3 ປີທີ່ຊາວໂລກຕ້ອງການ ຄໍາຕອບ
ສູນ ອົບຮົມ ຮ່ວມ ພັທນາ ປາແດກ ຈັດພິທີ ລຳລຶກ ເຖິງ ທ່ານ ສົມບັດ ສົມພອນ ໃນ ວັນຄົບຮອບ 3 ປີ ຂອງການ ຫາຍສາບສູນ.
-
ສິດນີ
2015-12-15 -
-
-
Your browser doesn’t support HTML5 audio
ໃນຕອນເຊົ້າ ຂອງ ວັນສຸກ ວັນທີ 11 ທັນວາ 2015 ນີ້, ທີ່ ສູນອົບຮົມ ຮ່ວມພັທນາ ຫຼື ທີ່ຮູ້ຈັກ ກັນດີວ່າ ສູນ ປາແດກ ໄດ້ຈັດງານ ວາງສະແດງ ຜົນງານ ປະຈຳປີ ພ້ອມກັບ ລຳລຶກ ເຖິງທ່ານ ສົມບັດ ສົມພອນ ໃນຖານະ ຜູ້ກໍ່ຕັ້ງ ສູນ ດັ່ງກ່າວ ພາຍຫຼັງ ທີ່ ທ່ານ ຖືກ ລັກພາຕົວ ໄປ ເປັນເວລາ 3 ປີເຕັມ.
ພາຍໃນງານ ກໍ່ມີ ຜູ້ຄົນຈາກ ຫຼາຍ ພາກສ່ວນ ເຂົ້າຮ່ວມ ເປັນຕົ້ນ ແມ່ນບັນດາ ເອກອັຄຣັຖທູຕ ແລະ ເຈົ້າໜ້າທີ່ ການທູຕ ຈາກ ປະເທດຕ່າງໆ ເຊັ່ນ ສະຫະຣັຖ ອະເມຣິກາ, ຟິລິປປິນ, ເຢັຽຣະມັນ, ອອສເຕຣເລັຽ, ຝຣັ່ງ, ສະຫະພາບ ຢຸໂຣປ. ນອກຈາກນີ້, ກໍ່ມີ ອົງການ ຈັດຕັ້ງ ພາກ ປະຊາສັງຄົມ, ອົງການ ຈັດຕັ້ງ ສາກົນ ທີ່ ບໍ່ຂຶ້ນກັບ ຣັຖບານ, ບັນດາ ອາສາສະໝັກ, ອະດີດ ອາສາສະໝັກ ແລະ ພະນັກງານ ທີ່ເຄີຍ ຮ່ວມງານກັບ ທ່ານ ສົມບັດ ສົມພອນ ເຂົ້າຮ່ວມ ຢ່າງມາກໜ້າ ຫຼາຍຕາ.
ຜູ້ນຶ່ງ ໃນຄນະ ຈັດງານ ໄດ້ ໃຫ້ສຳພາດ ແກ່ ຜູ້ສື່ຂ່າວ ເອເຊັຽເສຣີ ວ່າ, ງານໃນປີນີ້ ແມ່ນ ຕ່າງຈາກ ປີກາຍ ເພາະປີນີ້ ແມ່ນເຮັດ ພາຍໃຕ້ ຫົວຂໍ້ທີ່ວ່າ “ທ່ານ ສົມບັດ ສົມພອນ ຊາຍຄົນ ນື່ງ, ວຽກງານ ແລະ ຄວາມຝັນ ຂອງທ່ານ ຕໍ່ ປະເທດລາວ”, ໂດຍ ຈະເນັ້ນໃຫ້ ແຕ່ລະ ພາກສ່ວນ ໄດ້ມີໂອກາດ ຂຶ້ນມາເວົ້າ ແລະ ກ່າວເຖິງ ມຸມມອງ ຂອງພວກ ເຂົາເຈົ້າ ຕໍ່ ທ່ານ ສົມບັດ ສົມພອນ ເພື່ອໃຫ້ ສື່ສັງຄົມ ຮູ້ເຖິງ ວິສັຍທັສ ຂອງທ່ານ ສົມບັດ ສົມພອນ ທີ່ມີຕໍ່ ປະເທດລາວ ແລະ ທັງເປັນການ ລຳລຶກເຖິງ ຜົນງານຂອງ ທ່ານ ທີ່ ມີຕໍ່ຊຸມຊົນ ແລະ ປະເທດ ຊາດ. ດັ່ງ ນາງກ່າວ ຕໍ່ຜູ້ສື່ຂ່າວ ໃນ ຕອນນຶ່ງວ່າ:
“ແມ່ນ ເພື່ອລຳລຶກ ເຖິງ ລຸງ ສົມບັດ ເນາະ ງານກະຄືປີ ທີ່ແລ້ວ, ແຕ່ວ່າປີນີ້ ຕ່າງໜ້ອຍນຶ່ງ ເຮົາຈະເນັ້ນ ເວົ້າ ເຖິງລຸງ ສົມບັດ ຫຼາຍ ກວ່າເກົ່າ ເນາະ ເພາະວ່າ ລາວ ໃນຖານະ ຜູ້ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ຫຼືວ່າ ສູນປາແດກ ນີ້ ວ່າເພິ່ນ ເປັນຄົນແນວໃດ ໃນ ມຸມມອງ ຂອງ ແຕ່ລະຄົນ ທີ່ວ່າ ເຄີຍເຮັດວຽກ ຮ່ວມກັບເພິ່ນ. ກະເພື່ອເປັນ ການລຳລຶກ ເຖິງເພິ່ນເພື່ອ ໃຫ້ເຫັນເຖິງ ມຸມມອງ ຂອງ ເພິ່ນ ສິ່ງທີ່ເພິ່ນ ເຮັດ ໃຫ້ຄົນອື່ນ ໄດ້ເຫັນ".
ເມື່ອຖາມ ກ່ຽວກັບ ຄວາມຄືບໜ້າ ການສືບສວນ ສອບສວນ ໃນ ກໍຣະນີ ການ ລັກພາຕົວ ຂອງ ທ່ານ ສົມບັດ ສົມພອນ ນາງກໍ່ວ່າ ທາງຄອບຄົວ ກໍ່ໄດ້ຫາ ໂອກາດ ເຂົ້າພົບ ເຈົ້າໜ້າທີ່ ຢູ່ ແຕ່ກໍ່ໄດ້ ຄຳຕອບເດີມໆ, ຄື ຍັງສືບຢູ່ ແຕ່ບໍ່ມີ ຫຍັງ ຄືບໜ້າ ເຖິງຈະຜ່ານມາ ຮອດ 3 ປີ ແລ້ວກໍ່ຕາມ. ນາງເວົ້າ ເພີ້ມວ່າ:
"ກະຮອດ ປະຈຸບັນ ກະຍັງ ບໍ່ມີຫຍັງ ຄືບໜ້າ ເພາະວ່າ ກະໄດ້ໄປຫາ ຕຳຣວດ. ໄປຫາຕຳຣວດ ເພິ່ນກະວ່າ ເພິ່ນກະຍັງ ສືບຢູ່ ກະ ປະມານ ນັ້ນແຫຼະ ໄທເຮົາ. ກະເຮົາກະ ພຍາຍາມ ຖາມ ເພິ່ນກະວ່າ ຍັງສືບ ຍັງຖ້າຂໍ້ມູນ ຈາກຫັ້ນ ຈາກນີ້ ກະໂອເຄ ກະບອກເພິ່ນວ່າ ເຮົາກະຍັງ ຖ້າຢູ່ ຄືກັນ ຖ້າຄຳຕອບ".
ນາໆຊາດ ແລະ ບັນດາ ປະເທດ ອາຊຽນ ກໍ່ໄດ້ ກົດດັນ ທາງການລາວ ຜ່ານ ທາງການທູຕ ແລະ ຫຼາກຫຼາຍ ວິທີ ເພື່ອເລັ່ງທວງ ໃຫ້ ຣັຖບານລາວ ຊອກຫາ ທ່ານ ສົມບັດ ສົມພອນ ໃຫ້ໄດ້, ແຕ່ ກໍ່ຍັງບໍ່ ເກີດຜົນ ຈົນມາຮອດ ທຸກມື້ນີ້.