ທ.ໂອບາມາ ຈະໄປລາວ
2016.08.18
ທໍານຽບຂາວ ເວົ້າວ່າ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ທ່ານ ບາຣັກ ໂອບາມາ ຈະເດີນທາງ ໃນນາມເປັນ ປະທານາທິບໍດີ ເປັນຄັ້ງທີ 11 ແລະ ກໍປາກົດວ່າ ຈະເປັນ ຄັ້ງສຸດທ້າຍ ໄປຍັງ ເອເຊັຽ ໃນຕົ້ນເດືອນ ກັນຍາ.
ຂ່າວຣາຍງານ ໃນວັນທີ 18 ສິງຫາ ນີ້ວ່າ ທ່ານ ບາຣັກ ໂອບາມາ ຈະເດີນທາງ ໄປຢ້ຽມຢາມ ຈີນແລະລາວ ຣະຫວ່າງ ວັນທີ 2 ຫາ ວັນທີ 9 ກັນຍາ 2016 ນີ້. ການຢ້ຽມຢາມ ລາວ ຈະເຮັດໃຫ້ ທ່ານ ເປັນ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຄົນທໍາອິດ ທີ່ໄປ ຢ້ຽມຢາມ ປະເທດນີ້.
ຢູ່ ສປປລາວ ທ່ານ ບາຣັກ ໂອບາມາ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງປະຊຸມ ສຸດຍອດ ເອເຊັຽ ຕາເວັນອອກ ຊຶ່ງຄາດກັນວ່າ ບັນດາ ຜູ້ນໍາ ຈະໄດ້ເວົ້າກັນ ເຖິງບັນຫາ ການອ້າງ ກັມມະສິດ ຂອງຈີນ ໃນເຂດ ທະເລຈີນໃຕ້. ພ້ອມດຽວກັນນັ້ນ ທ່ານ ກໍຈະພົບພໍ້ ກັບ ປະທານ ປະເທດລາວ ທ່ານ ບຸນຍັງ ວໍຣະຈິດ ແລະ ຈະໄດ້ພົບພໍ້ ກັບ ບັນດາ ຜູ້ນໍາລຸ້ນ ໜຸ່ມນໍາດ້ວຍ.
ທີ່ປະເທດ ຈີນ ທ່ານ ບາຣັກ ໂອບາມາ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ທີ່ເມືອງ Hangzhou ພ້ອມກັບ ຜູ້ນໍາ ຣະດັບໂລກ ຈາກ 20 ປະເທດ ທີ່ຈະເຣີນ ດ້ານ ອຸດສາຫະກັມ ແລະ ປະເທດ ທີ່ ກໍາລັງພັທນາ. ທ່ານມີແຜນ ຈະ ເຈຣະຈາ ຕ່າງຫາກ ກັບ ປະທານ ປະເທດຈີນ ທ່ານ ສີຈີນຜິງ.
ທໍານຽບຂາວ ເວົ້າວ່າ ທ່ານ ບາຣັກ ໂອບາມາ ຈະໃຊ້ການ ເດີນທາງ ໄປເອເຊັຽ ຄັ້ງນີ້ ສນັບສນູນ ຂໍ້ຕົກລົງ ການຄ້າ ຂ້າມ ມະຫາສະມຸດ ປາຊີຟິກ ຫລື TPP ຊຶ່ງ ເປັນສ່ວນນຶ່ງ ຂອງ ຍຸທສາດ ເອເຊັຽ ຂອງທ່ານ ແລະ ທ່ານ ກໍຫວັງວ່າ ຣັຖສະພາ ສະຫະຣັຖ ຈະຮັບຜ່ານ ກ່ອນຈະໝົດ ອາຍຸ ການເປັນ ປະທານາທິບໍດີ ຂອງທ່ານ ໃນວັນທີ 20 ມົກກະຣາ 2017.