ລາວ-ໄທຮ່ວມປາບກຸ່ມຄ້າຢາ ເສພຕິດ


2015.09.23
F-Yaba ຢາບ້າ ທີ່ ທາງການ ຂອງ ທຸກປະເທດໃນໂລກ ຕິດຕາມ ຍຶດ ປາບປາມ ທໍາລາຍ
Courtesy of daily.sun

ທ່ານ ເພີ່ມພົງ ເຊົາວະລິດ ເລຂາທິການ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສພຕິດ ຂອງໄທ ໃຫ້ ສຳພາດ ຕໍ່ ວິທຍຸ ເອເຊັຽ ເສຣີ ຫລັງຈາກ ທີ່ ທ່ານ ໄດ້ຮ່ວມ ຄນະ ຂອງ ພົນເອກ ໄພບູນ ຄຸ້ມສາຍາ ຣັຖມົນຕຣີ ກະຊວງ ຍຸຕິທັມ ຂອງໄທ, ທີ່ ໄດ້ເດີນ ທາງ ໄປ ສປປລາວ, ເພື່ອຫາລື ກ່ຽວກັບ ບັນຫາ ຢາເສບຕິດ, ກັບ ທ່ານ ອາຊາງ ລາວລີ ຮອງ ນາຍົກ ຣັຖມົນຕຣີ ລາວ, ທ່ານ ກຸ ຈັນສີນາ ປະທານ ຄນະ ກັມມາທິການ ກວດກາ ແລະ ປາບປາມ ຢາເສບຕິດ ແຫ່ງຊາດ ແລະ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີ ກະຊວງ ຍຸຕິທັມ ຂອງລາວ ໃນ ອາທິດ ທີ່ ຜ່ານມາ ວ່າ, ທັງສອງ ປະເທດ ເຫັນພ້ອມ ຈະສົ່ງເສີມ ຄວາມ ຮ່ວມມື ກັນ ໃຫ້ ຫຼາຍຂຶ້ນ. ໂດຍສະເພາະ ໃນການ ແລກປ່ຽນ ວິຊາການ ດ້ານ ກົດໝາຍ ແລະ ປາບປາມ ກຸ່ມ ຄ້າ ຢາເສບຕິດ. ດັ່ງ ທ່ານ ກ່າວວ່າ:

"ທາງລາວ ຢາກໃຫ້ ນັກ ກົດຫມາຍ ໄທ ທີ່ ຈົບດ້ານ ກົດຫມາຍ ມະຫາຊົນ ມາເວົ້າສູ່ ນັກ ກົດຫມາຍ ລາວ, ທີ່ຈີງແລ້ວ ທ່ານ ໄພບູນ ໄດ້ ໄປພູດຄຸຍ ກັບ ຮອງ ນາຍົກ ທ່ານ ອາຊາງ ລາວລີ ທ່ານ ມອງວ່າ ມີຄົນ ບໍ່ດີ ຈຳນວນ ນຶ່ງ ບໍ່ວ່າ ຈະເປັນຄົນ ໄທ ຫລື ຄົນລາວ  ທີ່ ເອົາ ຢາເສບຕິດ ຂ້າມໄປ ຂ້າມມາ ໃຫ້ທາງ ຜູ້ເສບ ຊຶ່ງ ທ່ານ ມອງວ່າ ຄົນບໍ່ດີ ບໍ່ວ່າຈະ ຢູ່ບ່ອນໃດ ກໍຄວນ ຖືກ ປາບປາມ".

ນອກຈາກ ນັ້ນ ທ່ານ ຍັງ ເວົ້າອີກວ່າ ລາວແລະໄທ ກຳລັງ ພິຈາຣະນາ ເຣື້ອງ ການບັງຄັບ ໃຊ້ ກົດມາຍ ໃຫ້ ສອດຄ່ອງ ກັນ ທ່ານກ່າວ ຕື່ມວ່າ:

"ເຮົາກຳລັງ ຫາລື ເຣື້ອງ ຍຶດຊັບ ກົດຫມາຍ ຍັງມີຄວາມ ແຕກຕ່າງ ກັນ ເຫັນວ່າ ທາງລາວ ມີຄວາມ ກ້າວຫນ້າ ຫລາຍ ໃນເຣື້ອງ ຂອງ ອະນຸ ຕຸລາການ ການ ພິພາດ ແຮງງານ ການໃຊ້ ກົດຫມາຍ ສະມານະສັນ ແຮງງານ. ຂນະທີ່ ທາງການ ລາວ ເຫັນວ່າ ໄທ ມີຄວາມ ກ້າວຫນ້າ ຫລາຍຢ່າງ ໂດຍສະເພາະ ກົດມຫມາຍ ມະຫາຊົນ ບາດນີ້ ຈະໃຫ້ ທາງລາວ ສົ່ງຄົນມາ ປະເທດໄທ ມັນກະໄດ້ ຂ້ອນຂ້າງ ນ້ອຍ ຣັຖມົນຕຮີ ຍຸຕິທັມ ລາວ ກະເລີຍ ສເນີ ວ່າ ໃຫ້ໄທ ສົ່ງ ນັກ ກົດຫມາຍ ມາລາວ ແລ້ວເພີ່ນ ກະຊີ່ເຊີນ ນັກ ກົດຫມາຍ ລາວ ເປັນ 100-200 ຄົນ ມາຟັງ ມັນຈະໄດ້ ຫລາຍກວ່າ ກະເປັນ ຄວາມຮ່ວມມື ທີ່ດີ ຫລື ອາດຈະ ເປັນການ ພັທນາ ເຊັນ MOU ທັງສອງ ຝ່າຍ ຂຶ້ນມາ".

ທ່ານ ເຊົາວະລິດ ກ່າວ ເພີ້ມວ່າ ການທີ່ ຣັຖມົນຕຣີ ຍຸຕິທັມ ໄທ ພ້ອມຄນະ ໄປຢ້ຽມຢາມ ລາວ ເທື່ອນີ້ ນອກຈາກ ຫາລືກັນ ໃນການ ແກ້ໄຂ ບັນຫາ ຢາເສບຕິດ ແລ້ວ ຍັງໄດ້ ຫາລື ກ່ຽວກັບ ບັນຫາ ການ ຄ້າມະນຸດ ນຳອີກ ຊຶ່ງ ທັງສອງ ປະເທດ ຈະຮ່ວມມື ກັນ ເພີ້ມຕື່ມ ໃນບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.