ພັກດຽວປົກຄອງ ແລະ ການພັທນາ
ນັກ ວິຊາການ ລາວ ເວົ້າວ່າ ການມີ ພັກ ການເມືອງດຽວ ຈະບໍ່ເປັນ ບັນຫາ ຕໍ່ການ ພັທນາ ໃນ ສປປ ລາວ.
-
2013-06-24 -
-
-
Your browser doesn’t support HTML5 audio
ນັກ ວິຊາການ ລາວ ເວົ້າວ່າ ການມີ ພັກ ການເມືອງດຽວ ຈະບໍ່ເປັນ ບັນຫາ ຕໍ່ການ ພັທນາ ໃນ ສປປ ລາວ.
ໃນ ການ ແລກປ່ຽນ ຄວາມຄິດ ຄວາມເຫັນ ໃນຫົວຂໍ້ ພັກ ການເມືອງ ພັກດຽວ ກັບ ການພັທນາ ເສຖກິດ ໃນລາວ ມີ ນັກ ວິຊາການ ທັງລາວ ແລະ ຕ່າງປະເທດ ເຂົ້າຮ່ວມ ຝ່າຍລາວ ມີ ຮອງ ສາສດາຈານ ແສງຈັນ ຈັນທະເສນ ຮອງ ຄນະບໍດີ ຄນະເສຖສາດ ມະຫາວິຍາລັຍ ແຫ່ງຊາດ ລາວ ໄດ້ສະແດງ ຄວາມ ຄິດເຫັນວ່າ ການທີ່ ສປປ ລາວ ມີ ພັກ ການເມືອງ ພັກດຽວ ບໍ່ເປັນ ບັນຫາ ຕໍ່ ການພັທນາ ແຕ່ຢ່າງໃດ ແຕ່ ຝ່າຍ ນັກວິຊາການ ຕ່າງຊາດ ພັດເບີ່ງໄປ ໃນອີກມຸມ ນຶ່ງ. ອາຈານ ແສງຈັນ ເວົ້າວ່າ:
"I think about the one party or many party it’s not the problem for Lao PDR ຍານາງ ຄິດວ່າ ມີພັກ ການເມືອງ ພັກດຽວ ຫລື ຫລາຍພັກ ບໍ່ແມ່ນ ບັນຫາ ສຳລັບ ສປປ ລາວ".
ຝ່າຍຕ່າງ ປະເທດ ດຣ Charles Harvie ຮອງ ສາສດາຈານ ຈາກ ມະຫາວິທຍາລັຍ ອອສເຕຣເລັຍ ຜູ້ທີ່ ເຂົ້າຮ່ວມ ໃນການ ສົນທະນາ ພັດເວົ້າວ່າ ການພັທນາ ທີ່ຍືນຍົງ ຕ້ອງໃຫ້ມີ ຫລາຍ ພາກສ່ວນ ເຂົ້າຮ່ວມ ບໍ່ແມ່ນ ສະເພາະ ບາງກຸ່ມ ເທົ່ານັ້ນ. ດັ່ງທ່ານ ກ່າວວ່າ:
"I fell in economic we but I think fundamental for Laos for economic growing in Laos to be sustainable it has to be included broad base all sectors of society enhance social inclusion. ທ່ານວ່າ: ທ່ານຄິດວ່າ ການເຕີບໂຕ ທີ່ຍັ້ງຍືນ ຂອງ ເສຖກິດລາວ ຕ້ອງຂື້ນ ຢູ່ກັບ ຫລາຍ ພາກສ່ວນ ເຂົ້າຮ່ວມ ບໍ່ແມ່ນ ສະເພາະ ແຕ່ກຸ່ມໃດ ກຸ່ມນື່ງ ເທົ່ານັ້ນ".
ຜູ້ຮ່ວມ ສົນທະນາ ຄົນອຶ່ນໆ ໃຫ້ ຄວາມເຫັນວ່າ ຖ້າຫາກມີິ ການກະຈ່າຍ ອຳນາດ ແລະ ລາຍໄດ້ ຢ່າງທົ່ວເຖິງ ສປປ ລາວ ອາດຈະມີ ການພັທນາ ໄດ້ຫລາຍ ກວ່ານີ້ ແລະ ປະຊາຊົນ ກໍຈະ ສາມາດ ຕັ້ງຕົວໄດ້ ຫລາຍ ຂຶ້ນ.