ກອງປະຊຸມໂຕະມົນ ຄວນຫາລື ບັນຫາ ສິດທິມະນຸສ
2017.11.21
ປະຊາຄົມຜູ້ໃຫ້ການຊ່ອຍເຫຼືອ ສປປລາວ ທີ່ຈະຈັດກອງປະຊຸມໂຕະມົນຂຶ້ນ ທີ່ເມືອງປາກເຊ ແຂວງຈໍາປາສັກ ໃນມື້ວັນທີ 22 ແລະ 23 ພຶສຈິກາ ນີ້ນັ້ນ ຄວນຍົກບັນຫາ ສິດທິມະນຸດ ຂຶ້ນປຶກຫາລືກັນ ແລະ ເອົາເປັນເງື່ອນໄຂຈໍາເປັນ ສໍາລັບການປະຕິບັດ ໂຄງການພັທນາ ທີ່ຍືນຍົງ ຕ່າງໆ, ຕາມຄໍາເວົ້າຂອງທ່ານ Andrea Giorgetta ເຈົ້າໜ້າທີ່ ອົງການສິດທິມະນຸດສາກົລ FIDH ຕໍ່ RFA ໃນມື້ວັນທີ 21 ພືສຈິກາ 2017:
"yes, the international donors gathering in Pakse… ປະຊາຄົມສາກົລ ທີ່ໃຫ້ການຊ່ອຍເຫລືອ ທີ່ມາປະຊຸມ ຢູ່ ເມືອງປາກເຊຄັ້ງນີ້ ແນ່ນອນ ຄວນຍົກບັນຫາສິດທິມະນຸດຂຶ້ນເວົ້າ ເພາະມັນເປັນ ເງື່ອນໄຂ ການປະຕິບັດ ແມ່ນແຕ່ ໂຄງການພັທນາຕ່າງໆ ໃຫ້ຍືນຍົງ ແລະ ກໍມີຂຶ້ນ ພາຍຫລັງ ການຮັບຜ່ານດໍາຣັຖໃໝ່ ກ່ຽວກັບ ການຈັດຕັ້ງສະມາຄົມ ແລະ ອົງການຕ່າງໆ ຊຶ່ງປາກົດວ່າ ຈະເຂັ້ມງວດຫລາຍ ຕໍ່ອົງການພັທນາ ຫລື ທີ່ຮູ້ກັນວ່າ ອົງການບໍ່ຫາຜົລກໍາໄຣນັ້ນ."
ໃນການນໍາສເນີ ບັນຫາສິດທິມະນຸດ ຕໍ່ກອງປະຊຸມໂຕະມົນ ຊຶ່ງມີຄວາມເປັນໄປໄດ້ນັ້ນ ຄົງຈະຍົກກໍຣະນີ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ຊຶ່ງເປັນກໍຣະນີສໍາຄັນ ທີ່ຈະຕ້ອງຖືກແກ້ໄຂ ຮວມເຖິງກໍຣະນີ ທ່ານ ສົມພອນ ຂັນຕິສຸກ ຜູ້ທີ່ໄດ້ປະຕິບັດ ໂຄງການພັທນາ ແບບຍືນຍົງ, ສນັບສນູນຊົນເຜົ່າ ແລະ ຊຸມຊົນທ້ອງຖິ່ນ ທີ່ຖືກຫາຍສາບສູນໄປໄດ້ 10 ປີ ປາຍແລ້ວນັ້ນ ຮວມຢູ່ດ້ວຍ ດັ່ງທີ່ທ່ານກ່າວວ່າ:
"and disappeared never to be seen and the Lao govt failed to determine… ແລະແລ້ວ ທ່ານ ສົມພອນ ຂັນຕິສຸກ ກໍບໍ່ເຫັນອີກເລີຍ ແລະຣັຖບານ ກໍບໍ່ສາມາດ ຣະບຸວ່າ ທ່ານຢູ່ໃສ ຄືກັນກັບທ່ານ ສົມບັດ ສົມພອນ ນັ້ນ."
ອີກກໍຣະນຶ່ງ ທີ່ຕ້ອງຖືກຍົກຂຶ້ນ ຄືຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ແລະ ຖືກຕັດສິນລົງໂທດຈໍາຄຸກ ເປັນເວລາດົນນານ ຍ້ອນໄດ້ ຕໍານິທາງການລາວ ຜ່ານທາງອິນເທີແນັຕ ຕອນທີ່ຢູ່ໄທນັ້ນ. ນີ້ກໍເປັນກໍຣະນີ ທີ່ເນັ້ນເຖິງຄວາມຈິງ ທີ່ວ່າຣັຖບານ ສປປລາວ ຈໍາກັດເສຣີພາບ ໃນການສະແດງຄວາມຄິດຄວາມເຫັນ ແລະ ການຊຸມນຸມແບບສັນຕິ.
ທ່ານກ່າວໃນຕອນທ້າຍວ່າ ທ່ານຫວັງວ່າ ປະຊາຄົມ ທີ່ໃຫ້ການຊ່ອຍເຫລືອນັ້ນ ຈະມີປາກມີສຽງເວົ້າວ່າ ຫຼາຍຂຶ້ນຕື່ມ ໃນການຕ້ານການຈໍາກັດຮັດແຄບ ທີ່ໜັກຂຶ້ນ ອັນສົ່ງຜົລກະທົບໃສ່ ອົງການຈັດຕັ້ງທາງສັງຄົມ ທີ່ປະຕິບັດງານ ຢູ່ໃນສະພາບແວດລ້ອມ ໜີບຮັດຫລາຍ ຢູ່ແລ້ວນັ້ນ.
ຜູ້ທີ່ຈະເຂົ້າຮ່ວມກອງປະຊຸມໂຕະມົນ ທີ່ເມືອງປາກເຊຄັ້ງນີ້ ມີຣາຍງານວ່າ ຈະມີເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງທີ່ກ່ຽວຂ້ອງຂອງ ສປປລາວ ຄູ່ຮ່ວມພັທນາ ແລະຜູ້ໃຫ້ການຊ່ວຍເຫລືອ ຮວມເຖິງນັກການທູດ ຕ່າງປະເທດ ແລະຜູ້ຕາງໜ້າອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ.