ຄນະແມ່ນ້ຳຂອງສາກົນ ປະຊຸມ, ອະນາຄົດ ແມ່ນ້ຳຂອງ
2019.11.05

ຢູ່ໃນກອງປະຊຸມປຶກສາຫາລື ແລະ ໃຫ້ຂໍ້ມູນລະດັບຂົງເຂດ ກ່ຽວກັບ ສະຖານະພາບ ແມ່ນ້ຳຂອງ, ສິ່ງແວດລ້ອມ ສັງຄັມ-ເສຖກິດ ແລະ ການຮ່ວມມື ແຕ່ວັນທີ 5 ຫາ 6 ພືສຈິກກາ 2019 ຢູ່ນະຄອນຫລວງວຽງຈັນ.
ນັກວິຊາການ ແລະ ເຈົ້າໜ້າທີ່ຈາກຄນະກັມມາທິການ ແມ່ນ້ຳຂອງສະກົນ ຫລື MRC ໄດ້ສະແດງຄວາມກັງວົນ ກ່ຽວກັບການປ່ຽນແປງ ຢູ່ໃນແມ່ນ້ຳຂອງ ຍ້ອນຜົລກະທົບ ຈາກດິນຟ້າອາກາດ ແລະ ການການສ້າງເຂື່ອນ.
ດຣ.ໄຊຍຸດ ສຸກສີ ນັກວິຊາການ ແລະ ອະດີດອາຈານ ດ້ານພະລັງງານນ້ຳ ຈາກຈຸລາລົງກອນ ມະຫາວິທະຍາໄລ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ພືສຈິກາ ວ່າ:
"ຕ້ອງເອົາຂໍ້ມູນ ແລະ ຂໍ້ເທັດຈິງມາວາງ ແລ້ວກໍໃຫ້ຮູ້ວ່າ ໃຜເປັນຄົນເຮັດ ໃນອະນາຄົດ ສົມມຸດແບບນີ້ ຖ້າແບບນີ້ [ເຂື່ອນ] ໄຊຍະບູຣີ ບໍ່ເຮັດໃຫ້ດີຂຶ້ນ [ເຂື່ອນ] ຫລວງພະບາງ ສເນີເຂົ້າມາ ກໍຈະມີຄົນຕໍ່ຕ້ານ ຜົລກະທົບ ກໍຈະເກີດຂຶ້ນກັບໂຄງການອື່ນ ເລື້ອງອື່ນໆ."
ຍານາງ Nguyen Hong Phoung ເຈົ້າໜ້າທີ່ ຄນະກັມມາທິການ ແມ່ນ້ຳຂອງສາກົນ ຈາກວຽດນາມ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ໃນຄວາມເປັນຈິງແລ້ວ ມີການສຶກສາຫຼາຍອັນ ໄດ້ເວົ້າເຖິງບັນຫາຜົລກະທົບ ກ່ຽວກັບສິ່ງແວດລ້ອມ ໃນແມ່ນ້ຳຂອງ ຢ່າງໃດກໍຕາມ ຄວນຈະເຮັດໃຫ້ເກີດຜົນ ຢ່າງຊັດເຈນ ໂດຍສະເພາະ ໂຄງການເຂື່ອນໄຟຟ້າ."
ໃນຂນະທີ່ ເຈົ້າໜ້າທີ່ຝ່າຍລາວ ກໍສະແດງຄວາມເປັນຫ່ວງວ່າ ຈະມີການປ່ຽນແປງ ຢູ່ໃນແມ່ນ້ຳຂອງ ບໍ່ວ່າຈະເປັນ ເຣື່ອງດິນຟ້າອາກາດ ມີການປ່ຽນແປງ ແລະ ການພັທນາດ້ານອື່ນໆ.
ດຣ.ອານຸລັກ ກິດຕິຄຸນ ເຈົ້າໜ້າທີ່ຂັ້ນສູງ ຂອງຄນະກັມມາທິການ ແມ່ນ້ຳຂອງສາກົນ ຈາກປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ພືສຈິກາ ວ່າ:
"ດຽວນີ້ ແມ່ນ້ຳຂອງມັນອາດຈະບໍ່ເປັນ Wet and Dry Seasons ແລ້ວ, ແລ້ວມັນຈະເປັນຍ້ອນວ່າ ມີການ Climate Change ການປ່ຽແປງ ດິນຟ້າອາກາດ ແລ້ວມີການ Infrastructure Development ມັນກະຊິເຮັດໃຫ້ລະດູຝົນ ລະດູແລ້ງ ປັ່ນປ່ວນ ໜ້ອຍນຶ່ງ ສະນັ້ນຖ້າມີການແປງປັນ ຂໍ້ມູນໝົດປີ ມັນຈະເປັນການດີສຳລັບ ປະເທດລຸ່ມ."
ແຕ່ນັກວິຊາການອິສຣະຫຼາຍຄົນ ໃຫ້ຄຳເຫັນວ່າ ແມ່ນ້ຳຂອງ ມີການບົກແຫ້ງແບບ ຜິດປົກກະຕິ ນັ້ນ ສາເຫດນຶ່ງເປັນຍ້ອນການສ້າງເຂື່ອນ ຢູ່ຕອນເທິງແມ່ນ້ຳຂອງ ບໍ່ວ່າຈະເປັນເຂື່ອນ ຢູ່ປະເທດຈີນ, ເຂື່ອນໄຊຍະບູຣີ ທີ່ເລີ້ມຜລິດກະແສໄຟ້ຟ້າ.
ນອກຈາກນີ້ ຍັງມີໂຄງການເຂື່ອນ ຫຼວງພຣະບາງ ທີ່ກຳຈະສເນີຜ່ານ ຂະບວນການປຶກສາຫາລື ກ່ອນລ່ວງນີ້ ຊຶ່ງມີກຳນົດການຈະເວົ້າກັນ ຢູ່ໃນກອງປະຊຸມ ປຶກສາຫາລື ຄັ້ງນີ້ ໃນວັນທີ 6 ພືສຈິກາ ນີ້.