ອັງກິດຊ່ອຍກູ້ຣະເບີດ 4 ລ້ານ 5 ແສນໂດລາ
2019.01.17
ບໍຣິສັດເກັບກູ້ຣະເບີດໃນລາວ ໄດ້ຮັບເງິນຊ່ອຍເຫຼືອລ້າ ຈາກຣັຖບານອັງກິດເປັນຈຳນວນເງິນ 4 ລ້ານ 5 ແສນໂດລາ ເພື່ອໃຊ້ໃນວຽກງານ ເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນລາວໃນປີນີ້. ໃນການຊ່ອຍເຫຼືອນັ້ນ, ປະກອບດ້ວຍການເກັບກູ້ຣະເບີດ ທີ່ເມືອງໜອງແຮດ, ເມືອງຄູນ ແລະ ເມືອງຜາໄຊ ແຂວງຊຽງຂວາງ ຮວມທັງການສຳຣວຈພື້ນທີ່ເກັບກູ້ ທີ່ເມືອງບົວລະພາ ແລະ ຍົມມະຣາດ ແຂວງຄຳມ່ວນ.
ກ່ຽວກັບການຊ່ອຍເຫຼືອອົງການເກັບກູ້ຣະເບີດໃນລາວ ຂອງຣັຖບານອັງກິດຄັ້ງນີ້, ເຈົ້າໜ້າທີ່ໂຄງການເກັບກູ້ຣະເບີດ ປະຈຳແຂວງຊຽງຂວາງ ທ່ານນຶ່ງກ່າວວ່າ ການຊ່ອຍເຫຼືອ ໄດ້ເປັນໄປຕາມຄຳສເນີ ຂອງອົງການ MAG.
“ເປັນເປົ້າໝາຍເກົ່າຂອງຂະເຈົ້າເນາະ ທີ່ວ່າອົງການ British ຫຼືວ່າຈາກປະເທສອັງກິດ ໃຫ້ການຊ່ວຍເຫຼືອ. ຜ່ານມາຂະເຈົ້າຊ່ວຍເຫຼືອແຕ່ 2011 ຮອດ 2016 ແລ້ວ, ແຕ່ມາຣະຍະນີ້ຂະເຈົ້າພັດຢຸດ. ແຕ່ວ່າໃນປີນີ້, ຈາກການສເນີຂອງອົງການ MAG ເຫັນວ່າມີ ຄວາມຈຳເປັນ ຈະຕ້ອງໄດ້ສືບຕໍ່ ການເກັບກູ້ ເພາະຣະເບີດຍັງຫຼາຍຢູ່, ຫັ້ນນ່າ. ສນັ້ນ, ໃນປີນີ້ເຂົາຈຶ່ງຊ່ວຍອີກ."
ການຊ່ອຍເຫຼືອຈຳນວນເງິນ 4 ລ້ານ 5 ແສນໂດລາສະຫະຣັຖ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ ໃນວັນທີ 14 ມົກຣານີ້ຈະເລັ່ງໃສ່ ວຽກງານກວດກາ ແລະເກັບກູ້ຣະເບີດ ທີ່ຕົກຄ້າງ ແລະຍັງບໍ່ທັນແຕກໃນຣະຍະເວລາ 13 ເດືອນ, ໂດຍຈະເຣີ້ມ ປະຕິບັດກັນ ແຕ່ເດືອນ ມົກກະຣາ ຫຼື ເດືອນກຸມພາ 2019 ນີ້ ເປັນຕົ້ນໄປ.
ເງິນບໍຣິຈາກດັ່ງກ່າວ ນອກຈາກຈະໃຊ້ໃນການເກັບກູ້ຣະເບີດແລ້ວ ຍັງຈະໃຊ້ໃນການສຳຣວຈພື້ນທີ່ ທີ່ຍັງມີຣະເບີດຕົກຄ້າງ ຢູ່ໃນຫຼາຍບ້ານ ໃນສອງແຂວງ ຈຳນວນ 39 ບ້ານ ແລະ ພື້ນທີ່ສ່ຽງ 195 ແຫ່ງ ໃນຣະຍະຄວາມກວ້າງ ປະມານ 8 ລ້ານ 5 ແສນ ແມັດມົນທົນ.