ທ.ທອງລຸນຮຽກຮ້ອງຮ່ວມກັນ ແກ້ ບັນຫາ

ສົມເນ
2016.09.25
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ຮຽກຮ້ອງ ຜູ້ນໍາໃນໂລກ ຮ່ວມກັນ ແກ້ໄຂບັນຫາ ທ້າທາຍຕ່າງໆ
Courtesy of UN Photo

ໃນຕອນບ່າຍ ຂອງ ວັນທີ 23 ກັນຍາ 2016 ນີ້ ນາຍົກ ຣັຖມົນຕຣີ ສປປ ລາວ ທ່ານ ທອງລຸນ ສີສຸລິດ ຫົວໜ້າ ຜູ້ແທນ ສປປ ລາວ ທີ່ເຂົ້າຮ່ວມ ກອງປະຊຸມ ປະຈຳປີ ຂອງ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາຕ ສະໄໝ ທີ 71 ທີ່ ນະຄອນ ນີວຢອກ ສະຫະຣັຖ ອະເມຣິກາ ໄດ້ຖແລງຕໍ່ ກອງປະຊຸມ ໂດຍຂຶ້ນຕົ້ນ ດ້ວຍການກ່າວ ເຖິງ ບັນຫາ ທ້າທາຍ ທີ່ ໂລກ ກໍາລັງ ປະເຊີນຢູ່, ໃນນັ້ນ ກໍມີ ການ ກໍ່ການຮ້າຍ, ຄວາມທຸກຍາກ ການປ່ຽນແປງ ຂອງ ດິນຟ້າ ອາກາດ ເສຖກິດໂລກ ບໍ່ໝັ້ນຄົງ ແລະ ຮຽກຮ້ອງ ໃຫ້ແກ້ໄຂ ບັນຫາ ທ້າທາຍ ຕ່າງໆ ຮ່ວມກັນ: ....ສຽງ ...

ທ່ານ ທອງລຸນ ຖແລງວ່າ ການແກ້ໄຂ ບັນຫາ ທ້າທາຍ ທີ່ກ່າວມານັ້ນ ຈະຕ້ອງສືບຕໍ່ ປະຕິບັດ ຕາມຫລັກການ ພື້ນຖານ ສະຫະປະຊາ -ຊາຕ, ສົ່ງເສີມ ການພັທນາ ຊ່ວຍເຫລືອ ຊຶ່ງກັນ ແລະກັນ ແລະ ຈັດຕັ້ງ ປະຕິບັດ ວາຣະ 2030 ເພື່ອ ການພັທນາ ແບບຍືນຍົງ. ພ້ອມນັ້ນ ທ່ານ ທອງລຸນ ຂໍໃຫ້ແກ້ໄຂ ບັນຫາ ການຂັດແຍ້ງ ຕ່າງໆ ຂອງພາກພື້ນ ແລະ ສາກົນ ດ້ວຍສັນຕິ ວິທີ: ສຽງ ...

ທ່ານ ທອງລຸນໄດ້ ກ່າວຢໍ້າວ່າ ວ່າ ອົງການ ສະຫະປະຊາຊາຕ ຕ້ອງໄດ້ ເພີ້ມທະວີ ຄວາມເຂັ້ມແຂງ ແລະ ຄວາມສັກສິດ ໃນ ການແກ້ໄຂ ບັນຫາ ສໍາຄັນ ຂອງໂລກ ແລະວ່າ ສປປ ລາວ ຂໍຢືນຍັນ ໃນ ເຈຕະນາຣົມ ສືບຕໍ່ໃຫ້ ຄວາມຮ່ວມມື ກັບວົງ ຄະນາຍາຕ ສາກົນ ໃນການ ສ້າງ ໂລກ ໃຫ້ມີຄວາມສງົບ ຄວາມເປັນທັມ ແລະ ວັດທະນາ ຖາວອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.