59 ອົງການ ສົ່ງ ຈ.ມ ເປີດຊອງ ເຖິງນາຍົກລາວ
2013.01.17

ໃນຈົດຫມາຍ ຂອງ 59 ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ການສືບສວນ ໃນເຣື້ອງ ຄວາມຄືບໜ້າ ຂອງ ທ່ານ ສົມບົດ ສົມພອນ ຜູ້ທີ່ ຫາຍສາບສູນໄປ ເປັນເວລາ ນຶ່ງເດືອນແລ້ວ. 59 ອົງການ ເວົ້າວ່າ ການສືບສວນ ເປັນໄປຢ່າງ ຊັກຊ້າ ແລະ ຂາດມາຕຖານ ຈຶ່ງຢ້ານວ່າ ການຫາຍໄປ ຂອງ ທ່ານ ສົມບັດ ແມ່ນຖືກບັງຄັບ.
ຈົດຫມາຍເປີດຊອງ ແຈ້ງຕໍ່ໄປວ່າ ຣັຖບານ ສປປ ລາວ ໄດ້ອອກຖແລງການ ສອງສະບັບ ປະຕິເສດ ຕໍ່ເຫດການ ແລະ ກໍເປັນຖແລງການ ທີ່ບໍ່ໄດ້ຊ່ອຍ ໃນຄວາມ ພຍາຍາມ ຊອກຫາ ທ່ານ ສົມບັດ ແຕ່ຢ່າງໃດ. ຖແລງການ ສະບັບທຳອິດ ຈາກ ກະຊວງການ ຕ່າງປະເທດ ຂອງລາວ ໃນມື້ວັນທີ 19 ທັນວາ 2012 ແລະ ສtບັບທີສອງ ແມ່ນການຕອບໂຕ້ ຂອງ ເອກອັຄຣາຊທູດ ລາວ ຕໍ່ຂໍ້ຂ້ອງໃຈ ຂອງສະພາ ສິດທິມະນຸດ ອົງການ ສະຫະປະຊາຊາດ ກ່ຽວກັບ ຊະຕາກັມ ຂອງ ທ່ານສົມບັດ ໃນມື້ວັນທີ 4 ມົກຣາ ປີ 2013. ຖແລງການ ທັງສອງ ສະບັບ ຣັຖບານລາວ ປະຕິເສດ ວ່າບໍ່ມີສ່ວນ ພົວພັນ ໃນການ ຫາຍສາບສູູນ ຂອງ ທ່ານ ສົມບັດ ສົມພອນ.
ອົງການ ດັ່ງກ່າວ ເວົ້າວ່າ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ສ້າງຄວາມຢ້ານກົວ ໃຫ້ແກ່ ປະຊາຊົນລາວ ແລະ ຄວາມເປັນຫວ່ງ ແກ່ ປະຊາຄົມໂລກ ດັ່ງນັ້ນ ຣັຖບານລາວ ຄວນໃຫ້ ຄວາມສຳຄັນ ໃນການສືບສວນ ຊອກຫາ ທ່ານສົມບັດ ສົມພອນ ຊຶ່ງເປັນບຸກຄົນ ທີ່ພົວພັນ ໃນການພັທນາ ຊຸມຊົນ ແລະ ປົກປ້ອງ ສິດທິມະນຸດ ຄົນສຳຄັນ ໃນລາວ ຢ່າງຮີບດ່ວນ ແລະ ຈິງຈັງ.