ກົດໝາຍ,ດຳຣັດ ບັງຄັບ ໃຊ້ບໍ່ໄດ້ ເຕັມທີ່

ສິດນີ
2018.01.24
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ຣັຖບານລາວ ຍອມຮັບ ໃນກອງປະຊຸມຄນະຣັຖບານ ປະຈຳເດືອນ ທັນວາ ປີ 2017 ວ່າ ການອອກນິຕິກັມ ກົດຫມາຍ ແລະດຳຣັດຕ່າງໆ ໃນຣະຍະຜ່ານມາມີຫຼາຍກົດໝາຍ ແລະຫຼາຍດຳຣັດ ທີ່ທາງພາກປະຕິບັດຕົວຈິງ ນັ້ນຍັງບໍ່ມີ ປະສິດທິຜົລເທົ່າທີ່ຄວນ ຍ້ອນວ່າ ເຈົ້າຫນ້າທີ່ ບາງກຸ່ມເຮັດວຽກບໍ່ໄດ້ຕາມມາຕຖານສາກົນ ຂາດການຮ່ວມມືກັນ ຣະຫວ່າງຫນ່ວຍງານ ທີ່ກ່ຽວຂ້ອງຫລາຍຫນ່ວຍງານ ຂອງຣັຖບານ ຊຶ່ງ ເຮັດໃຫ້ການບັງຄັບໃຊ້ ກົດຫມາຍແລະດຳຣັດຕ່າງໆ ບໍ່ເດັດຂາດ. ດັ່ງ ເຈົ້າຫນ້າທີ່ ກະຊວງທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:

"ກົດຫມາຍມັນກໍມີວັກຫລາຍໆເນາະ ທີ່ອອກມາຫັ້ນ ແຕ່ສ່ວນຫລາຍການປະຕິບັດຈິງຫັ້ນ ມັນບໍ່ເປັນໄປຕາມນັ້ນ ກໍຊ້າຍ້ອນ ຫລາຍປັດໃຈ, ນຶ່ງກໍແມ່ນຍ້ອນທ້ອງຖິ່ນ ຂັ້ນເມືອງຂັ້ນແຂວງ ຂະເຈົ້າກໍຍັງ ໃຊ້ກົດຫມາຍເດີມ ຢູ່ເນາະ  ຍັງບໍ່ໄດ້ໃຊ້ກົດຫມາຍ ທີ່ສູນກາງ ຫລືກະຊວງ ອອກໄປ ຍ້ອນຂະເຈົ້າຍັງບໍ່ເຂົ້າໃຈ ກົດມຫາຍໃຫມ່ ຫັ້ນນ່າ ເຮັດໃຫ້ການໃຊ້ກົດຫມາຍນີ້ ມັນລ່າຊ້າ ປະຕິບັດໄດ້ບໍ່ພ້ອມກັນຫັ້ນນ່າ."

ທ່ານວ່າ ບັນຫາກົດຫມາຍບໍ່ມີປະສິດທິພາບນັ້ນ ນອກຈາກຂາດການປະສານງານກັນ ຣະຫວ່າງສູນກາງ ກັບທ້ອງຖິ່ນແລ້ວ ການລົງໄປຕິດ ຕາມກວດກາວ່າທ້ອງຖິ່ນ ໄດ້ປະຕິບັດແທ້ຫຼືບໍ່ນັ້ນ ກໍຍັງບໍ່ໄດ້ປະຕິບັດກັນຢ່າງຈິງຈັງ ບາງແຂວງຍັງບໍ່ມີຂແນງການ ຄວບຄຸມການບັງຄັບໃຊ້ ກົດຫມາຍຊ້ຳ. ທ່ານກ່າວຕື່ມວ່າ:

"ການຮ່ວມມືຣະຫວ່າງພາກສ່ວນກ່ຽວຂ້ອງ ຫັ້ນນ່າ ຍັງບໍ່ທັນດີພຽງພໍປານໃດ ອີກເຣື້ອງກໍຄື ເຈົ້າຫນ້າທີ່ ບາງພາກສ່ວນ ໂດຍສະເພາະຂັ້ນ ທ້ອງຖິ່ນຫັ້ນນ່າ ເພິ່ນກໍຍັງຢາກໃຊ້ກົດຫມາຍ ຍ້ອນອາດຈະຂັດຕໍ່ຜົລປໂຍດຂອງເພິ່ນ ຕົວຢ່າງກໍຄື ຣັຖເຮົາ ໄດ້ມີການ ອອກກົດຫມາຍ ບໍ່ໃຫ້ຕັດໄມ້ ສົ່ງອອກນອກປະເທດ ມັນກໍຍັງມີການເຮັດກັນຢູ່ ຫລັງຈາກກົດຫມາຍ ອອກມາ ຕ້ອງຖ້າລະຍະນຶ່ງ ຈຶ່ງຍຸຕິທັມ ຫັ້ນນ່າ."

ສປປລາວ ມີແຜນແມ່ບົດໃນການເປັນຣັຖແຫ່ງກົດຫມາຍ ໃນປີ 2020 ຊຶ່ງໃນປັດຈຸບັນໄດ້ອອກກົດໝາຍເຖິງ 126 ສະບັບແລ້ວ ແຕ່ພາກ ປະຕິບັດ ຕົວຈິງນັ້ນ ຍັງບໍ່ມີປະສິດທິຜົລ ເທົ່າທີ່ຄວນ ຊື່ງຫລາຍກົດຫມາຍ ກໍຍັງບໍ່ສາມາດ ບັງຄັບໃຊ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.