ສະພາແຫ່ງຊາຕເປີດ ປະຊຸມ
ກອງປະຊຸມ ສະພາ ແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 3 ຂອງ ຊຸດທີ 8 ໄດ້ເປີດຂຶ້ນແລ້ວ ທີ່ ນະຄອນຫຼວງ ວຽງຈັນ.
-
ມະນີຈັນ
2017-04-25 -
-
-
Your browser doesn’t support HTML5 audio
ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 8 ໄດ້ເປີດຂຶ້ນ ໃນຕອນເຊົ້າ ຂອງວັນທີ 25 ເມສາ 2017 ທີ່ ຫໍປະຊຸມ ສະພາ ແຫ່ງຊາຕ ໃນນະຄອນຫຼວງ ວຽງຈັນ, ພາຍໃຕ້ການເປັນປະທານຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາແຫ່ງຊາຕລາວ. ດັ່ງຍານາງ ໄດ້ກ່າວເປີດ ກອງປະຊຸມ ໃນຕອນນຶ່ງວ່າ:
"ນະໂອກາດທີ່ມີຄວາມໝາຍສຳຄັນນີ້, ຕາງໜ້າຄນະປະທານ ກອງປະຊຸມ ຂ້າພະເຈົ້າ ຂໍປະກາດໄຂ ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາ ແຫ່ງຊາຕ ຊຸດທີ 8 ຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ. ຂໍຂອບໃຈ”.
ກ່ອນຈະກ່າວເປີດກອງປະຊຸມ ປະທານສະພາ ແຫ່ງຊາຕລາວ ໄດ້ກ່າວເຖິງວາຣະ ກອງປະຊຸມ ເທື່ອນີ້ວ່າ ສະພາແຫ່ງຊາຕ ຈະຮັບຟັງ ຣາຍງານ ການດຳເນີນງານ ຂອງຄນະ ຣັຖບານ ໃນໄລຍະທີ່ຜ່ານມາ ແລະການຈັດຕັ້ງ ປະຕິບັດ ແຜນງົບປະມານ ແຫ່ງຣັຖໃນສົກປີ 2017.
ນອກຈາກນີ້, ສະພາແຫ່ງຊາຕ ຍັງຈະໄດ້ຕົກລົງ ຮັບຮອງເອົາ ຫລາຍຢ່າງ ຮວມທັງຮ່າງກົດໝາຍ ທັງສະບັບ ທີ່ສເນີເຂົ້າມາໃໝ່ ແລະ ກົດໝາຍ ສະບັບ ປັບປຸງ ຫລາຍສະບັບ ນຳດ້ວຍ.
ໃນຂນະດຽວກັນ, ປະຊາຊົນຊາວສວັນນະເຂດ ທ່ານນຶ່ງ ທີ່ຕິດຕາມ ກອງປະຊຸມ ສະພາ ແຫ່ງຊາຕ ກໍຢາກໃຫ້ ທາງສະພາ ແລະຣັຖບານ ເລັ່ງແກ້ໄຂ ບັນຫາ ເສຖກິຈ:
"ໃນຖານະທີ່ເປັນຜູ້ທີ່ດຳຣົງຊີວິຕ ຢູ່ໃນປະເທສລາວນີ້ ກະຢາກໃຫ້ ມີການແກ້ໄຂ ທາງດ້ານເສຖກິຈ ຫຼາຍຂຶ້ນເນາະ ເພາະວ່ານຶ່ງມາ ເນາະ ປະຊາຊົນ ຫຼືວ່າ ຜູ້ທີ່ດຳຣົງຊີວິຕ ຄ້າຂາຍ ຢູ່ພາຍໃນປະເທສນີ້, ກະຫາເງິນຍາກ ຈາກການທີ່ເຄີຍໄດ້ເນາະ. ທ້າຍໆປີ 2016 ຈົນຊິຮອດປີ 2017 ຖືວ່າເສຖກິຈຢາກຍາກ ຝືດເຄືອງຫຼາຍ”.
ຊາວລາວໃນແຂວງບໍຣິຄຳໄຊ ທ່ານນຶ່ງກໍກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າກອງປະຊຸມ ສະພາເທື່ອນີ້ ຖືວ່າມີ ຄວາມສຳຄັນ ແລະສະພາແຫ່ງຊາຕ ຊຸດທີ 8 ກໍມີຜົລງານ ທີ່ພົ້ນເດັ່ນ ຈໍານວນນຶ່ງ ໃນການແກ້ໄຂ ບັນຫາ ຂອງປະຊາຊົນ:
"ກະມີຄວາມໝາຍຫັ້ນແຫຼະ ເພາະວ່າສະພາກະເປັນຕົວແທນ ໃຫ້ສິທຜົລປໂຍດ ອັນຊອບທັມ ຂອງປະຊາຊົນເດ. ເພິ່ນກະສິຄົ້ນຄວ້າ ປັບປຸງ ເວົ້າເຣື້ອງ ການປົວແປງ ຊີວິຕ ການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຫັ້ນແຫຼະ. ຕາມ ຂພຈ ຄຶດ, ສະພາຊຸດທີ 8 ນີ້ກະມີຫຼາຍ ອັນທີ່ພົ້ນ ເດັ່ນ ຂຶ້ນຫັ້ນແຫຼະ, ເພິ່ນກະໄດ້ ປັບປຸງ ເຣື້ອງກົດໝາຍ ລະເພິ່ນກະ ເນັ້ນໜັກໄປທາງ ຜູ້ບໍຣິຫານ ປະເທສ ປັບປຸງ ຣະບຽບຫຼັກການ ກະເຄັ່ງເຂົ້າ”.
ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 8 ນີ້, ຈະດໍາເນີນໄປ 17 ມື້ ຄືຕັ້ງແຕ່ວັນທີ 25 ເມສາ ແລະ ຈະສິ້ນສຸດລົງ ໃນວັນທີ 18 ພຶສພາ 2017.