ປະຊາຊົນຂອງອາຊຽນຄວນມີ ບົດບາດ

ມະນີຈັນ
2015.05.15
F-Asean ເຄື່ອງໝາຍຂອງ ປະຊາຄົມເສຖກິຈອາຊຽນ
Asean

ຣັຖບານ ປະເທດ ສະມາຊິກ ອາຊຽນ ຄວນໃຫ້ ປະຊາຊົນ ມີ ສ່ວນຮ່ວມ ໃນການ ພັທນາ ປະເທດ ຫລາຍຂຶ້ນ ເມື່ອມີ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີ ນີ້, ເພື່ອ ໃຫ້ເປັນ ໄປຕາມ ຄວາມ ຮຽກຮ້ອງ ຂອງ ປະຊາຊົນ ໃນ ຫລາຍ ປະເທດ ທີ່ ຢາກ ອອກ ຄວາມຄິດ ຄວາມເຫັນ ເຣື່ອງ ການພັທນາ ປະເທດ ຂອງ ພວກຕົນ.

ຕາມ ຄໍາເວົ້າ ຂອງ ດຣ.ສີປະພາ ເພັດມີສີ ເຈົ້າໜ້າທີ່ ອະນຸ ກັມການ ປະຕິຮູບ ກົດໝາຍ ປະຊາຄົມ ອາຊຽນ, ໃນ ຣະຫວ່າງ ກອງ ປະຊຸມ ເຣື່ອງ ປະຊາຄົມ ອາຊຽນ ກັບ ນຶ່ງ ມາຕຖານ ແຮງງານ ຈະແມ່ນ ຄວາມຈິງ ໄດ້ແນວໃດ ໃນ ວັນທີ 14 ພຶສພາ ທີ່ ບາງກອກ:

"ຍານາງ ກ່າວວ່າ ພາກຣັຖ ຈະເຮັດ ທຸກສິ່ງ ທຸກຢ່າງ ດ້ວຍ ຕົວເອງ ໂດຍ ບໍ່ຕ້ອງ ອາໄສ ພື້ນຖານ ຄວາມ ຕ້ອງການ, ຫລືວ່າ ສິ່ງທີ່ ເກີດຂຶ້ນ ພາຍໃນ ປະເທດ ນັ້ນຄົງ ບໍ່ແມ່ນ. ເຮົາ ກໍຮຽກຮ້ອງ ໃຫ້ ພາກຣັຖ ໄດ້ ເປີດ ໂອກາດ ໃຫ້ ປະຊາຊົນ ມີ ສ່ວນຮ່ວມ ຫລາຍຂຶ້ນ ນີ້ຄື ຄວາມ ພຍາຍາມ ຂອງ ພາກ ປະຊາຊົນ ທີ່ ຄວາມ ຮ່ວມມື ກັນ ເພື່ອໃຫ້ ພາກຣັຖ ໄດ້ ຄໍານຶງ ເຖິງ".

ຍານາງ ກ່າວ ຕື່ມວ່າ ຕໍ່ໄປ ຜູ້ນໍາ ຂອງ ຣັຖບານ ແຕ່ລະ ປະເທດ, ຕ້ອງໃຫ້ ຄວາມ ສໍາຄັນ ຕໍ່ສຽງ ພົລເມືອງ ຂອງຕົນ, ເພື່ອໃຫ້ ເຂົາເຈົ້າ ມີ ສ່ວນຮ່ວມ ຢ່າງ ແທ້ຈິງ, ບໍ່ແມ່ນ ແຕ່ພຽງ ປາກເວົ້າ ແລະ ພາກຣັຖ ຈະ ຕ້ອງ ລົບລ້າງ ຄວາມຄຶດ ທີ່ວ່າ ຣັຖບານ ແມ່ນ ຕົວແທນ ຂອງ ອາຊຽນ, ທີ່ ເຫັນ ຕົວເອງ ເປັນໃຫຍ່ ສາມາດ ເຮັດຫຍັງ ກໍໄດ້ ໂດຍ ບໍ່ຟັງ ສຽງ ຈາກ ປະຊາຊົນ.

ນອກຈາກ ນັ້ນ ແລ້ວ ສິ່ງທີ່ ຣັຖບານ ແຕ່ລະ ປະເທດ ຈະຕ້ອງ ເຮັດ ຄື, ໃຫ້ສິດ ແກ່ ຄົນງານ ໃນ ປະເທດ ແບບ ເທົ່າທຽມ ກັນ ທັງ ຣະດັບ ສູງ ເຖິງ ຣະດັບ ຕ່ຳ, ຊຶ່ງ ຫາກ ເຮັດໄດ້ ກໍເຊື່ອ ວ່າ ບັນຫາ ຄົນງານ ລັກລອບ ໄປ ເຮັດຢູ່ ຕ່າງ ປະເທດ ຈະມີ ໜ້ອຍລົງ ແລະ ຈະ ປັກຫລັກ ຊອກວຽກ ເຮັດຢູ່ ໃນ ປະເທດ ຂອງ ຕົນເອງ.

ຢ່າງໃດ ກໍຕາມ ໃນ ສະພາບ ຄວາມ ເປັນຈິງ ຂອງ ສປປລາວ, ຖືວ່າ ຣັຖບານ ບໍ່ຄ່ອຍ ໃຫ້ ປະຊາຊົນ ອອກ ຄວາມຄິດ ຄວາມເຫັນ ເຣື່ອງ ການພັທນາ ປະເທດ ເລີຍ, ຍົກເວັ້ນ ຊ່ວງ ທີ່ ມີການ ປະຊຸມ ສະພາ ແຫ່ງຊາດ. ຮ້າຍ ໄປກວ່າ ນັ້ນ ເຄີຍມີ ຣາຍງານ ຈາກ ປະຊາຊົນ ວ່າ ເຈົ້າໜ້າທີ່ ຣັຖ ໄດ້ ຈັບກຸມ ປະຊາຊົນ, ທີ່ ວິພາກ ວິຈານ ການ ເຮັດວຽກ ຂອງ ພັກ-ຣັຖ ໃນທີ່ ສາທາຣະນະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.