ໂຄງການຂຍາຍ ສນາມບິນລ່ອງແຈ້ງ
2013.02.01

ເຈົ້າໜ້າທີ່ ຜແນກກໍ່ສ້າງ ແຂວງຊຽງຂວາງ ທ່ານນຶ່ງ ບອກກັບ ເອເຊັຽເສຣີວ່າ ຣັຖບານລາວ ມີແຜນຂຍາຍ ສນາມບິນ ລ່ອງແຈ້ງ ເມືອງແປກ ຊຶ່ງເຄີຽເປັນ ຖານທີ່ໝັ້ນ ຂອງກໍາລັງທະຫານ ຣາຊອານາຈັກລາວ ໃຫ້ເປັນ ສນາມບິນ ໄດ້ມາຕຖານ ພ້ອມທັງ ຈະຕັດທາງ ຈາກລ່ອງແຈ້ງ ໃຫ້ເຊື່ອມຕໍ່ກັບ ເມືອງອື່ນໆ ຊຶ່ງເວລານີ້ ກໍາລັງຢູ່ໃນຂັ້ນ ຕຣຽມການຢູ່. ດັ່ງທ່ານໄດ້ກ່າວ:
"ເປັນໂຄງການໃຫ່ຽ ປັດຈຸບັນ ກໍາລັງຕຽມຂໍ້ມູນ ທັງໝົດ ເພື່ອສີ່ເລີ້ມສ້າງ ເປັນໂຄງການໃຫ່ຽ ຂອງຣັຖບານ ກໍຍັງບໍ່ທັນ ຊາບເທື່ອ ມີແຕ່ວ່າ ປັດຈຸບັນ ແມ່ນກະຕຽມ ຂໍ້ມູນທັງໝົດ".
ລ່ອງແຈ້ງ ເຄີຽເປັນຖານທີ່ໝັ້ນ ຂອງ ກອງທັບແຫ່ງຊາຕ ຣາຊອານາຈັກລາວ ເມື່ອ 30 ກວ່າປີຜ່ານມາ ຊຶ່ງຂື້ນກັບ ກອງບັນຊາການ ພາກ 2 ທ່ານມື້ລາງ ນາຍພົນວັງປາວ ທີ່ຕໍ໋ສູ້ກັບ ກໍາລັງທະຫານ ຄອມມູຍນິສ ໃນສະໄໝນັ້ນ. ປະຊາຊົນ ທີ່ອາສັຍ ຢູ່ໃນເຂດນັ້ນ ສວ່ນໃຫ່ຽແມ່ນ ຊົນເຜົ່າລາວມົ້ງ. ຊາວມົ້ງ ອະເມຣິກັນ ຈໍານວນຫລວງຫລາຍ ທີ່ກັບຄືນເມືອ ຢ້ຽມຢາມບ້ານ ກໍເວົ້າວ່າ ການໄປມາຫາສູ່ກັນ ຍັງຫຍຸ່ງຍາກຢູ່ ຍ້ອນເສັ້ນທາງ ໄປມາ ບໍ່ສະດວກ. ຊາວຊຽງຂວາງ ຄົນນຶ່ງ ໄດ້ເວົ້າວ່າ ເຄີຽໄດ້ຍິນ ມາດົນແລ້ວ ແລະ ຫວັງວ່າ ເພິ່ນຈະສ້າງແທ້:
"ບໍ່ຮູ້ເຣື້ອງຫຍັງ ໄດ້ຍິນເຂົາວ່າຢູ່ ແຕ່ກໍບໍ່ຮູ້ວ່າ ເຂົາສີ່ສ້າງບໍ. ຖ້າສົມມຸດວ່າ ເຂົາສ້າງເສັດແລ້ວ ມັນກໍບາງເທື່ອ ຄົນຕ່າງປະເທດ ເຂົາກໍຈະເຂົ້າ ມາຫລາຍ ເພາະວ່າມັນ ສະດວກ ເຂົາສ້າງເສັດແລ້ວ ມັນເປັນສນາມບິນ ສາກົນ ຂະເຈົ້າ ຢູ່ແຂວງໃດ ກໍເຂົ້າໄດ້ໝົດ ຕ່າງປະເທດ ກໍເຂົ້າມາໄດ້ ກໍຈະດີໂຕນີ້".
ລ່ອງແຈ້ງ ປັດຈຸບັນ ກໍເປັນໝູ່ບ້ານ ທີ່ສງົບດີ ມີທີວທັສ ທັມະຊາຕ ແລະ ພູຜາທີ່ສວຍງາມ ທີ່ຕັ້ງຢູ່ຮ່ອມພູ. ນັກທ່ອງທ່ຽວ ມັກເຂົ້າໄປ ທ່ຽວຊົມ ສະຖານທີ່ ປວັດສາດ ແຫ່ງນີ້ ຮ່ວມທັງ ອະດີດຣາຊວັງ ແລະ ບ້ານພັກ ຂອງ ມື້ລາງ ທ່ານ ນາຍພົນ ວັງປາວ ອີກດ້ວຍ.