ການເລືອກຕັ້ງຢູ່ລາວຜ່ານໄປ
2016.03.21

ປະຊາລາວ ໄດ້ພາກັນ ໄປອອກສຽງ ປ່ອນບັດ ເລືອກເອົາ ສະມາຊິກ ສະພາ ແຫ່ງຊາດແລະ ສະພາແຂວງ ທົ່ວປະເທດ ໃນ ວັນອາທິດ ທີ 20 ມິນາ ແລະ ໄດ້ສິ້ນສຸດລົງ ຢ່າງເປັນ ທາງການ.
ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ແລະ ຮອງ ປະທານ ປະເທດ ແລະ ເລຂາ ພັກ ປະຊາຊົນ ປະຕິວັດ ລາວ ທ່ານ ບຸນຍັງ ວໍຣະຈິດ ໄດ້ ໄປອອກສຽງ ໃນເຂດ ເລືອກຕັ້ງ ນະຄອນຫຼວງ ວຽງຈັນ ທີ່ ມີຜູ້ສມັກ ແຂ່ງຂັນ ເລືອກຕັ້ງ ຣະຫວ່າງ 600 ຄົນ ໃນ ທົ່ວປະເທດ ໃນຕ່ຳແໜ່ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາແຂວງ ທີ່ ມີກຳນົດ 5 ປີ.
ຜູ້ສມັກທັງຫມົດ ເປັນ ສະມາຊິກ ພັກ ທີ່ເຫັນພ້ອມ ຈາກພັກ ປະຊາຊົນ ປະຕິວັດ ລາວ ທີ່ປົກຄອງ ປະເທດ ດ້ວຍພັກໂທນ ພັກດຽວ ມາແຕ່ປີ 1975. ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ກ່າວ ຫລັງຈາກ ການອອກສຽງ ວ່າ ທ່ານ ມີຄວາມ ດີໃຈ ທີ່ ເຫັນຄົນລາວ ມີຄວາມ ກະຕື້ລື້ລົ້ນ ໃນການ ສະແດງອອກ ເຖີງ ສິດທິ ຂອງຕົນ ໃນການອອກສຽງ ຄັດເລືອກ ເອົາຕົວແທນ ປະຊາຊົນ ເຂົ້າໄປນັ່ງ ໃນສະພາ ແຫ່ງຊາດ ແລະ ສະພາແຂວງ ໃນ ການເລືອກຕັ້ງ ເທື່ອນີ້ ແລະວ່າ ການເລືອກຕັ້ງ ມີຄວາມໝາຍ ທີ່ ສຳຄັນ ສຳລັບ ປະເທດຊາດ ຂອງ ພວກເຮົາ.
ການເລືອກຕັ້ງ ເທື່ອນີ້ ມີ ປະຊາຊົນ ລາວ ຜູ້ມີສິດ ປ່ອນບັດ ເຖິງ 3 ລ້ານ 7 ແສນ 4 ໝື່ນຄົນ, ໃນຈຳນວນ ປະຊາກອນ ລາວ ກວ່າ 6 ລ້ານ ຄົນ, ໃນການເລືອກຕັ້ງ ໃນປີ 2011 ຜູ້ສມັກ ຈາກພັກ ປະຊາຊົນລາວ ຊນະທີ່ນັ່ງ ໃນສະພາ ແຫ່ງຊາດ 128 ທີ່ນັ່ງ ມີຜູ້ສມັກ ທີ່ ບໍ່ແມ່ນ ສະມາຊິກ ພັກ ແຕ່ເຫັນພ້ອມ ຈາກພັກ ພຽງແຕ່ 4 ຄົນ ເທົ່ານັ້ນ. ແຕ່ ເທື່ອນີ້ ຍັງບໍ່ຮູ້ວ່າ ມີຈັກຄົນ, ປັດຈຸບັນ ຍັງບໍ່ຮູ້ວ່າ ການ ນັບຄະແນນ ສຽງນັ້ນ ຈະໃຊ້ເວລາ ດົນປານໃດ.