ ການຂຍາຍໂຕ ທີ່ຫຼາຍກວ່າຫັ້ນ ມັນຍັງບໍ່ທັນມີ ຖ້າຫຼຸດລາຍຈ່າຍ ພໍທີ່ຈະຫຼຸດໄດ້ ເພື່ອຮັກສາ ຄວາມສ່່ຽງໂຕເອງ ແຕ່ວ່າໂຕນັ້ນ ມັນຈະເປັນ ຜົລສະທ້ອນ ໃຫ້ເສຖກິດຝືດເຄືອງ ປັດຈັຍ ມັນມີແຕ່ ໂຕລົບມາເນາະ ເພາະວ່າ ລາວນີ້ ເວົ້າແຈ້ງໆ ຄັນມີ ບັນຫາຫຍັງ ແລະ ເອົາບໍ່ທັນເອົາບໍ່ໄດ້ອີກ ກໍມີແຕ່ກັນ ຢ່າງດຽວ.”

ສຳລັບ 3 ບັນຫາ ທີ່ທາງການລາວ ຈະແກ້ໄຂນັ້ນ ເປັນບັນຫາ ທີ່ສະສົມ ມາເປັນເວລາ ດົນນານແລ້ວ ເຖິງແມ່ນວ່່າ ຜ່ານມາ ທາງການລາວ ຈະພຍາຍາມແກ້ໄຂ ແນວໃດກໍຕາມ ແຕ່ກໍຍັງ ບໍ່ສາມາດສຳເຣັດໄດ້ ຈຶ່ງກາຍເປັນ ສິ່ງທ້າທາຍ ຈົນຮອດທຸກມື້ນີ້.

ສ່ວນການແກ້້ໄຂ ບັນຫາເສຖກິດ-ການເງິນນັ້ນ ທາງການລາວ ເວົ້າວ່າ ຈະຮິບດ່ວນ ໃນການວາງ ມາຕການ ຢ່າງເປັນລະບົບ ເຣີ່ມແຕ່ ການສ້າງຖານການຜລິດ, ການບໍຣິການ ພາຍໃນ ແລະ ການສົ່ງອອກ ເພື່ອສ້າງ ຄວາມເຂັ້ມແຂງ ຂອງລາຍຮັບ ແລະ ການຄວບຄຸມລາຍຈ່າຍ ຮ່ວມດ້ວຍ ການປະຕິບັດ ມາຕການປະຢັດ ຢ່າງຈິງຈັງ.

ສຳລັບ ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດນັ້ນ ທາງການລາວ ລະບຸວ່າ ຈະເອົາໃຈໃສ່ ໃນການຕິດຕາມ ກວດກາ ເພື່ອປ້ອງກັນ ແລະ ປາບປາມຂບວນການຄ້າ ຢາເສບຕິດ ເພີ່ມຕື່ມ ຢ່າງເປັນລະບົບ ໄປພ້ອມໆກັນກັບ ການແກ້ໄຂຄະດີ ໃຫ້ເປັນໄປຕາມ ຂບວນການຍຸຕິທັມ ແລະ ຕາມກົດໝາຍ ໃຫ້ເຂັມງວດ ໂປ່ງໄສ ແລະ ເປັນທັມ ກວ່າເກົ່າ.

ແລະບັນຫາສຸດທ້າຍ ຄື ການຫັນປ່ຽນແນວທາງ ປະຕິບັດນະໂຍບາຍ ເພື່ອບໍ່ໃຫ້ມີ ຕຳແໜ່ງທັບຊ້ອນ ແລະ ການລົງວິນັຍ ຕໍ່ພນັກງານຣັດນັ້ນ ທາງການລາວ ຈະເຮັດເປັນລະບົບ ເພື່ອຄ້ຳປະກັນວ່າ ເຈົ້າໜ້າທີ່ ແລະ ພນັກງານຣັດ ທຸກຄົນ ຈະໜັກແໜ້ນ ໃນການປະຕິບັດ ໜ້າທີ່ ຢ່າງມີຄຸນນະພາບ ແລະ ເປັນແບບຢ່າງ ໃຫ້ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Mr. USA
Jul 01, 2021 05:28 PM

Get rid of corruptions in Laos? Hahahahahahahahahahahahahahaha...