ການສຶກສາໃນຊົນນະບົດ ຢູ່ ສປປ ລາວ
2019.02.05
ປັດຈຸບັນການສຶກສາ ຢູ່ໃນປະເທດລາວ, ຍັງມີຄວາມແຕກໂຕນກັນຫຼາຍລະຫວ່າງ ໃນເມືອງກັບຊົນນະບົດ, ອັນມີຜົລສະທ້ອນຕໍ່ການພັທນາ ຄຸນນະພາບການສຶກສາໃຫ້ໄດ້ມາຕຖານສາກົລ, ດັ່ງເຈົ້າໜ້າທີ່ແຂວງຜົ້ງສາລີ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີເມື່ອວັນທີ 4 ກຸມພາ ວ່າ:
"ໃນເມືອງ, ກໍຄຸນນະພາບຢູ່, ແຕ່ຫ່າງໄກສອກຫຼີກມັນບໍ່ໄດ້, ເດັກນ້ອຍການເຂົ້າຮຽນ, ການເຂົ້າຮຽນບໍ່ປົກກະຕິ, ບັນຫາມັນ ກໍຢູ່ທີ່ພໍ່ແມ່ ຂະເຈົ້າເນາະ, ອີງໃສ່ການພັທນາເສຖກິດສັງຄົມເນາະ, ແກ່ຍາວກໍວ່າໄດ້ຢູ່, ດຽວນີ້ກໍແມ່ນເດັກ 5-6 ປີ ໃຫ້ເຂົ້າຮຽນປົກກະຕິ ອັນນີ້ກໍ່ໄດ້ ໄປໂຄສະນາ ແລະ ກໍຈຳກັດຫັ້ນນ່າ, ແຕ່ການເຂົ້າຮຽນກໍປົກກະຕິ."
ທ່ານກ່າວຕື່ມວ່າ, ການສຶກສາຢູ່ແຂວງຜົ້ງສາລີ, ຖ້າເປັນເຂດເທສບານກໍໄດ້ມາຕຖານຢູ່, ແຕ່ຢູ່ເຂດນອກໆ ກໍ່ຍັງມີບັນຫາເຊັ່ນ; ຄຣູບໍ່ພໍ, ຄຣູ ບໍ່ໄດ້ມາຕຖານ, ບໍ່ມີຫ້ອງຮຽນ. ພ້ອມນີ້ຍັງມີນັກຮຽນກຈຳນວນຫຼາຍ ປະລະການຮຽນຕັ້ງແຕ່ຊັ້ນປະຖົມ, ສາເຫດ ມາຈາກຄອບຄົວທຸກຍາກ, ຕ້ອງການໃຫ້ລູກຊ່ອຍພໍ່ແມ່ ເຮັດໄຮ່ເຮັດສວນ ເປັນຕົ້ນ.
ແຂວງຄຳມ່ວນ ກໍແມ່ນນຶ່ງໃນແຂວງ ທີ່ປະສົບບັນຫາຄ້າຍຄືກັບແຂວງຜົ້ງສາລີ, ໂດຍເຈົ້າໜ້າທີ່ຫ້ອງການສຶກສາ ເມືອງມະຫາໄຊ ເວົ້າວ່າ, ຖ້າຈະແກ້ໄຂຣະບົບການສຶກສາ, ໃຫ້ໄດ້ມາຕຖານສາກົລກໍເປັນເຣື່ອງຍາກ ເອົາສະເພາະແຕ່ການສ້າງອາຄານຮຽນ ໃຫ້ທົ່ວເຖິງກໍຍັງຍາກ.
"ບໍ່ແຫລ້ວ, ໂຮງງຮຽນກໍຍັງບໍ່ໄດ້ມີການພັທນາຫຍັງເລີຍເນາະ, ນັກຮຽນກໍຮຽນບໍ່ເກັ່ງ, ທາງອາຈານກໍຍັງບໍ່ໄດ້ມາຕຖານສອນນັກຮຽນຫັ້ນນ່າ, ສອນນັກຮຽນຫັ້ນ ບໍ່ແມ່ນຈະຕິແຕ່ ນັກຮຽນຢ່າງດຽວ, ສເນີມື້ນັ້ນລະປີນີ້ ຊິເຮັດທາງ ຊິເຮັດໂຮງຮຽນ ກໍ່ຍັງບໍ່ໄດ້ ເຊັນອີ່ຫຍັງ."
ຕາມການວັດແທກດັຊນີ ການພັທນາຊັພຍາກອນມະນຸດ ໃນປີ 2018 ຜ່ານມາ, ເຫັນໄດ້ວ່າ ສປປລາວ ຢູ່ອັນດັບ ທີ 8 ຂອງອາຊຽນ ຢູ່ ອັນດັບທີ 139 ຂອງໂລກ. ໃນດັຊນີ ນີ້, ວັດຜົລການສຶກສາຢູ່ການເຮັດບົດວິເຄາະ ຂອງອົງກອນ Human of Development Index.