ທ.ອ໊ອດ ຫາຍສາບສູນ ສາກົນ ກັງວົນ
2019.09.13

ຕົວແທນພາກປະຊາສັງຄົມ ຈາກປະເທດໄທ ແລະ ມາເລເຊັຍ ເປັນຫ່ວງນຳເຣຶ່ອງ ການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ຄົນງານ ລາວ ທີ່ເປັນນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ແລະປະຊາທິປະໄຕ ຢູ່ປະເທດໄທ ຍ້ອນຢ້ານວ່າຈະຕົກ ໃນກໍຣະນີ ຖືກລັກພາໂຕໄປ. ຍານາງ ເປຣມ ຣືດີ ດາວເຣືອງ ຜູ້ປະສານງານ ໂຄງການເສວະນາ ເຣຶ່ອງສິດທິມະນຸດ ປະຈຳຂົງເຂດເອເຊັຽ ໂຕແທນຈາກປະເທດໄທ ເວົ້າວ່າ:
"ຍານາງກ່າວວ່າ ໄດ້ຍິນເຣຶ່ອງຂອງ ທ້າວ ອອ໊ດ. ເມື່ອໄດ້ຍິນແລ້ວກໍຕົກໃຈ ທີ່ວ່າເຂົາຫາຍໂຕໄປຢູ່ປະເທດໄທ. ຖ້າການຫາຍໂຕໄປຂອງ ອ໊ອດ ນີ້ເປັນເຣຶ່ອງຈິງ ທີ່ໂຕເຂົາເອງບໍ່ຮູ້ວ່າ ເຂົາໄປໃສນັ້ນ ກໍເປັນຫນ້າຕົກໃຈ. ແຕ່ຈະຫາຍໂຕໄປໃນກໍຣະນີໃດ ກໍຕາມ ຫລື ວ່າຖືກອຸ້ມໄປ ກໍຖືວ່າ ເປັນເຣຶ່ອງຮ້າຍແຮງທີ່ສຸດ."
ໃນຂນະດຽວກັນ ຍານາງ DEBBIE STOTHARD ເລຂາທິການນານາຊາດ ດ້ານສິດທິມະນຸດ ຊຶ່ງເປັນໂຕແທນ ຈາກ ປະເທດມາເລເຊັຽ ກໍເວົ້າວ່າ ໃນກໍຣະນີ ການຫາຍໄປຂອງ ທ້າວ ອ໊ອດ ນັ້ນຫລາຍຄົນກໍເປັນຫ່ວງ, ດັ່ງຍານາງກ່າວໃນຕອນນື່ງວ່າ:
"ຍານາງເວົ້າວ່າ ປັດຈຸບັນ ພວກເຮົາກໍມີກໍຣະນີໃຫມ່ອີກ ຄືເຣື້ອງທ້າວ ອ໊ອດ ໄຊຍະວົງ ຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ ຢູ່ບາງກອກ ຫວ່າງສອງອາທິດກ່ອນ, ນີ້ເປັນກໍຣະນີ ການບັງຄັບໃຫ້ຄົນຫາຍສາບສູນ. ພວກເຮົາຍັງບໍ່ຮູ້ວ່າ ເຂົາຖືກອຸ້ມ ຫລືຖືກຂ້າ ຫລືຖືກກັກຂັງ; ແຕ່ກໍເປັນຄວາມຜິດອັນຮ້າຍແຮງ."
ຍານາງກ່າວຕື່ມວ່າ ສປປລາວ ຍັງບໍ່ປະຕິບັດ ສິດທິມະນຸດຢ່າງຈິງຈັງ ເຈົ້າໜ້າທີ່ຣັຖ ຍັງຄວບຄຸມພາກປະຊາສັງຄົມໃນລາວ ຫລາຍຢູ່ ພວກເຂົາເຈົ້າ ບໍ່ກ້າທີ່ຈະມາຮ່ວມປະຊຸມ ແລະອອກຄວາມຄິດຄວາມເຫັນໄດ້ ດັ່ງທີ່ຍານາງກ່າວວ່າ:
"ຍານາງເວົ້າວ່າ ທຸກຄົນຄວນຮູ້ ແລະເຂົ້າໃຈວ່າ ຕາມກົດຫມາຍສາກົນ ວ່າດ້ວຍສິດທິມະນຸດ, ການບັງຄັບໃຫ້ຄົນຫາຍສາບສູນເປັນຄວາມ ຜິດທາງອາຍາ ອັນຮ້າຍແຮງ ຕໍ່ ມວນມະນຸດ."
ກ່ຽວກັບເຣຶ່ອງດັ່ງກ່າວ ຢູ່ໃນໄລຍະກອງປະຊຸມ ພາກປະຊາສັງຄົມ ທີ່ບາງກອກ ປະເທດໄທ ວິທຍຸເອເຊັຽເສຣີ ພຍາຍາມທີ່ຈະສຳພາດ ຂໍຄຳຄິດເຫັນ ຈາກຕົວແທນຂອງ ຫລາຍປະເທດ, ແຕ່ບໍ່ມີຜູ້ໃດ ໃຫ້ຄວາມເຫັນ ເຖິງຈະຮູ້ກ່ຽວກັບ ການຫາຍສາບສູນ ຂອງ ທ້າວ ອ໊ອດ ໄຊຍະວົງ ຢູ່ໄທ ເມື່ອສອງອາທິດກ່ອນ.
ນອກຈາກສອງຄົນ ທີ່ໄດ້ກ່າວມານັ້ນ. ສຳລັບເຈົ້າຫນ້າທີ່ທາງການລາວ ແລະຕົວແທນຈາກ ພາກປະຊາສັງຄົມລາວ ກໍບໍ່ໃຫ້ສຳພາດ.
ການຫາຍຕົວໄປ ຂອງທ້າວ ອ໊ອດ ສ້າງຄວາມກັງວົນ ໃຫ້ແກ່ໝູ່ເພື່ອນຂອງລາວ ຜູ້ທີ່ເຮັດວຽກເຄື່ອນໄຫວ ນຳກັນ. ໝູ່ຄົນນຶ່ງຂອງ ທ້າວ ອ໊ອດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ນີ້ວ່າ; ຫລັງຈາກທີ່ ອ໊ອດ ຫາຍຕົວໄປ, ພວກເຮົາກໍກັງວົນນໍາ ຄວາມປອດພັຍ ຂອງຕົນ ແລະ ໄດ້ຍ້າຍທີ່ຢູ່ໃໝ່.
ໃນມື້ວັນທີ 12 ກັນຍາ ນີ້, ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຂອງໄທ ແລະ ເຈົ້າໜ້າທີ່ ປະຈຳດ່ານກວດຄົນເຂົ້າເມືອງຂອງໄທ, ແຕ່ບໍ່ມີຜູ້ໃດ ຮັບສາຍ.