ຊາວເກົາຫລີເໜືອ 6 ຄົນ ຈະມີ ອິສຣະພາບ ແລ້ວ

ຊາວເກົາຫລີ ເໜືອ 6 ຄົນ ທີ່ ຫລົບໜີ ອອກຈາກ ປະເທດ ກໍາລັງ ຕຣຽມ ໄປ ເກົາຫລີໃຕ້ ພາຍຫລັງ ທີ່ ທາງການ ລາວ ປ່ອຍຕົວ.

ຊາວເກົາຫລີເໜືອ 6 ຄົນ ຈະມີ ອິສຣະພາບ ແລ້ວ RFA

 

ຊາວເກົາຫລີ ເໜືອ 6 ຄົນ ທີ່ ຫລົບໜີ ຈາກ ປະເທດ ຊຶ່ງ ເຈົ້າໜ້າທີ່ ລາວ ຈັບໄດ້ ນັ້ນ ໄດ້ຖືກ ປ່ອຍຕົວ ແລ້ວ ແລະ ປັດຈຸບັນ ຢູ່ໃນ ຂັ້ນຕອນ ດໍາເນີນການ ເພື່ອ ເດີນທາງໄປ ເກົາຫລີໃຕ້- ຕາມຣາຍງານ ຂ່າວ ຂອງ ສຽງ ອະເມຣິກາ.

ຊາວເກົາຫລີ ເໜືອ ກຸ່ມດັ່ງກ່າວ ໄດ້ຮັບການ ຊ່ວຍເຫລືອ ຈາກ ຊາວຈີນ ໃນການ ເດີນທາງຂ້າມ ຊາຍແດນ ຈີນ ເຂົ້າ ປະເທສລາວ ກ່ອນທີ່ຈະ ເດີນທາງ ຜ່ານ ປະເທສໄທ ໄປ ເກົາຫລີໃຕ້. ເມື່ອຕອນເຊົ້າ ຂອງ ວັນພະຫັດ ທີ່ ຜ່ານມາ ພວກເຂົາເຈົ້າ ຖືກ ເຈົ້າໜ້າທີ່ ຕໍາຣວດ ພາກເໜືອ ຂອງລາວ ຈັບ ໃນຂນະ ທີ່ ນັ່ງລໍຖ້າ ຣົດຢູ່.

ພາຍຫລັງ ທີ່ໄດ້ຮັບ ຣາຍງານ ວ່າ ພວກເຂົາເຈົ້າ ຖືກຈັບ ສະຖານທູດ ເກົາຫລີໃຕ້ ປະຈໍາ ສປປ ລາວ ກໍຢືນຢັນ ເຖິງ ຖານະ ເປັນຜູ້ ຫລົບໜີ ຂອງ ພວກເຂົາເຈົ້າ ກ່ອນທີ່ຈະ ພົວພັນ ກັບ ຣັຖບາລ ລາວ ແລະ ຂໍໃຫ້ ປ່ອຍຕົວ.

ຊາວເກົາຫລີ ທັງໝົດ ໄດ້ຖືກ ນໍາສົ່ງໄປ ປະເທສໄທ ເມື່ອວັນ ເສົາ ແລະ ປັດຈຸບັນ ຢູ່ໃນສູນ ປົກປ້ອງ ຜູ້ຫລົບພັຍ. ພາຍຫລັງທີ່ ສານ ກວດສອບ ກໍຣະນີ ຂອງ ພວກ ເຂົາເຈົ້າ ຢ່າງບໍ່ ເປັນ ທາງການ ແລ້ວ ພວກ ເຂົາເຈົ້າ ຈະຖືກສົ່ງ ໄປ ກຸງໂຊນ ປະເທສ ເກົາຫລີໃຕ້ ຜ່ານ ບາງກອກ ແລະ ຈະໃຊ້ ເວລາ 1 ເດືອນ.

ມີການ ປະເມີນວ່າ ຊາວ ເກົາຫລີ ເໜືອ ທີ່ລັກໜີ ອອກນອກ ປະເທສ ແລ້ວມຸ້ງໄປ ເກົາຫລີໃຕ້ ນັ້ນ ຢ່າງໜ້ອຍ 90 ສ່ວນຮ້ອຍ ແມ່ນ ເດີນທາງ ຜ່ານ ປະເທສ ລາວ ເຂົ້າໄປໄທ ຊາວ ເກົາຫລີ ເໜືອ ກຸ່ມ ທີ່ວ່ານີ້ ເປັນຍິງ 5 ຄົນ, ຜູ້ນຶ່ງ ອາຍຸ ປະມານ 20 ປີ, 3 ຄົນ ອາຍຸ ປະມານ 30 ປີ ແລະ ອີກຜູ້ນຶ່ງ ປະມານ 40 ປີ. ສໍາລັບ ຜູ້ຊາຍ ມີອາຍຸ ປະມານ 40 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org