ລາວ ສູນເສັຽ ງົບປະມານ ພັນປາຍຕື້

ມະນີຈັນ
2018.03.19
f-bounthong ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
Public Domain

ຣັຖບາລ ສປປລາວ ສູນເສັຽງົບປະມານ 1 ພັນປາຍຕື້ກີບ ຫຼື 120 ລ້ານປາຍ ໂດລາສະຫະຣັຖ ຍ້ອນການ ສໍ້ຣາສບັງຫລວງ ເມື່ອປີ 2017 ທີ່ຜ່ານມາ. ຄະນະກວດກາ ສູນກາງພັກ ປະຊາຊົນປະຕິວັດລາວ ເປີດເຜີຽ ເຖິງການສູນເສັຽຊັພສິນ ດັ່ງກ່າວ ຢູ່ໃນກອງປະຊຸມ ປະຈໍາປີ ທີ່ນະຄອນຫຼວງວຽງຈັນ ເມື່ອ 2 ສັປດາ ທີ່ຜ່ານມາ, ຕາມຣາຍງານຂອງ Vientiane Times ວັນທີ 15 ມິນາ 2018. ແລະ ເມື່ອກ່ອນນັ້ນ ທ່ານພັນຄໍາ ວິພາວັນ, ຜູ້ປະຈໍາການ ຄະນະເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ກໍໄດ້ກ່າວ ກ່ຽວກັບເຣຶ່ອງ ທີ່ວ່ານີ້ ຢູ່ໃນ ກອງປະຊຸມ ສລຸບວຽກງານ ປະຈໍາປີ 2017 ຂອງ ກະຊວງພາຍໃນ ວ່າ:

"ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິດ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າ ບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິດ. ຈາກອັນນີ້, ກະພາໃຫ້ເກີດຫຍັງ? ພະຍາດອາຍາສິທ, ລະເມີດສິທເປັນເຈົ້າ ຂອງປະຊາຊົນ ສວາຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ ເວົ້າລວມ ປະກົດ ການຫຍໍ້ທໍ້ ການເສື່ອມຖອຍ ທາງດ້ານການເມືອງອື່ນໆ ເກີດຂຶ້ນ ດັ່ງທີ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ 10 ໄດ້ສລຸບຕີລາຄາ, ໂດຍສະເພາະ, ແມ່ນໄລຍະ ຫຼັງ 5 ປີ 10 ປີຫຼັງ ເກີດຂຶ້ນຫຼາຍ."

ບັນດາກະຊວງ ແລະ ໜ່ວຍງານ ຂອງຣັຖ, 17 ແຂວງ ແລະ ນະຄອນຫຼວງວຽງຈັນ ທັງໝົດ 37 ອົງການ ໄດ້ຖືກກວດກາ ເມື່ອປີກາຍ ຊຶ່ງມີ ທັງໝົດ 587 ໂຄງການເປົ້າໝາຍ. ໃນນັ້ນປະມານ 100 ເປົ້າໝາຍ ຖືກກວດກາ ຕາມຣະບອບກວດກາປະຈໍາປີ ຂະນະທີ່ 382 ເປົ້າໝາຍ ຖືກກວດກາ ຕາມຄໍາສັ່ງ ສະເພາະ ແລະ ອີກ 32 ເປົ້າໝາຍ ຖືກກວດກາ ພາຍຫລັງ ກວດສອບບັນຊີ. 63 ເປົ້າໝາຍ ຖືກກວດກາ ຕາມມາຕ ການກວດສອບ ໂຄງການລົງທຶນ ຕັ້ງແຕ່ ໄດ້ເລີ້ມສ້າງຕັ້ງມາ.

ຈາກການຍັກຍອກສໍ້ໂກງ ທີ່ຄະນະກວດກາ ໄດ້ກວດພົບ ເປັນເງິນກີບ 1,300 ຕື້ກີບ, ປະມານ 11 ລ້ານບາດ, 4 ລ້ານ 8 ແສນ ໂດລາ ສະຫະຣັຖ ແລະ 20 ຕື້ດົງ ທີ່ຣັຖ ໄດ້ສູນເສັຽໄປ ຢ່າງໃດກໍຕາມ ກໍສາມາດເກັບກູ້ຄືນມາໄດ້ ຈໍານວນນຶ່ງ ຄື 770 ພັນລ້ານກີບ, 950,000 ບາດ, 1.2 ລ້ານ ໂດລາສະຫະຣັຖ ແລະ 20 ລ້ານດົງ. ຄະນະກວດກາ ສູນກາງພັກ ຣາຍງານວ່າ ໂຄງການພັທນາ ຫຼາຍໂຄງການ ສອດຄ່ອງ ກັບກົດໝາຍ ແລະ ຣະບຽບການ ຂະນະທີ່ ໂຄງການອື່ນໆ ອີກຈໍານວນນຶ່ງ ບໍ່ໄດ້ຍື່ນຂໍອະນຸມັດ ແລະ ບໍ່ປະຕິບັດຕາມຣະບຽບການ ທຸກຢ່າງ.

ພ້ອມກັນນັ້ນ ຄະນະກວດກາ ກໍເປີດເຜີຍວ່າ ກວດພົບການຈັດຕັ້ງ ແລະ ເຈົ້າໜ້າທີ່ ຣັຖບາລ ຈໍານວນນຶ່ງ ທີ່ໄດ້ກ່ຽວຂ້ອງ ກັບການຕົກລົງ ໃນການແລກປ່ຽນທີ່ດິນ ແບບບໍ່ມີ ການປະເມີນຢ່າງຖືກຕ້ອງ ເພື່ອຜົລປໂຍດສ່ວນຕົວ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.