ການຫາສຽງຕາມນະໂຍບາຍ ວາງອອກ

ສົມເນ
2016.02.21
F-election ທ່ານ ຈູມມາລີ ໄຊຍະສອນ ກໍາລັງບ່ອນບັດ ເລືອກຕັ້ງ ຢູ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນປີ 2006
RFA

ຜູ້ສມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ຈະອອກ ໂຄສະນາ ຫາສຽງ ໂດຍໃຊ້ ນະໂຍບາຍ ທີ່ ອິງຕາມ ແຜນພັທນາ

ເສຖກິຈ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ສົກປີ 2016-20. ອີງຕາມ ຜູ້ສມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 19 ກຸມພາ ນີ້ວ່າ:

“ມັນກະບໍ່ ນອກເຫນືອ ກັບທິດທາງ ຂອງແຜນ ພັທນາ ເສຖກິຈ-ສັງຄົມ ຂອງ ຣັຖບານ ເຮົານີ້, ກຳນົດ ຢູ່ໃນມະຕິ ກອງປະຊຸມ ໃຫຍ່ ຂອງພັກ ຫວ່າງແລ້ວນີ້. ກໍຕົວນີ້ແຫຼະ ເປັນປັນຫາ ພື້ນຖານ ທີ່ຈະຕ້ອງ ປະຕິບັດ ໄປຕາມ ມະຕິ ອັນນີ້”.

ທ່ານກ່າວ ຕື່ມວ່າ ການອອກ ໂຄສະນາ ຫາສຽງ ຈະຄ້າຍຄືກັບ ການເລືອກຕັ້ງ ທຸກຄັ້ງ ທີ່ຜ່ານມາ ຄືມີການ ແນະນຳຕົວ ຜູ້ສມັກ ປວັດ ຜົລງານ, ອະທິບາຍ ພາລະ ບົດບາດ ຂອງສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ປະກອບກັບ ຣາຍງານ ຜົລງານ ການພັທນາ ເສຖກິຈ-ສັງຄົມ ຂອງ ປະເທດ ແລະ ຂອງແຂວງ ໃນລະຍະ ຜ່ານມາ ໃຫ້ ປະຊາຊົນ ໄດ້ຮັບຮູ້.

ສຳລັບ ການລົງພື້ນທີ່ ຫາສຽງ ເລືອກຕັ້ງ ຄັ້ງນີ້ ທ່ານວ່າ ຈະແບ່ງອອກ ເປັນ 2 ຄນະ ຄື: ຄນະ ຜູ້ສມັກເປັນ ສະມາຊິກ ສະພາ ແຫ່ງຊາດ ຈະອອກ ໂຄສະນາ ທົ່ວ ທຸກເມືອງ ໃນແຂວງ, ສໍາລັບ ຜູ້ສມັກເປັນ ສະມາຊິກ ສະພາ ປະຊາຊົນ ແຂວງ ຈະ ໂຄສະນາ ໃນເຂດເມືອງ ທີ່ ຂະເຈົ້າເປັນ ຕົວແທນ.

ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ປະຊາຊົນ ກ່ຽວກັບ ການເລືອກຕັ້ງ ຄັ້ງນີ້ ວ່າ, ຢາກໃຫ້ ສະມາຊິກ ສະພາ ແກ້ໄຂ ປັນຫາ ດ້ານໃດແດ່ ແລະ ມີຄາດຫວັງ ແນວໃດ? ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໃຫ້ ຄຳເຫັນວ່າ:

“ເຣື້ອງແກ້ໄຂ ຄວາມທຸກຍາກ ນີ້ແຫຼະ ຄວາມຂາດເຂີນ, ມື້ໃດ ຈະພໍກຸ້ມຢູ່ ກຸ້ມກິນ ເສຖກິຈ ພື້ນຖານ ເສຖກິຈ ຄອບຄົວ ນີ້ແຫຼະ ໃຫ້ພໍຢູ່ ພໍກິນ. ບ້ານໃດ ບໍ່ມີຊິ້ນປາ ອາຫານ ກໍໃຫ້ລ້ຽງສັດ ລ້ຽງປາ ລັກສນະນີ້, ໃຫ້ເພິ່ນ ຊຸກຍູ້ ສົ່ງເສີມ”.

ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະພາ ປະຊາຊົນ ແຂວງ ຊຸດທຳອິດ ກຳນົດ ຈັດຂຶ້ນ ໃນວັນທີ 20 ມີນາ 2016. ຜູ້ສມັກ ຈະເຣີ່ມອອກ ໂຄສະນາ ຫາສຽງ ຕັ້ງແຕ່ ວັນທີ 25 ກຸມພາ ຈົນຮອດ ວັນທີ 19 ມີນາ.

ເຖິງຢ່າງໃດ ກໍດີ ຊາວລາວ ທຸກຄົນ ເຂົ້າໃຈວ່າ ທາງພັກ ເພິ່ນ ໄດ້ເລືອກໄວ້ ແລ້ວວ່າ ຈະໃຫ້ຜູ້ ຮັບສມັກ ຄົນໃດ ເປັນ ສະມາຊິກ ສະພາ ແຫ່ງຊາຕ ຫຼື ສະພາ ແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.