ໂຄສົກການເລືອກຕັ້ງໄຂຂໍ້ ຂ້ອງໃຈ
2016.03.23
ໃນ ກໍຣະນີ ທີ່ມີຫາງສຽງ ຈາກ ສັງຄົມວ່າ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ໃນ ວັນທີ 20 ມິນາ ຜ່ານມາ ແມ່ນມີ ການເລືອກ ເອົາຄົນໄວ້ແລ້ວ ໃນຂນະທີ່ ການເລືອກຕັ້ງ ເປັນພຽງ ຮູບການ ເທົ່ານັ້ນ.
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ຂອງ ສະພາ ແຫ່ງຊາດ ໄດ້ຕອບ ຂໍ້ຂ້ອງໃຈ ວ່າ ການເລືອກຕັ້ງ ແມ່ນ ເປັນໄປຕາມ ຣະບຽບການ ທີ່ກໍານົດໄວ້ ໃນ ກົດໝາຍ, ແລະ ປະຊາຊົນ ລາວ ກໍມີຄວາມ ຕື່ນຕົວ ໃນການມາໃຊ້ ສິດ ເລືອກຕັ້ງ.
ດຣ ກຸແກ້ວ ອັກຄະມົນຕີ ປະທານ ກັມມາທິການ ຕ່າງປະເທດ ຂອງ ສະພາ ແຫ່ງຊາດ ແລະ ທັງເປັນ ໂຄສົກ ຄນະ ກັມມະການ ເລືອກຕັ້ງ ແຫ່ງຊາດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 22 ມິນາ ວ່າ:
"ອັນຫາງສຽງ ກະມີ ບາງຄົນ ກະຄິດແນວນັ້ນ ກະແຕ່ລະຄົນ ກະມີ ສິດຄິດ ຫັ້ນແຫຼະ, ຫາກແຕ່ ພວກເຮົາ ກະມີຣະບຽບ ຫລັກການ ທີ່ ກໍານົດໄວ້ ໃນກົດໝາຍ ກ່ຽວກັບ ການຄັດເລືອກ ຜູ້ສມັກ ແລະກະ ເວົ້າໄດ້ວ່າ ພວກເຮົາ ເຮັດຕາມ ຣະບຽບ ກົດໝາຍ ທີ່ ກໍານົດໄວ້".
ນອກຈາກນີ້ ທ່ານ ຍັງກ່າວອີກວ່າ ປະຊາຊົນ ຜູ້ທີ່ມີ ສິດປ່ອນບັດ ເລືອກຕັ້ງ ມີຄວາມ ຕື່ນຕົວ ໃນການ ອອກໄປ ໃຊ້ສິດ ເລືອກຕັ້ງ:
"ເວົ້າເຖິງ ຄວາມຕື່ນຕົວ ນີ້ກະ ຜ່ານການ ສໍາພາດ ຂອງ ສື່ມວນຊົນ ກະເຫັນວ່າ ປະຊາຊົນ ໃຫ້ ຄວາມສົນໃຈ ໃນການ ເລືອກຕັ້ງ ຄັ້ງນີ້ ແລະກະ ປະຊາຊົນ ລາວ ກະ ແມ່ນໄດ້ຮັບ ຂໍ້ມູນ ຂ່າວສານ ທີ່ຖືກຕ້ອງ ກ່ຽວກັບ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະມາຊິກ ປະຊາຊົນ ຂັ້ນແຂວງ ໃນຄັ້ງນີ້ ໄດ້ດີຫຼາຍ ກະຖືວ່າ ການປ່ອນບັດ ເປັນໄປຕາມ ຣະບຽບ ກົດໝາຍ".
ການເລືອກຕັ້ງ ໃນຄັ້ງນີ້ ມີຜູ້ລົງ ສະໝັກ ເປັນ ສະມາຊິກ ສະພາ ແຫ່ງຊາດ 211 ທ່ານ ແລະ ຈະຄັດເລືອກ ເອົາ 149 ທ່ານ, ສ່ວນວ່າ ຜູ້ທີ່ ລົງສະໝັກ ເປັນ ສະມາຊິກ ສະພາ ປະຊາຊົນ ຊັ້ນແຂວງ ມີທັງໝົດ 508 ທ່ານ ແລະ ຈະຄັດເລືອກ ເອົາ 360 ທ່ານ.
ອີງຕາມຂໍ້ມູນ ຈາກ ສະພາແຫ່ງຊາດ ຈໍານວນ ຜູ້ທີ່ມີສິດ ປ່ອນບັດ ເລືອກຕັ້ງ ໃນ ທົ່ວປະເທດ ເກືອບ 4 ລ້ານຄົນ ໃນນັ້ນມີ ແມ່ຍິງ ປະມານ 2 ລ້ານຄົນ ແລະ ມີທັງໝົດ 18 ເຂດ ເລືອກຕັ້ງ ໃນທົ່ວ ປະເທດ.