ການລັກຣົດຈັກກໍາລັງ ຄຶກໂຄມຢູ່ວຽງຈັນ


2013.07.18
F-bikes ການລັກຣົດຈັກ ໃນ ນະຄອນຫຼວງ ວຽງຈັນ ກໍາລັງ ເພີ້ມ ຄວາມກັງວົນ ພາຍໃນ ສັງຄົມລາວ
JCLAO

 

ເຈົ້າໜ້າທີ່ ຕໍາຣວດ ນະຄອນຫຼວງ ວຽງຈັນ ເປີດເຜີຍວ່າ ປັດຈຸບັນ ຂະບວນ ລັກຣົດຈັກ ແພ່ຫຼາຍ ໃນ ນະຄອນຫຼວງ ວຽງຈັນ. ສະເພາະ 6 ເດືອນ ຂອງ ຕົ້ນປີ 2013 ນີ້ ມີຣົດຈັກ ຖືກລັກ 300 ກວ່າຄັນ ຂະນະທີ່ ການຕິດຕາມ ຊອກຫາ ໄດ້ຄືນພຽງ 27 ຄັນ ເທົ່ານັ້ນ ເຮັດໃຫ້ ປະຊາຊົນ ຈົ່ມວ່າ ໄປແຈ້ງຄວາມ ແລ້ວ ກໍບໍ່ເຫັນວ່າ ເຈົ້າໜ້າທີ່ ຕໍາຣວດ ເຮັດຫຍັງໄດ້. ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ຕໍາຣວດ ນະຄອນຫລວງ ອະທິບາຍ ວ່າ:

"ຣົດເສັຍແລ້ວ ກໍໄປແຈ້ງ ແຈ້ງເສັຍ ຢູ່ນໍາ ກອງຄະດີ ອາຍາ ຈັ່ງຊີ້ນະ ຮັບຜິດຊອບ ໃນ ການດໍາເນີນ ຄະດີ ຕິດຕາມ ກໍແມ່ນພວກ ຜແນກສືບສວນ ສອບສວນ ໃນເມື່ອໄດ້ ຮັບແຈ້ງຄວາມ ແລ້ວ ເຂົາກໍຣາຍງານ ຂັ້ນເທິງ ຂໍຄໍາສັ່ງ ສືບສວນ ສອບ ສວນ ຄັນມີຂໍ້ມູນ ແນວໃດ ຫັ້ນນະ ຣະຍະການ ດໍາເນີນ ຄະດີ ຈົນກວ່າ ຈະສິ້ນສຸດ ຫັ້ນນະ ແຕ່ຂອບເຂດ ການດໍາເນີນ ຄະດີ ຖືວ່າກົດໝາຍ ກໍານົດ ຫັ້ນກໍ໋ 2 ເດືອນ".

ທ່ານເວົ້າ ຕໍ່ໄປວ່າ ວຽກງານ ຂອງ ຕໍາຣວດ ປັດຈຸບັນ ກໍມີຫລາຍ ການຕິດຕາມ ກໍຕ້ອງເຮັດຕາມ ຂະບວນການ ຂອງກົດໝາຍ. ຈະຊອກຄືນໄດ້ ຫລືບໍ່ ກໍຂຶ້ນຢູ່ກັບ ຂໍ້ມູນວ່າ ມີຫຼາຍພຽງພໍ ຫຼືບໍ່ ຖ້າຂໍ້ມູນ ພຽງພໍ ກໍສາມາດ ຊອກໄດ້ຄືນໄວ ແຕ່ລະທິດ ມີຄົນມາແຈ້ງ ເຣື່ອງ ຣົດເສັຍເຖິງ 10 ຄັນ. ສໍາລັບ ເດືອນນີ້ ມາແຈ້ງ ວ່າເສັຍແລ້ວ 24 ຄັນ.

ບໍ່ພຽງແຕ່ຢູ່ ນະຄອນຫຼວງ ເທົ່ານັ້ນ ຢູ່ ແຂວງ ບໍຣິຄໍາໄຊ ຂະບວນ ລັກຣົດຈັກ ກໍມີຫລາຍ ເຊັ່ນກັນ ດັ່ງ ຜູ້ເສັຍຫາຍ ຣາຍນຶ່ງ ເວົ້າກັບ ເອເຊັຍ ເສຣີ ວ່າ:

"ອອກໄປເຮັດວຽກ ຢູ່ແຄມຂອງ ຢູ່ ຫ້ອງການ ພໍດີຖືກ ມື້ວັນສຸກ ເຂົ້າໄປ ຫ້ອງປະຊຸມ ເດ້ ແລ້ວອອກມາ ແລ້ວຣົດບໍ່ເຫັນ ໂອ້ຂະເຈົ້າ ຮິດລັກຣົດ ຫລາຍ ຣົດຣາຄາ ປະມານ 4 ໝື່ນປາຍ ບາດ ເສັຽດາຍຢູ່ ເຮັດການ ໝົດປີເນາະ ໄດ້ ຣົດຄັນດຽວ ມາເສັຽ ຫັ້ນນະ ກໍໄປ ແຈ້ງເດ້ ເພິ່ນບໍ່ ເຫັນເພິ່ນວ່າ ອີ່ສັງກໍໄດ້ ແຕ່ລໍຄອຍກໍ ມິດລະກະແລ້ວ".

ປັດຈຸບັນ ຂະບວນການນີ້ ໃຊ້ວິທີການ ຫລາຍຮູບແບບ ເພື່ອຈະໄດ້ ຣົດໄປ ມີທັງໃຊ້ມີດ ໃຊ້ປືນຈີ້ ຜູ້ເປັນ ເຈົ້າຂອງຣົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.