ຊາວບ້ານຢຶບອີກ 1 ຄົນ ໄດ້ອອກຄຸກ

ທາງການ ແຂວງເຊກອງ ໄດ້ປ່ອຍຕົວ ຊາວບ້ານຢຶບ ຜູ້ທີ່ຖືກຈັບ ຍ້ອນ ຂໍ້ຂັດແຍ່ງ ທີ່ດິນ ອີກ 1 ຄົນ.

ທ້າວສຸວັນ ຜູ້ກໍາລັງດູດບັ້ງໄມ້ໄຜ່ ທີ່ຍັງຖືກຂັງຄຸກແຍກ ຈາກຊາວບ້ານຜູ້ອື່ນ ແລະເປັນອ້າຍຂອງ ທ້າວພອນສະໄຫວ ຜູ້ທີ່ຖືກປ່ອຍ ຈາກຄຸກຄັ້ງນີ້ RFA/OK

ໃນກໍຣະນີຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ທີ່ຖືກຈັບຂັງຄຸກ ຍ້ອນຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາຂອງວຽດນາມ ແຕ່ປີ 2017 ຜ່ານມາ ຕໍ່ມາມີຜູ້ເສັຽຊີວິດຢູ່ໃນຄຸກ 1 ຄົນ, ຖືກປ່ອຍຕົວອອກມາ 3 ຄົນ, ແລະເຫລືອຢູ່ໃນຄຸກ 10 ຄົນ. ຫລ້າສຸດເຈົ້າໜ້າທີ່ ທາງການແຂວງເຊກອງ ກໍໄດ້ປ່ອຍຕົວຊາວບ້ານອີກ 1 ຄົນ ຊື່ວ່າ ທ້າວພອນສະໄຫວ ແລະປັດຈຸບັນເຫລືອຊາວບ້ານ 9 ຄົນ ທີ່ຍັງຖືກຂັງ ຄຸກຢູ່. ຊາວບ້ານທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກ ຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມົກກະຣາ ວ່າ:

"ທ້າວພອນສະໄຫວ ໄດ້ຖືກປ່ອຍຕົວອອກມາເປັນທີ່ຮຽບຮ້ອຍແລ້ວ ຊຶ່ງລາວໄດ້ຖືກປ່ອຍຕົວໃນວັນທີ 6 ມົກກະຣາ ທີ່ຜ່ານມາ."

ຊາວບ້ານທ່ານນີ້ ໄດ້ກ່າວອີກວ່າ:

"ສ່ວນວ່າ ທ້າວສຸວັນ ທີ່ເປັນອີກຜູ້ນຶ່ງໃນຈຳນວນຊາວບ້ານ ທີ່ຖືກຈັບຂັງຄຸກນັ້ນ ຖືກແຍກຂັງຢູ່ຄົນດຽວ ແລະປັດຈຸບັນ ລາວກໍມີບັນຫາ ເລື້ອງສຸຂພາບ, ມີອາການ ບວມ-ໄຄ່ ຕາມຕົນໂຕ."

ອົງການຈັດຕັ້ງດ້ານສິດທິມະນຸດ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບ ການຈັບກຸມຊາວບ້ານຈຳນວນດັ່ງກ່າວ. ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວເພື່ອສິດທິມະນຸດ ທີ່ມີຫ້ອງການຢູ່ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ການຈັບຊາວບ້ານຢຶບ 14 ຄົນ ຢູ່ແຂວງເຊກອງ ລວມມີເຍົາວະຊົນ 2 ຄົນ ເປັນການລະເມີດສິດທິທາງດ້ານທີ່ດິນ, ກະທົບຕໍ່ຈິດໃຈ ແຕ່ມັນເປັນຕົວຢ່າງຂອງການຈັບກຸມ ແລະການໃຊ້ອຳນາດເກີນຂອບເຂດ ໃນປະເທດລາວ ທີ່ປະຊາຊົນຫຼາຍຄົນ ໄດ້ກາຍເປັນເຫຍື່ອ ຂອງນັກລົງທຶນ. ເປັນເລື້ອງທີ່ເສົ້າໃຈຫລາຍ ແລະ ບໍ່ຄວນຈະຖືກລືມ ວ່າຊາວບ້ານ 1 ຄົນ ໃນຈຳນວນນັ້ນ ເສັຽຊີວິດຢູ່ໃນຄຸກ. ຊາວບ້ານບໍ່ຄວນຈະຖືກຈັບ, ແລະເຂົາເຈົ້າຢູ່ໃນປະເທດ ປົກຄອງດ້ວຍລະບຽບ ກົດໝາຍບໍ່, ຂ້າພະເຈົ້າ ກໍໄດ້ແຕ່ຫວັງວ່າ ຜູ້ທີ່ຫາກໍ່ຖືກ ປ່ອຍຕົວ ອອກມາໃນເດືອນ ມົກກະຣາ 2019 ນັ້ນຈະບໍ່ຖືກບັງຄັບໃຫ້ເຊັນ ຍອມຮັບຜິດ."

ຍານາງ ກ່າວຕື່ມອີກວ່າ:

"ອີກບໍ່ພໍເທົ່າໃດເດືອນ ກ່ອນທີ່ຈະມີກອງປະຊຸມດ້ານສິດທິມະນຸດ ລະຫວ່າງ ສະຫະພາບຢູໂຣບ ແລະ ສປປລາວ ປີ 2019, ຣັຖບານ ລາວ ຈະຕ້ອງສະແດງໃຫ້ເຫັນ ເປັນຮູປທັມໃນດ້ານສິດທິມະນຸດ ແລະປ່ອຍຕົວປະຊາຊົນ ທີ່ຖືກຈັບກຸມເລື້ອງບັນຫາ ທີ່ດິນ, ເລື້ອງ ເສຣີພາບ ການສະແດງຄວາມຄິດເຫັນ, ເສຣີພາບການໂຮມຊຸມນຸມ ແລະ ການເຊື່ອຖືສາສນາ ໂດຍບໍ່ມີເງື່ອນໄຂ."

ນອກຈາກນີ້, ທ່ານ Andrea Giorgetta  ຫົວໜ້າອົງການສະຫະພັນ ສິດທິມະນຸດສາກົນ ຫລື International Federation for Human Rights ໄດ້ກ່າວຕໍ່ເອເຊັຍເສຣີ ຕອນນຶ່ງວ່າ:

"ການກັກຂັງຊາວບ້ານທັງໝົດ ເປັນການຕັດສິນທີ່ບໍ່ຍຸຕິທັມ ແລະຜິດກົດໝາຍ. ມັນເປັນການຕັດສິນ ທີ່ບໍ່ຍຸຕິທັມ ຍ້ອນວ່າ ຊາວບ້ານ ບໍ່ໄດ້ລະເມີດກົດໝາຍ."

ທ່ານ Andrea Giorgetta  ກ່າວຕື່ມອີກວ່າ:

"ຕາມທີ່ຂ້າພະເຈົ້າເຂົ້າໃຈ ຍັງບໍ່ມີຊາວບ້ານຄົນໃດ ຖືກດຳເນີນຄະດີຕາມ ຂະບວນການກົດໝາຍ, ແຕ່ວ່າ ພວກເຈົ້າກໍຖືກຈັບຂັງຄຸກ ກາຍ 6 ເດືອນ ໄປແລ້ວ ຊຶ່ງຂັດຕໍ່ຂະບວນການກົດໝາຍ."

ກ່ຽວກັບຄວາມຄືບໜ້າເພີ້ມເຕີມ ໃນວັນທີ 17 ມົກກະຣາ ເອເຊັຽເສຣີ ໄດ້ໂທຣະສັບຫາ ທ່ານ ສໍລະເສີມສັກ ຜ່ອງສານຸວົງ ຮອງຫົວໜ້າ ອົງການ ອັຍການແຂວງເຊກອງ ແຕ່ທ່ານບໍ່ສະດວກ ທີ່ຈະໃຫ້ຄຳເຫັນໃນເລື້ອງນີ້.

ເຖິງຢ່າງໃດກໍຕາມ ທີ່ຜ່ານມາ, ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດ ໄດ້ຊີ້ແຈງຕໍ່ ຄນະກັມມະການ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ໃນ ເດືອນກໍຣະກະດາ ປີ 2018 ຢູ່ນະຄອນເຈນີວາ ປະເທດ ສະວິດເຊິແລັນ ໄດ້ກ່າວກ່ຽວກັບການຈັບກຸມ ຊາວບ້ານຢຶບ ຕອນນຶ່ງວ່າ:

"ຂ້າພະເຈົ້າຄິດວ່າ ອັນນີ້ ບໍ່ແມ່ນການປົກປ້ອງທີ່ດິນ ແຕ່ມັນເປັນພຽງກຸ່ມຄົນຈຳນວນໜ້ອຍ ທີ່ມີເຈດຕະນາຂັດຂວາງ ການພັທນາ ປະເທດ, ປະມານ 100 ຄອບຄອບ ຍອມຮັບເອົາຄ່າຊົດເຊີຍ ແຕ່ມີຈຳນວນນຶ່ງເທົ່ານັ້ນ ບໍ່ຍອມຮັບເອົາຄ່າຊົດເຊີຍ."

ອັນນັ້ນເປັນຄຳຢືນຢັນຂອງທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະກົດໝາຍ, ກະຊວງການຕ່າງປະເທດ.

***********************************************************************************************************************************

ຂໍ້ມູນອັບເດດຫລ້າສຸດ ໃນວັນທີ 16 ມົກກະຣາ ມີຊາວບ້ານຖືກຈັບທັງໝົດ 15 ຄົນ ເສັຽຊີວິດ 1 ຄົນ, ຖືກປ່ອຍຕົວ 4 ຄົນ ແລະ ຍັງເຫລືອຊາວບ້ານ 10 ຄົນ ທີ່ຍັງຕິດຄຸກຢູ່ ທີ່ມີຣາຍຊື່ດັ່ງນີ້:

1. ທ.ສົມສະຫວັນ (ເສັຍຊີວິດໃນຄຸກ)

2. ທ.ວິຫານ (ຖືກປ່ອຍຕົວ)

3. ທ.ນາກ ອາຍຸບໍ່ເຖິງ 18 ປີ (ຖືກປ່ອຍຕົວ)

4. ນ.ນີ ອາຍຸບໍ່ເຖິງ 18 ປີ (ຖືກປ່ອຍຕົວ)

5. ທ.ພອນສະໄຫວ (ຖືກປ່ອຍຕົວ)

6. ທ.ສຸວັນ (ຍັງຢູ່ໃນຄຸກ)

7. ທ.ບຸນແທ່ນ (ຢູ່ໃນຄຸກ)

8. ທ.ໂປະ (ຢູ່ໃນຄຸກ)

9. ທ.ໄນ (ຢູ່ໃນຄຸກ)

10. ທ.ສົນ (ຢູ່ໃນຄຸກ)

11. ທ.ບຸນສົດ (ຢູ່ໃນຄຸກ)

12. ທ.ວິຄຳ (ຢູ່ໃນຄຸກ)

13. ທ.ບຸນແລງ (ຢູ່ໃນຄຸກ)

14. ທ.ບຸນປົກ (ຍັງຢູ່ໃນຄຸກ)

15. ທ.ບຸນເຕັ້ຍ (ຍັງຢູ່ໃນຄຸກ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org