ອຶງຊຸຍເມັງຂໍຮ້ອງຢ່າລີມ ທ.ສົມບັດ

ຍານາງ ອຶງຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ຂໍຮ້ອງ ສັງຄົມ ວ່າ ຢ່າປ່ອຍ ປະລະ ເຣື້ອງ ທ່ານ ສົມບັດ ສົມພອນ.

ຍານາງ ຊຸຍ ເມັງ ໃຫ້ສຳພາດກັບ ວິທຍຸເອເຊັຽເສຣີ ພາຍຫລັງ ງານເສວະນາ ຄົບຮອບ 1 ພັນມື້ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ RFA

ຍານາງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ, ໃຫ້ ສຳພາດ ພິເສດ ກັບ ວິທຍຸ ເອເຊັຽ ເສຣີ ພາຍຫລັງ ງານ ເສວະນາ ຄົບຮອບ 1 ພັນ ມື້ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ວັນສຸກ ຜ່ານມາ ວ່າ: "ເຖິງແມ່ນ ວັນເວລາ ຜ່ານໄປ ເກືອບ 3 ປີ ແລ້ວ ກໍຕາມ, ແຕ່ ທຸກພາກສ່ວນ ໃນ ສັງຄົມ ບໍ່ສາມາດ ຈະລືມ ເຣື້ອງນີ້ໄດ້ ຕ້ອງ ຊ່ວຍກັນ ຊອກຫາ ຄວາມຈິງ ຕໍ່ໄປ. ດັງ ຍານາງ ຊຸຍ ເມັງ ກ່າວ ໃນຕອນນຶ່ງ ວ່າ:

“ຂະເຈົ້າ ຕ້ອງຊ່ວຍ ເພີ້ມຂຶ້ນອີກ, ຖາມ ຣັຖບານ ເປັນຫຍັງ ການຊອກຫາ ສົມບັດ ຍັງບໍ່ໄດ້, ເປັນຫຍັງ ຍັງບໍ່ມີ ຄຳຕອບ ທີ່ ຊັດເຈນ, ອັນນີ້ ບໍ່ແມ່ນ ທັມມະດາ ມີແຕ່ ມີຄວາມຫວັງ ວ່າ, ອົງກອນ ຕ່າງໆ ທີ່ ເຄີຍ ເຮັດວຽກ ນຳ ສົມບັດ ຍູ່ລາວ ຫວັງວ່າ ຂະເຈົ້າ ຊິ ບໍ່ຢຸດ”.

ຍານາງ ຊຸຍເມັງ ກ່າວ ຕໍ່ໄປວ່າ ທ່ານ ສົມບັດ ແມ່ນ ປະຊາຊົນ ຜູ້ນຶ່ງ ທີ່ ເຮັດວຽກ ເພື່ອ ສັງຄົມ ມາ ຫຼາຍແລ້ວ ຈຶ່ງ ຂໍຮ້ອງ ຄົນລາວ ຢ່າ ປະປ່ອຍ ໃຫ້ ນາງສູ້ ຜູ້ດຽວ ຕ້ອງ ພ້ອມພຽງ ກັນ ຈຶ່ງຈະໄດ້ ຜົນ. ຍານາງ ວ່າ:

“ຖ້າມີ ກໍຣະນີ ແບບນີ້ ເກິດຂຶ້ນ ຄົນລາວ ຕ້ອງ ຊອກຮູ້ນຳ ບໍ່ແມ່ນ ປະໃຫ້ ຊຸຍ ເມັງ ຜູ້ນຶ່ງ ທີ່ ເດືອດຮ້ອນ ປະໃຫ້ ຊຸຍ ເມັງ ຄິດວ່າ ຫມູ່ຄູ່ ຢູ່ໃສ ຜູ້ທີ່ວ່າ ເຄີຍ ເຮັດວຽກ ນຳ ເພິ່ນ ເປັນຫຍັງ ບໍ່ຊ່ວຍເພິ່ນ ແນ່. ອັນນີ້ ປະໃຫ້ຂ້ອຍ ເຈັບໃຈ ຫຼາຍ ປະໃຫ້ຂ້ອຍ ເສັຽໃຈ ຫຼາຍ. ກະຝາກ ຄວາມ ຫວັງວ່າ ສົມບັດ ກະແມ່ນ ປະຊາຊົນ ຜູ້ນຶ່ງ ກະໄດ້ ເຮັດ ວຽກຫຼາຍ ຕໍ່ ສັງຄົມ, ຄວາມຫວັງ ກະຝາກນຳ ປະຊາຊົນ ທົ່ວໄປ, ພຍາຍາມ ຢ່າຊຸລືມ ຢາກໃຫ້ ຂະເຈົ້າ ກ້າ ອອກມາ ຮ້ອງຊ່ວຍ ຊຸຍ ເມັງ ຊອກຫາ ສົມບັດ”.

ຕໍ່ຄໍາຖາມ ທີ່ວ່າ ຍານາງ ມີ ຄວາມຮູ້ສຶກ ແນວໃດ ກັບການ ຕໍ່ສູ້ ຄັ້ງນີ້. ຍານາງ ຊຸຍ ເມັງ ຕອບວ່າ, ເມື່ອຍ ແຕ່ ກໍບໍ່ທໍ້ ແລະ ສິ່ງສຳຄັນ ທີ່ສຸດ ທີ່ຊ່ວຍໃຫ້ ມີພລັງ ເຂັ້ມແຂງ ກໍແມ່ນ ເຣື້ອງ ທັມມະ ເປັນທີ່ ເພິ່ງໃຈ. ຍານາງ ກ່າວ ຕຶ່ມວ່າ:

“ສົມບັດ ແມ່ນ ຜູ້ທີ່ວ່າ ປະຕິບັດ ນັ່ງ ສະມາທິ ເພິ່ນ ກະເຄີຍສອນ ຊຸຍ ເມັງ ເວລາ ເຮົາມີຫຍັງ ວຸ້ນວາຍ, ຕ້ອງ ນັ່ງ ສະມາທິ ພາໃຫ້ເຮົາ ມີຄວາມ ສງົບຢູ່ໃນໃຈ. ປັດຈຸບັນ ຊຸຍ ເມັງ ກໍໄດ້ ປະຕິບັດ ນັ່ງ ສະມາທິ ທຸກມື້ ເພື່ອໃຫ້ ຢູ່ລອດໄດ້ ເພື່ອໃຫ້ ບໍ່ທໍ້ ບໍ່ຖອຍ”.


ຍານາງ ຊຸຍ ເມັງ ກ່າວ ກັບ ວິທຍຸ ເອເຊັຽ ເສຣີ ຕອນທ້າຍ ວ່າ. 1 ພັນ ມື້ ທີ່ຜ່ານມາ ບໍ່ມີ ວິນາທີ ໃດ ທີ່ ຍານາງ ບໍ່ຄິດຮອດ ທ່ານ ສົມບັດ, ນາງ ຈຶ່ງ ຫວັງວ່າ ມື້ໃດ ມື້ນຶ່ງ ສາມີ ຈະກັບມາ ຢ່າງປອດໄພ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org