ການໃຊ້ສື່ອອນລາຍຢູ່ລາວ

ຈຳປາທອງ
2016.10.05
F-Internet ນັກທ່ອງທ່ຽວ ທີ່ ໃຊ້ບໍຣິການ ອິນເຕິເນັດ ຕາມຮ້ານກາເຟ ທີ່ແຂວງ ຫລວງພຣະບາງ
AFP PHOTO/Laurent FIEVET

ມາເຖິງ ປັດຈຸບັນ ປະຊາຊົນລາວ ກໍຍັງ ຖືກຈໍາກັດ ສິດເສຣີພາບ ໃນການ ໃຊ້ ສື່ອອນລາຍ ຢູ່ ໂດຍສະເພາະ ການ ອອກຄວາມເຫັນ ກ່ຽວກັບ ເຣຶ່ອງການເມືອງ. ທຸກມື້ນີ້ ເຈົ້າໜ້າທີ່ ຍັງຕິດຕາມ ກວດກາ ເວັບໄຊ ແລະ ເຟສບຸກ ຢູ່ເປັນປະຈໍາ  ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງວຽງຈັນ ຜູ້ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັ ຽເສຣີ ໃນວັນທີ 4 ຕຸລາ ນີ້.

"ເພິ່ນສິ ຈັບຕາ ແລ້ວເພິ່ນກະ ສິມີຂອງເພີ່ນ ຫັ້ນແຫຼະ ການຈົດ ບັນທຶກວ່າ ຜູ້ນີ້ເປົ້າໝາຍ ເພີ່ນກໍໄປ ເບິ່ງ ເພິ່ນສິມີວາງ ຣະບົບ ອ້າວຜູ້ນີ້ ນີ່ກໍ່ຄວາມ ບໍ່ສະຫງົບ ປະຈານເຮົາ ແລ້ວນີ້ ດຽວນີ້ນະ ຢູ່ເຟສບຸກ ໂອເຄ ເຈົ້າດ່າ ຜູ້ນໍາ ເຈົ້າເວົ້າ ຫຍາບຄາຍຕ່າງໆ ເຈົ້າເວົ້າໃຫ້ ເສັຽຊື່ສຽງ ເຈົ້າອີ່ຫຍັງ ເກີນໄປນະ ພາກຣັຖ ນີ້ເພີ່ນຈະ ບໍ່ເຮັດຫຍັງ ເຂົາຈະ ຕິດຕາມເຈົ້າ".

ນາງເວົ້າວ່າ ການ ປະຕິບັດງານ ຂອງເຈົ້າໜ້າທີ່ ຕໍາຣວດຝ່າຍ ອິນເຕີເນັດ ຕິດຕາມກຸ່ມ ທີ່ໃຊ້ ເວັບໄຊ ແລະ ເຟສບຸກ ໂດຍສະເພາະ ກຸ່ມທີ່ໃຊ້ Fan page ທີ່ບາງສ່ວນ ເວົ້າແຕະຕ້ອງ ການເຮັດວຽກ ຂອງຂັ້ນເທິງ.

"ສົມມຸດ ເຮົາສິໄປດ່າ ຂັ້ນເທິງ ເຮົາສິ ໄປເວົ້າໃຫ້ ຂັ້ນເທິງ ອີ່ຫຍັງຕ່າງໆ ຫັ້ນນະ ມັນຜິດ ຄືເຈົ້າສິ ທໍາລາຍຊາດ ເຈົ້າກໍາລັງ ທີ່ຈະ ແບບວ່າສ້າງ ຄວາມບໍ່ສະຫງົບ ທາງພາກຣັຖ ໃຫ້  ທາງກົດໝາຍ ຊະ ໃຫ້ ເຈົ້າໜ້າທີ່ ກົດໝາຍຊະ ເປັນຜູ້ເບິ່ງ ປະຊາຊົນ ຈະຮູ້ຫຍັງ ເທົ່າກັບ ທາງຂັ້ນເທິງ ມີເສຣີພາບ ຕາມບຸກຄົນ ຕ້ອງແມ່ນ ຂອງບຸກຄົນ ແຕ່ບໍ່ໃຫ້ ແຕະຕ້ອງ ກ່ຽວກັບ ພາກຣັຖ".

ຢູ່ສປປລາວ ສິດເສຣີພາບ ໃນ ການໃຊ້ ສື່ອອນລາຍ ອອກຂ່າວ ກ່ຽວກັບ ພາກ ປະຕິບັດ ອັນບໍ່ດີ ຂອງພັກຣັຖ ສປປລາວ ຍັງຖືກ ກໍາຈັດ ແລະ ເມື່ອບໍ່ດົນ ມານີ້ ທາງການ ກໍໄດ້ ອອກດໍາຣັຖ ຄວບຄຸມ ການໃຊ້ ຄອມພິວເຕີ ໂດຍສະເພາະ ອິນເຕີເນັດ ແລະ ສື່ອອນລາຍ ຕ່າງໆ ແລະໄດ້ຈັບ ພວກໃຊ້ ເຟສບຸກ ທີ່ຖືກ ກ່າວຫາວ່າ ຣະເມີດ ດໍາຣັຖ ດັ່ງກ່າວ ໃສ່ຄຸກ ໄປແລ້ວ ຫຼາຍຄົນ.

ຮວມທັງຄົນງານລາວ 3 ຄົນ ທີ່ກັບໄປ ຈາກ ປະເທດໄທ ແລະ ທ່ານ ບຸນທັນ ທໍາມະວົງ ນໍາດ້ວຍ. ເຖິງ ທາງການລາວ ຈະຈໍາກັດ ການໃຊ້ ແນວໃດ ກໍຕາມ ແຕ່ກໍຍັງ ເຫັນວ່າ ປະຊາຊົນ ເປັນຕົ້ນ ຊາວໜຸ່ມລາວ ກໍພາກັນ ໃຊ້ ສື່ອອນລາຍ ນີ້ຫຼາຍຂຶ້ນ ທຸກມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.