ຣາຍງານສະບັບທີ 3 ເຣື້ອງ ທ.ສົມບັດ


2013.06.10
F-phengsavanh ພັນຕໍາຣວດ ເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າ ກົມໃຫຍ່ ປກສ ຣາຍງານ ການສືບສວນ ຊອກຫາ ທ່ານສົມບັດ ສົມພອນ ຄັ້ງທີ 3
LPDR

 

ທາງການລາວ ຮ່ວມກັບ ເຈົ້າຫນ້າທີ່ ທ້ອງຖີ່ນ ແລະ ສາກົນ ໄດ້ອອກ ບົດຣາຍງານ ສະບັບທີ 3 ໃນເຣື້ອງ ການສືບສວນ ຊອກຫາ ທ່ານ ສົມບັດ ສົມພອນ.

ໃນວັນທີ 8 ມິຖຸນາ 2013 ກະຊວງ ຕ່າງປະເທດ ສປປລາວໄດ້ອອກ ບົດແຈ້ງ ຜົລ ການສືບສວນ ຄັ້ງທີ 3 ຂອງ ເຈົ້າຫນ້າທີ່ ຕຳຣວດ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ທີ່ຖືກລັກພາ ໂຕໄປ ເມຶ່ອທ້າຍປີ 2012. ບົດແຈ້ງການ ສະບັບນີ້ ຣະບຸວ່າ ທາງ ເຈົ້າຫນ້າທີ່ ຕຳຣວດ ໄດ້ລົງໄປ ປະສານສົມທົບ ກັບ ອຳນາດ ການປົກຄອງ ທີ່ ເມືອງ ສີໂຄດຕະບອງ ແລະ ເມືອງ ໄຊທານີ ເພື່ອສອບຖາມ ຂໍ້ມູນ ຕ່າງໆ ທີ່ເຊຶ່ອມໂຍງ ໄປຫາ ຜູ້ກ່ຽວ ຮ່ວມດ້ວຍ ການສືບສວນ ຫາຂໍ້ມູນ ຕາມບ່ອນຕ່າງໆ ທີ່ສົງສັຍ ແລະ ໄດ້ຮັບສັ່ງ ໃຫ້ ເຈົ້າຫນ້າທີ່ ຕຳຣວດ ໃນ ທົ່ວປະເທດ ຊອກຫາ ຂໍ້ມູນ.

ນອກຈາກນັ້ນ ທາງການ ຕຳຣວດລາວ ກໍໄດ້ສົ່ງ ເຣື້ອງນີ້ ໄປຍັງ ຕຳຣວດ ສາກົນ ໃຫ້ທຳການ ສືບສວນ ຊ່ອຍ ໂດຍການສົ່ງ ເຣື້ອງນີ້ໄປໃຫ້ ສື່ມວນຊົນ ແລະ ລົງໃນ ເຄືອຂ່າຍ ອິນເຕີແນັດ ໃນທົ່ວໂລກ ໃນນັ້ນ ກໍມີ ຕຳຣວດສາກົນ ຍີ່ປຸ່ນ ອິນເດັຽ ຝຣັ່ງເສດ ເກົາຫລີໃຕ້. ກຸ່ມຕຳຣວດ ສາກົນ ບອກວ່າ ໃນມື້ວັນທີ 9 ເດືອນ ພຶສຈິກາ ປີ 2012 ທ່ານສົມບັດ ສົມພອນ ໄດ້ເດີນທາງອອກ ຈາກ ເກົາຫລີໃຕ້ ມາໄທ ແລະ ຕຳຣວດ ສາກົນ ອະເມຣິກາ ແຈ້ງວ່າ ໄດ້ບັນທຶກ ຂໍ້ມູນ ຂອງ ທ່ານສົມບັດ ລົງໃນບັນຊີ ການຕິດຕາມ ການເຂົ້າ-ອອກເມືອງ.

ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງ ກະຊວງ ຕ່າງ ປະເທດລາວ ແຕ່ບໍ່ມີ ເຈົ້າຫນ້າທີ່ ຄົນໃດ ອອກມາໃຫ້ ຄວາມກະຈ່າງແຈ້ງ ກ່ຽວກັບ ເຣື້ອງນີ້ ຈື່ງຖາມ ໄປຍັງອົງການທີ່  ບໍ່ຂື້ນກັບ ຣັຖບານ ໃນໄທ ຈື່ງມີ ເຈົ້າຫນ້າທີ່ ນາງນື່ງໃຫ້ ຄວາມ ເຫັນວ່າ:

"ເຮົາກໍລໍຢູ່ ຢາກໄດ້ ຄວາມ ຄືບຫນ້າໃຫມ່ ທີ່ເປັນເບາະແສ ຂໍ້ຮຽກຮ້ອງ ກໍຍັງ ຮຽກຮ້ອງ ກັນຢູ່ ເຮົາລໍຄວາມ ຄືບຫນ້າ ເຮົາກໍຍັງ ບໍ່ເຫັນວ່າ ມີຄວາມ ຄືບຫນ້າ ສາມາດ ເວົ້າໄດ້ ແຕ່ທໍ່ນີ້".

ນາງວ່າ ຂໍ້ມູນ ທີ່ທາງການລາວ ແຈ້ງວ່າ ທ່ານ ສົມບັດ ໄດ້ເດີນທາງ ໄປເກົາຫລີໃຕ້ ແລ້ວມາ ໄທ ນັ້ນ ກໍເປັນ ຂໍ້ມູນເກົ່າ ຂອງ ປີຜ່ານມາ ໃຜກໍຮູ້ ຢູ່ແລ້ວ ແລະ ບົດແຈ້ງ ຜົລການ ສືບສວນກໍ ເປັນແບບເກົ່າ ຄືກັບ ສະບັບທີນື່ງ ແລະ ທີສອງ ບໍ່ມີຄວາມ ຄືບຫນ້າເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.