ປະຊາຊົນລາວ ກັບກອງປະຊຸມໃຫຍ່ ພັກຄອມມິວນິສຈີນ
ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກ ຄອມມິວນິສຈີນ ໄດ້ເປີດຂຶ້ນໃນມື້ວັນທີ 16 ຕຸລານີ້ ແຕ່ປະຊາຊົນລາວ ທົ່ວໄປ ບໍ່ໄດ້ໃຫ້ຄວາມສົນໃຈ ຂະນະທີ່ ຜູ້ນໍາພັກປະຊາຊົນ ປະຕິວັດລາວ ສົ່ງສານອວຍພອນ ຍ້ອງຍໍ ການນຳພາ ຂອງຜູ້ນຳພັກ ຄອມມິວນິສຈີນ.
-
ຈຳປາທອງ
2022-10-17 -
-
-
Your browser doesn’t support HTML5 audio
ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມິວນິສຈີນ ໄດ້ເປີດຂຶ້ນໃນມື້ວັນທີ 16 ຕຸລາ ແລະຈະປິດລົງໃນມື້ວັນທີ 22 ຕຸລານີ້. ໂດຍທົ່ວໄປແລ້ວ ປະຊາຊົນລາວບໍ່ສົນ ໃຈນໍາກອງປະຊຸມດັ່ງກ່າວ, ບໍ່ໄດ້ຕິດຕາມຂ່າວ ຮວມທັງເປັນຍ້ອນ ບໍ່ຮູ້ພາສາຈີນ.
ດັ່ງຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 17 ຕຸລານີ້ວ່າ:
“ບໍ່ໄດ້ເບິ່ງເດ໋ຂ່າວຈີນຫັ້ນ, ມັນບໍ່ມີພາສາລາວ ເວົ້າຫຍັງບໍ່ຄືໄທຍ. ພາສາກະບໍ່ຮູ້ກັນ ເວົ້າແນວນັ້ນໂອ໋ ອ້າຍບໍ່ເຂົ້າໃຈດີ. ເອີ ຄືໄທຍເວົ້າຮູ້ພາສາກັນເນາະ ເບິ່ງລາວ ເບິ່ງໄທຍແດ່.”
ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ບໍ່ໄດ້ຕິດຕາມຂ່າວ ກ່ຽວກັບກອງປະຊຸມ ທີ່ວ່ານັ້ນ, ແຕ່ກໍເຫັນວ່າ ຍິ່ງລະບົບ ການເມືອງຂອງພັກ ຄອມມິວນິສຈີນ ແຂງຂຶ້ນຫລາຍສໍ່າໃດ ກໍຍິ່ງຈະມີການ ຂຍາຍອິດທິພົນເຂົ້າມາລາວ ຫລາຍຂຶ້ນເທົ່ານັ້ນ ເປັນຕົ້ນວ່າ ຄົນຈີນຈະຫລັ່ງໄຫລ ເຂົ້າມາລາວຫລາຍຂຶ້ນ, ຍາດແຍ່ງວຽກເຮັດ ງານທໍາຂອງຄົນລາວ ແລະຍິ່ງມີໂຄງການ ຂອງຈີນເຂົ້າມາລາວຫລາຍ ກໍຍິ່ງຈະເຮັດໃຫ້ປະຊາຊົນລາວ ເສັຍດິນໄປຫລາຍຂຶ້ນຕື່ມ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ໂອ໋ ເຣື່ອງກະທົບ ມັນກໍກະທົບແນ່ນອນຫັ້ນແລ້ວ ໄຮ່ນາມັນກໍເຮັດຫຍັງ ບໍ່ໄດ້ຄືວ່າຫັ້ນແຫລະ ເຂົາເຂົ້າມາມັນກະຍາດ ການຫາຢູ່ຫາກິນ ຂອງພໍ່ແມ່ປະຊາຊົນເຮົານີ້ແຫລະ ຄືແນວໃດດິນໄຮ່ດິນນາ ເບື້ອງຫລັງລະແມ່ນຂອງເຂົາໝົດຫັ້ນແຫລະ.”
ໃນຂະນະດຽວກັນ ປະຊາຊົນລາວ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຜູ້ນຶ່ງກໍເວົ້າວ່າ ທຸກມື້ນີ້ ຊາວລາວກໍາລັງປະເຊີນ ກັບອິດທິພົລ ຂອງຈີນຢູ່ແລ້ວ, ຈີນມີໂຄງການຕ່າງໆ ຊຶ່ງປັດຈຸບັນ ບໍຣິສັດຈີນ ກໍມີໂຄງການສາຍສົ່ງໄຟຟ້າ ຢູ່ເມືອງນາໝໍ້ນີ້ ຊຶ່ງຈະຖືກສ້າງຂຶ້ນ ໃນອີກບໍ່ດົນ, ໄດ້ເຣີ່ມວັດແທກດິນ ຂອງຊາວບ້ານ ບາງສ່ວນແລ້ວ ແຕ່ຍັງບໍ່ຮູ້ວ່າ ຈະໄດ້ຄ່າຊົດເຊີຍ ຄວາມເສັຍຫາຍແນວໃດ.
ດັ່ງທີ່ນາງເວົ້າວ່າ:
“ໂອ໋! ໃຜກະຢ້ານໝົດແຫລະ ດຽວນີ້ຍັງ ເຂົາມາແທກຖືກດິນເອືອຍ ຕຣຽມເຮັດສະຖານີ ກະຖືກຜົນກະທົບ 2 ເຮັກຕ້າຣ໌ພຸ້ນໂອ໋ ເປັນໂຄງການຂອງໄຟຟ້າຕນີ້ນ່າ ເຂົາປະເມີນໄດ້ຫລືບໍ່ໄດ້ ຍັງບໍ່ຮູ້ ເຂົາກະຍັງບໍ່ມາບຸກເບີກເທື່ອ ເຂດຕິດບ້ານນີ້ແຫລະ.”
ປະຊາຊົນລາວອີກນາງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການເຂົ້າມາລົງທຶນ ຂອງຈີນມາແລ້ວນັ້ນເວົ້າວ່າ ໃນອະນາຄົຕ ຖ້າຈະມີນັກລົງທຶນຈີນ ເຂົ້າມາລາວຫລາຍ ກໍຢາກໃຫ້ເຂົ້າມາຢ່າງຈິງໃຈ, ບໍ່ຂົ່ມເຫັງ, ບໍ່ໃຊ້ອິດທິພົລຍຶດເອົາ ດິນຂອງປະຊາຊົນລາວ ຫລາຍຂຶ້ນຕື່ມອີກ, ເພາະທີ່ຜ່ານມາ ກໍໄດ້ເສັຍໄປຫລາຍແລ້ວ ຮວມທັງເສັຍໃຫ້ ໂຄງການຂຸດຄົ້ນບໍ່ແຮ່, ບໍ່ຄໍາ ໂດຍທີ່ປະຊາຊົນ ເວົ້າຫຍັງ, ຂັດກໍບໍ່ໄດ້.
“ຄັນເຂົ້າມາ ກໍບໍ່ຕ້ອງຂົ່ມເຫັງ ປະຊາຊົນລາວ ໃຫ້ສິທ ຄົນລາວພ້ອມ ເຂົ້າມາລົງທຶນ ມີເງິນມີຊັພສິນ ເຂົ້າມາແລ້ວເຂົາກໍ ມາເອົາຂອງເຮົາໄປຄືເກົ່າ ຂຸດບໍ່ແຮ່ ຂຸດຄໍາຫັ້ນນ່າ ມັນກະເວົ້າບໍ່ໄດ້ ປາກບໍ່ໄດ້ ໄອບໍ່ດັງ ເກັ່ງຫລາຍກະບໍ່ໄດ້.”
ເວົ້າເຖິງການເບິ່ງຂ່າວ ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມິວນິສຈີນ ທີ່ກໍາລັງດໍາເນີນໄປຢູ່ນີ້ ເຈົ້າໜ້າທີ່ ພົວພັນກັບຕ່າງປະເທດ ກໍບໍ່ເຫັນວ່າ ໄດ້ຕິດຕາມພໍເທົ່າໃດ ແມ່ນແຕ່ຜູ້ທີ່ເຄີຍ ໄດ້ຮຽນໜັງສືຢູ່ປະເທດຈີນມາ ກໍເວົ້າວ່າ ຍາມມີເວລາຫວ່າງ ກໍເບິ່ງຂ່າວນີ້ຢູ່.
ດັ່ງທີ່ທ່ານກ່າວວ່າ:
“ຕິດຕາມ ກະບໍ່ໄດ້ຕິດຕາມ ເປັນຊ່ວງເປັນລະອຽດນ່າ. ອີງໃສ່ວຽກແດ່ ກໍຍາມຫວ່າງ ກະເຂົ້າເບິ່ງ. ເບິ່ງຕາມຄວາມເຂົ້າໃຈ ຂອງເຮົາເນາະ ສໍາລັບຕົນເອງ ກະຖືວ່າກະເຄີຍຮຽນຢູ່ຫັ້ນແດ່ ຄັນຫວ່າງຍາມໃດກະເບິ່ງ.”
ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມິວນິສຈີນ ເນັ້ນໃສ່ຄວາມສໍາຄັນ ຂອງການສ້າງສັງຄົມນິຍົມ ທີ່ທັນສມັຍ ຮອບດ້ານ ຕາມຫລັກປົກຄອງ ດ້ວຍກົດໝາຍ, ຈີນຕ້ອງເພິ່ມບົດບາດ ການປົກຄອງປະເທດດ້ວຍກົດໝາຍ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານຕ່າງໆ, ໃນການຮັບປະກັນ ຄວາມຄາດຫວັງທີ່ສເມີຕົ້ນ ສເມີປາຍ ແລະໃນການກໍ່ໃຫ້ເກີດ ຜົລຢໂຍດໄລຍະຍາວ, ອີງຕາມຄໍາເວົ້າ ໃນບົດຣາຍງານການເມືອງ ຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ຄອມມິວນິສຈີນ ຕໍ່ກອງປະຊຸມ ໃນມື້ວັນທີ 16 ຕຸລານີ້.
ໃນໂອກາດ ກອງປະຊຸມດັ່ງກ່າວ, ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍຣິຫານງານ ສູນກາງພັກ ຄອມມິວນິສຈີນ ທີ່ນະຄອນຫລວງປັກກິ່ງ ໃນມື້ວັນທີ 16 ຕຸລາ ຊຶ່ງໃນນັ້ນ ມີເນື້ອໃນຕອນນຶ່ງວ່າ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມິວນິສຈີນ ໃນຄັ້ງນີ້ ແມ່ນເຫດການການເມືອງ ທີ່ມີຄວາມໝາຍສໍາຄັນ ໃນຊີວິຕການເມືອງ ຂອງພັກຄອມມິວນິສຈີນ ຊຶ່ງເປີດຂຶ້ນ ທ່າມກາງສະພາບການ ພາກພື້ນ ແລະສາກົລມີຄວາມສັບສົນ ແລະເປັນໄລຍະສໍາຄັນ ຂອງການກໍານົດຍຸທສາຕ ແລະວາງແນວທາງ ນະໂຍບາຍໃໝ່ ເພື່ອສູ້ຊົນໃຫ້ບັນລຸ ເປົ້າໝາຍ 100 ປີ, ເຫດການທີສອງ ກໍຄືການສ້າງສັງຄົມນິຍົມ ຕາມສີສັນພິເສດ ທີ່ທັນສະໄໝ ຮອບດ້ານຂອງຈີນ ໃນກາງສັຕວັດ ທີ 21 ໃຫ້ປະກົດຜົລ ເປັນຈິງ.