ກຸ່ມຮັກເສຣີຈະປະທ້ວງ ຢູ່ ຊິດນີ ອອສເຕຣເລັຽ
2018.03.16

ໃນໂອກາດກອງປະຊຸມສຸດຍອດ ພິເສດ ອາຊຽນ-ອອສເຕຣເລັຍ ໃນມື້ວັນທີ17 ມີນາ 2018 ນີ້ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ, ຣັຖບາລລາວ ພັດຖິ່ນ ແລະ ຊຸມຊົນຊາວລາວ ຮ່ວມກັບ ຂເມນເສຣີ ວຽດນາມເສຣີ ຈະເດີນຂະບວນປະທ້ວງ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ຢູ່ ນະຄອນຊິດນີ ປະເທສ ອອສເຕຣເລັຍ.
ທ່ານ ເດັດ ສີແສງຣັດ ຄນະກັມການຈັດຕັ້ງ ການປະທ້ວງ ທີ່ນະຄອນຊິດນີ ໄດ້ເວົ້າເຖິງ ການກະຕຽມການປະທ້ວງ ຕໍ່ວິທຍຸ ເອເຊັຽເສຣີ ຜ່ານທາງ ໂທຣະສັບ ໃນມື້ວັນທີ 16 ມິນາ 2018 ນີ້ວ່າ:
"ການປະທ້ວງວັນທີ 17 ນີ້ ໃນການມາປະຊຸມຂອງພວກ ຜູ້ນໍາຄອມມິວນິສລາວ ພວກຊາວລາວອົພຍົບ ໄດ້ກະຕຽມກັນເປັນພິເສດ ເພາະວ່າ ເຮົາມີ ໂອກາດດີ ຕອນນີ້ ລະເຮົາໄດ້ກະຕຽມ ຢູ່ນີ້ແມ່ນການປະທ້ວງລວມ ຮ່ວມກັບວຽດນາມ ຂເມນ ກັບພະມ່າ ເພາະວ່າ 4 ຄົນ ນີ້ເປັນ ເຈົ້າພາບນໍາກັນ ໂດຍສະເພາະ ກະແມ່ນລາວ ວຽດນາມ ຂເມນ ເປັນເຈົ້າພາບ ຈັດແຈງການສິປະທ້ວງ ມື້ອື່ນນີ້."
ການເດີນຂະບວນປະທ້ວງຄັ້ງນີ້ ມີເປົ້າໝາຍສໍາຄັນຫຼາຍຢ່າງ ຊຶ່ງໃນນັ້ນມີທັງການຮຽກຮ້ອງໃຫ້ຣັຖບາລ ອອສເຕຣເລັຍ ແລະປະເທສອື່ນໆ ຊ່ວຍຕໍ່ສູ້ ໃຫ້ມີຄວາມເປັນທັມ; ດັ່ງທີ່ທ່ານກ່າວວ່າ:
"ເປົ້າໝາຍສໍາຄັນ ການປະທ້ວງຄັ້ງນີ້ແມ່ນເຮົາສິຮຽກຮ້ອງ ເຖິງຣັຖບານປະເທດ ອອສເຕຣເລັຽ ຮຽກຮ້ອງເຖິງຣັຖບານນາໆຊາດ ແລະກະ ຮຽກຮ້ອງ ໃຫ້ຣັຖບານລາວ ຢູ່ພາຍໃນປະເທດ ລຸກຂຶ້ນຢືນຂຶ້ນ ຕໍ່ສູ້ກັບພາກປະຕິບັດ ທີ່ວ່າ ບໍ່ເປັນທັມ ບໍ່ຖືກຕ້ອງຂອງ ພັກຄອມມິວນິສ ລາວ ທີ່ປົກຄອງປະເທດມາ 40 ກວ່າປີແລ້ວ."
ຄນະກັມການຈັດຕັ້ງ ການເດີນຂະບວນປະທ້ວງຄາດວ່າ ຈະມີຜູ້ເຂົ້າຮ່ວມປະມານ 2 ພັນຄົນ ຊຶ່ງພາກສ່ວນໃຫຍ່ ກໍຈະແມ່ນວຽດນາມ ແລະ ກໍາພູຊາ. ຫລັງຈາກການປະທ້ວງແລ້ວ ກໍຈະຍື່ນຄໍາຮຽກຮ້ອງ ໃຫ້ຣັຖບາລ ອອສເຕຣເລັຍ ດັ່ງທີ່ທ່ານ ເດັດ ສີແສງຣັດ ກ່າວວ່າ:
"ພວກເຮົາຄິດວ່າ ຈະຕິດຕາມເຣື່ອງນີ້ໃຫ້ມັນ ໄດ້ຜົລຫຼາຍຂຶ້ນເພາະວ່າ ໄດ້ຕົກລົງກັນແລ້ວວ່າ ຫຼັງຈາກປະທ້ວງແລ້ວເອກກະສານ ທີ່ວ່ານັ້ນ ເຮົາຈະຍື່ນໄປໃຫ້ຣັຖບານ ບໍ່ແມ່ນຍື່ນໄປໃຫ້ແຕ່ນາຍົກ. ຜູ້ໃດຢູ່ເຂດໃດກໍຕ້ອງ ເອົາຄໍາຮຽກຮ້ອງ ອັນນີ້ໄປຫາ ຜູ້ແທນໃນເຂດຂອງຕົນເອງ ທົ່ວປະເທດນີ້ ເພື່ອໃຫ້ຜູ້ແທນຂຶ້ນໄປຫາ ຣັຖບານ ໄປສ້າງຄວາມກົດດັນ ໃຫ້ຣັຖບານ ຕ້ອງປະຕິບັດ ຄໍາຮຽກຮ້ອງ ຂອງພວກເຮົາ."
ການເດີນຂະບວນປະທ້ວງ ຢູ່ນະຄອນຊິດນີ ປະເທສອອສເຕຣເລັຍ ຄັ້ງນີ້ ຈະເລີ້ມຂຶ້ນ ແຕ່ຕອນເຊົ້າ ເວລາ 11:00 ໂມງ ເຖິງບ່າຍ 2:00 ໂມງຂອງມື້ວັນທີ 17 ມິນາ 2018 ນີ້.