ສປປ ລາວ ຕຣຽມ ເປັນປະທານວຽນ ອາຊ້ຽນ ທ່າມກາງ ບັນຫາຫຼາຍດ້ານ

ປະເທດລາວ ຖືກສເນີ ໃຫ້ເປັນປະທານວຽນ ອາຊ້ຽນ ໃນປີ 2024 ແລະ ປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງຫາລືກັນ ເພື່ອຕຣຽມຄວາມພ້ອມຫຼາຍດ້ານ ໃນຂະນະທີ່ ບັນຫາຄ່າຊົດເຊີຍທີ່ດິນ, ສິ່ງແວດລ້ອມ ແລະ ສິທທິມະນຸສ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.

ສປປ ລາວ ຕຣຽມເປັນ ປະທານວຽນ ກອງປະຊຸມສຸດຍອດ ອາຊ້ຽນ RFA

ປະ​ເທດ​ລາວ ຖືກ​ສ​ເນີ ເປັນ​ປະ​ທານ ​ວ​ຽນ​ອາ​ຊ້ຽນ ໃນ​ປີ 2024 ແລະ ປັດຈຸ​ບັນ ພາກ​ສ່ວນ​ກ່ຽວ​ຂ້ອງ​ ກຳ​ລັງ​ຫາ​ລືກັນ ເພື່ອ​ຕ​ຣຽມ​ຄວາມ​ພ້ອມຫຼາຍ​ດ້ານ. ໃນ​ວັນ​ທີ 15 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຣັ​ຖ​ມົນ ​ຕ​ຣີ​ກະ​ຊວງ ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ປະ​ທານ ກອງ​ປະ​ຊຸມປຶກ​ສາ​ຫາ​ລື ເພື່ອ​ຕ​ຣຽມ​ຄວາມ​ພ້ອມ ແລະ ດຳ​ເນີນ​ການ​ເປັນ​ປະ​ທານ​ອາ​ຊ້ຽນ ໃນ​ປີ 2024 ໂດຍ ມີ​ການມອບ​ໝາຍ​ໃຫ້ 13 ອະ​ນຸ​ກັມ​ມະການ ​ລະ​ດົມ​ຄວາມ​ຄິດ “​ຄຳ​ຂວັນ”, ກາໝາຍ ແລະ ບູ​ລິ​ມະ​ສິທ​ຂອງ ​ການ​ເປັນ​ປະ​ທານ​ອາ​ຊ້ຽນ ແລະ ສະ​ຖານ​ທີ່​ພັກ​ສຳ​ລັ​ບ​ຄະ​ນະ​ຜູ້​ແທນ ​ທີ່​ຈະ​ມາ​ພັກ​ເຊົາໃນ​ເວ​ລາ​ມາ​ຮ່ວມກອງ​ປະ​ຊຸມ ແລະ ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ.

ເຈົ້າ​ໜ້າ​ທີ່ ປະ​ຈຳ​ກົມ​ອາ​ຊ້ຽນ ກະ​ຊວງ​ການ​ຕ່າງ​ປະ​ເທດ ຜູ້​ທີ່​ຂໍ​ສງວນ​ຊື່ ແລະ ສຽງ ໄດ້​ກ່າວ​ວ່າ:  

ປັດຈຸບັນ ທາງຄະນະເຈົ້າໜ້າທີ່ຂອງກົມອາຊ້ຽນ ແລະ ພາກສ່ວນກ່ຽວຂ້ອງ ກຳລັງມີການກະຣຽມ ປຶກສາຫາລື ກັນຢູ່ ກ່ຽວກັບວຽກງານກະຣຽມ ໃນດ້ານຕ່າງໆ. ຄັນວ່າ ມີຄວາມພ້ອມແນວໃດ ກໍຈະມີການ    ແລງຂ່າວ ໃຫ້ສື່ມວນຊົນ ຮັບຊາຍອີກເທື່ອນຶ່ງ ແລະ ຍັງບໍ່ສາມາດໃຫ້ຣາຍລະອຽດ ຫຼາຍໄປກວ່ານີ້ໄດ້.”

ຫຼັງ​ຈາກ​ທີ່​ຊາວ​ລາວ​ຮູ້​ວ່າ ປະ​ເທດ​ລາວ ຈະ​ເປັນ​ປະ​ທານ​ວຽນ​ອາ​ຊ້ຽນ ໃນ​ປີ 2024, ບາງກ​ຄົນ​ກໍ​ຢາກ​ໃຫ້​ແກ້​ໄຂ​ບັນ​ຫາ​ຕ່າງໆ ໃຫ້​ຄົນ​ລາວ​ກ່ອນ. ຊາວ​ບ້ານ ນາງ ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

ກະຢາກໃຫ້ໃຫ້ສິດຜົໂຍດ ຄົນລາວຫຼາຍກວ່າຄົນຕ່າງປະເທດເນາະ ກະອຳນວຍຄວາມສະດວກໃຫ້ເທົ່າທີ່ວ່າຈຳເປັນ ວ່າຊັ້ນສາ ຫຼັກໆກະຄື ຢາກໃຫ້ເຫັນປະຊາຊົນເປັນອັບ 1 ກ່ອນ. ມື້ນີ້ ປະເທດຊາດລາວ ແຕ່ວ່າຄົນລາວ ໜ້ອຍກວ່າປະເທດອື່ນ.”

ໃນ​ຂະ​ນະ​ທີ່​ຊາວ​ບ້ານ ​ທີ່​ໄດ້​ຮັບຜົ​ລ​ກະ​ທົບ​ ຈາກ​ໂຄງ​ການ​ຕ່າງໆ ກໍ​ຍັງ​ບບໍ່​ໄດ້​ຮັບ​ຄ່າ​ຊົ​ດ​ເຊີຍ ແລະ ຊາວ​ບ້ານ​ກໍ​ຢາກ​ໃຫ້​ ທາງ​ການ​ລາວ ເລັ່ງ​ແກ້​ໄຂ​ບັນ​ຫາ​ທີ່​ຄ້າງ​ຄາ ແລະ ຊຸກ​ຢູ່​ໃຫ້​ມີ​ການຊົດ​ເຊີຍ​ແກ່​ຊາວ​ບ້ານ ໃຫ​ສຳ​ເຣັດ​ຮຽບ​ຮ້ອຍ ກ່ອນ​ທີ່ລາວ​ຈະ​ເປັນ​ປະ​ທານ​ວຽນ​ອາ​ຊ້ຽນ ໃນ​ປີ 2024 ເພື່ອ​ຄວາມ​ເໝາະ​ສົມໃນ​ຖາ​ນະ​ ປະ​ທາ​ນ​ອາ​ຊ້ຽນ.

ຊາວ​ບ້ານ ນາງ​ນຶ່ງ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາ​ວ-ຈີນ ແລະ ເຂດ​ໂລ​ຈິ​ສ​ຕິກ ພ​າກ ໄດ້​ກ່າວ​ວ່າ:

ກະຢາກໃຫ້ເພິ່ນແກ້ໄຂບັນຫານີ້ແຫຼະ ຄວາມທຸກຍາກຂອງປະຊາຊົນ ທີ່ໄດ້ຖືກຜົກະທົບທີ່ເສັຽດິນ-ເສັຽດອນໄປນີ້ແຫຼະ. ແກ້ໄຂບັນຫາໃຫ້ມັນແລ້ວ ມັນທົ່ວ ກະຊິບໍ່ເໝາະສົມຫັ້ນແຫຼະ ເພາະວ່າ ແກ້ໄຂບັນຫາໃຫ້ປະຊາຊົນອັນນີ້ ກະຍັງບໍ່ໄດ້ເນາະ. ໄປມາໝົດທຸກຢ່າງແລ້ວ ເພິນກະຍັງບໍ່ໃຫ້ຄຳຕອບ.”

ນັກ​ສິທ​ທິ​ມະ​ນຸ​ສ ກໍ​ຍັງ​ສະ​ແດງ​ຄວາມ​ກັງ​ວົນ ກັບ​ເຣື່ອງ​ບັນ​ຫາ ສິທ​ທິ​ມະ​ນຸສ ທີ່​ເກີດ​ຂຶ້ນໃນ​ລາວ ແລະ ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ໃນ​ຂະ​ນະ​ທີ່ ລາວ​ຈະ​ເປັນ​ປະ​ທານ​ວຽນ​ອາ​ຊ້ຽນ. ທ່ານ Phil Robertson ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ​ສິ້ງ​ຊອມ​ດ້ານ​ສິທທິ​ມະ​ນຸ​ສ ຫຼື Human Rights Watch ປະ​ຈຳ​ເຂດ​ເອ​ເຊັຽ ໄດ້ກ່າວ​ວ່າ:

ເປັນບັນຫາຂອງລາວຢູ່ລອດ ກ່ຽວກັບເຣື່ອງການລະເມີດສິທທິມະນຸ ເປັນຕົ້ນບັນຫາເຣື່ອງທີ່ດິນ ເຊິ່ງນາຍທຶນມັກຈະຮ້ອງຂໍ ໃຫ້ເຈົ້າໜ້າທີ່ໄປຍຶດເອົາທີ່ດິນ ຂອງຊາວບ້ານ. ຫຼື ແມ່ນວ່າ ຈະເປັນການຈຳກັດບໍ່ໃຫ້ປະຊາຊົນ ມີການປາກເວົ້າ ໃນການສະແດງຄວາມຄິດເຫັນ ຕໍ່ພັກ-ຣັ ແລະ ກໍມີການຫາຍສາບສູນຫຼາຍກໍລະນີ ໃນລາວ ທີ່ຍັງບໍ່ທັນແກ້ໄຂ ເປັນຕົ້ນ ກໍລະນີ ທ່ານ ສົມບັດ ສົມພອນ ເຊິ່ງຍັງບໍ່ທັນມີຄຳຕອບເທື່ອວ່າ ທ່ານ ໄດ້ຫາຍໄປໃສ.”

ນອກ​ຈ​າກນີ້ ຍັງ​ມີ​ເຣື່ອງ​ບັນ​ຫາ​ຜົ​ລ​ກະ​ທົບຂ້າມ​ຊາຍ​ແດນ ຢູ່​ແມ່​ນ້ຳ​ຂອງ ອັນ​ເກີດ​ມາ​ຈາກ​ການ​ສ້າງ​ເຂື່ອນ ເຊິ່ງ​ບັນ​ຫານີ້ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ.

ຜູ້​ຕ່າງ​ໜ້າ ກຸ່ມ​ຮັກ​ຊຽງ​ຂອງ ແຂວງ ຊຽງ​ຮາຍ​ປະ​ເທດ​ໄທ​ຍ ໄດ້​ກ່າວ​ວ່າ:

ການຄັດເລືອກ ໃຫ້ລາວເປັນປະທານອາຊ້ຽນ ສິ່ງທີ່ລາວຈະຕ້ອງເປັນຫ່ວງໃຫ້ຫຼາຍທີ່ສຸດ ຄືເຣື່ອງຄຸນະພາບຊີວິຕຂອງປະຊາຊົນ ຍ້ອນທີ່ຜ່ານມາ ຂ້ອນຂ້າງທີ່ຈະໄດ້ຮັບການເບິ່ງແຍງໜ້ອຍ ແລະ ເຣື່ອງແມ່ນ້ຳຂອງ ຈະຕ້ອງມີຄວາຊັດເຈນ ບໍ່ວ່າ ລາວຈະຕ້ອງການຜົໂຍ ຈາກການລິຕກະແສໄຟຟ້າ ຫຼາຍສ່ຳໃດ ກໍຕາມ ແຕ່ຈະຕ້ອງບໍ່ສົ່ງຜົກະທົບ ກັບປະເທດເພື່ອນບ້ານ.”

ປະ​ເທ​ດ​ລາວ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊ້ຽນ ໃນ​ປີ 1997 ແລະ ໄດ້​ຮັບ​ກຽດ​ເປັນ​ປະ​ທານ​ວຽນ ​ອາ​ຊ້ຽນ​ແລ້ວ 2 ຄັ້ງ:

  • ຄັ້ງ​ທຳ​ອິດ ໃນ​ປີ 2004
  • ຄັ້ງ​ທີ 2 ໃນ​ປີ 2016 ເຊິ່ງ ໃນເວ​ລານັ້ນ ທ່ານ ບາ​ຣັກ ໂອ​ບາ​ມ້າ ອະດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ກໍ​ໄດ້ເຂົ້າ​ຮ່ວມກອງ​ປະຊຸມ ສຸດຍອດຜູ້ນຳອາຊ້ຽນ.

ສຳ​ລັບ​ການ​ເປັນ​ປະ​ທານ​ວຽນ ​ອາ​ຊ້ຽນ ຄັ້ງ​ທີ 3 ຂອງ​ປະ​ເທດ​ລາວ ຈະ​ເຣີ່ມ​ແຕ່​ວັນ​ທີ 1 ມົກ​ກະ​ຣາ ຫາ ວັນ​ທີ 31 ທັນ​ວາ ປີ 2024 ແລະ​ ໃນ​ລະ​ຫວ່າງ​ນັ້ນ ປະ​ເທດ​ລາວ ກໍ​ຈະ​ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ ສຸດຍອດ​ຜູ້​ນຳ​ອາ​ຊ້ຽນ ນຳ​ອີກ​ດ້ວຍ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org