ສລອງ 40 ປີ ທີ່ໄດ້ອໍານາດ ຜູກຂາດ
ທາງການລາວ ຕຣຽມສລອງ ວັນ ຄົບຮອບ ສ້າງຕັ້ງ ສປປ ລາວ ຢ່າງໃຫຍ່ໂຕ ຖ້າມກາງ ບັນຫາ ທີ່ ທ້າທາຍ ຫຼາຍຢ່າງ.
-
ອະວາຣີ
2015-12-01 -
-
-
Your browser doesn’t support HTML5 audio
ການຝຶກຊ້ອມ ການເດີນ ສວນສນາມ ຂອງ ປະຊາຊົນ ລາວ ທີ່ ຕຣຽມ ສເລີມສລອງ ວັນສ້າງຕັ້ງ ສປປລາວ ຄົບຮອບ 40 ປີ ຢ່າງໃຫຍ່ ໂຕ ໃນ ວັນທີ 2 ທັນວາ ທີ່ ນະຄອນຫລວງ ວຽງຈັນ. ຂະບວນເດີນ ສວນສນາມ ປະກອບ ດ້ວຍ ເຈົ້າໜ້າທີ່ ທະຫານ ຕຳຣວດ ແລະ ປະຊາຊົນ ລາວ ກວ່າ 15,000 ຄົນ. ພ້ອມດຽວກັນ ຣັຖບານ ກໍເປີດງານ ສະແດງ ຜົນສຳເຣັດ ຂອງ ການພັທນາ ໃນ ຣະຍະ 40 ປີ ທີ່ຜ່ານມາ ທີ່ ສູນສະແດງ ສິນຄ້າ ນານາຊາດ ຫລື ໄອເທັກ ແລະ ມີແຜນ ຈະຈັດພິທີ ວາງ ສີລາລຶກ ການສ້າງ ທາງ ຣົດໄຟ ລາວ-ຈີນ ໃນ ວັນຊາດ ສປປລາວ ນັ້ນເລີຍ. ບໍ່ເທົ່ານັ້ນ ໃນມື້ ສລອງ ແນ່ນອນ ວ່າ ຜູ້ນຳລາວ ຈະຣາຍງານ ຜົນສຳເຣັດ ເຫລົ່ານັ້ນ ອີກ.
ແຕ່ຂນະ ດຽວກັນ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ກໍປະສົບ ກັບບັນຫາ ທ້າທາຍ ຫຼາຍໆຢ່າງ ເປັນຕົ້ນ ບັນຫາ ການຂາດ ງົບປະມານ ການສໍ້ຣາສ ບັງຫລວງ ທີ່ ນັບມື້ ນັບ ຮ້າຍແຮງ ຂຶ້ນ ການທຳລາຍ ສິ່ງແວດລ້ອມ ບັນຫາ ໄວລຸ້ນ ໜີອອກໄປ ເຮັດວຽກ ຢູ່ໄທ ອັດຕຣາ ການເສັຽ ຊີວິດ ຂອງ ແມ່ຍິງ ແລະ ເດັກນ້ອຍ ຍັງສູງ ເດັກນ້ອຍ ລາວ ອາຍຸ ຕ່ຳກວ່າ 5 ປີ ເກືອບ ເຄິ່ງນຶ່ງ ຂາດ ອາຫານ. ໂຮງຮຽນ ໃນເຂດ ຊົນນະບົດ ຊຸດໂຊມ ບໍ່ມີຝາ ບໍ່ມີອຸປກອນ ການຮຽນ ການສອນ. ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ເວົ້າສອງ ບັນຫານີ້ ຕື່ມວ່າ:
“ທີ່ຂ້ອງຄາ ຢູ່ ປັດຈຸບັນ ນີ້ ກໍເຫັນໄດ້ ນໍ໋ ການ ປະຕິວັດ ຕາມກົດໝາຍ ກໍຍັງ ບໍ່ໄດ້ຢ່າງ ເຕັມສ່ວນ ມີກົດໝາຍ ແຕ່ ບໍ່ໄດ້ ປະຕິບັດ ຢ່າງ ເຕັມສ່ວນ; ບັນຫາ ເສັ້ນທາງ ທີ່ ກໍ່ສ້າງ ມາດົນ ກໍຊຳລຸດ ກໍຍັງບໍ່ມີ ງົບປະມານ ໄປ ສ້ອມແປງ ອັນນີ້ ກໍຍັງເປັນຂໍ້ ບົກຜ່ອງ ມີຄວາມຈິງ ອັນນີ່ນ໋າ.”
ເວົ້າສະເພາະ ບັນຫາ ງົບປະມານ ປີນີ້ ຣັຖບານລາວ ແຮ່ງ ຂາດເຂີນ ເຖິງຂັ້ນ ບໍ່ມີ ເງິນ ທີ່ຈະຈ່າຍ ເງິນເດືອນ ໃຫ້ແກ່ ຄຣູ ແລະ ພະນັກງານ ຂອງຣັດ; ແມ້ແຕ່ ເງິນ ສຳຣັບ ສລອງ ວັນຊາດ ສປປລາວ ອັນໃຫຍ່ ໂຕນີ້ ຣັຖບານ ກໍອາສັຍ ການຊ່ວຍເຫລືອ ຈາກ ວຽດນາມ ແລະ ຈີນ ຊຶ່ງ ບໍ່ເປີດເຜີຍ ວ່າໄດ້ຊ່ວຍ ເງິນ ຫຼາຍເທົ່າໃດ.